ເຂຕຊົນນະບົທໃນລາວ ຍັງຂາດແຄນຄຣູສອນ
ບາງພື້ນທີ່ ຕາມເຂຕຊົນນະບົທ ທົ່ວປະເທສ ຍັງປະສົບກັບ ບັນຫາ ກາຣຂາດແຄນ ຄຣູສອນ ຍ້ອນຄົນທ້ອງຖິ່ນ ທີ່ຮຽນຈົບພາຄ ບັງຄັບ ຍັງບໍ່ມີຫລາຍ ພຽງພໍ.
-
ຫວາດ ສີມູນ
2010-02-25 -
-
-
Your browser doesn’t support HTML5 audio
ໃນປັຈຈຸບັນນີ້ ເຂຕຊົນນະບົທ ທີ່ຫ່າງໄກສອກຫລີກ ບາງແຫ່ງ ຍັງປະສົບກັບ ບັນຫາກາຣ ຂາດແຄນຄຣູສອນ ທັ້ງໆທີ່ທາງ ກະຊວງສຶກສາ ມີນະໂຍບາຍ ສົ່ງເສີມ ດ້ວຍກາຣອອກ ຄ່າໃຊ້ຈ່າຍ ໃຫ້ຄົນ ໃນທ້ອງຖິ່ນ ເຂົ້າມາຮັບ ກາຣອົບຮົມ ແລະຮຽນເພີ່ມ ເພື່ອຍົກຣະດັບ ກາຣສອນຂອງຄຣູ ໃຫ້ໄດ້ມາຕຖານ ແຕ່ກໍບໍ່ຄ່ອຍ ຈະມີຜູ້ໄດ້ ຮັບກາຣສຶກສາ ໃນພາຄບັງຄັບ ໃຫ້ຄວາມສົນໃຈ ແລະ ກັບໄປສອນ ໃນຖິ່ນເດີມ ຂອງຕົນ ພໍເທົ່າໃດ ດັ່ງທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງ ສຶກສາທິກາຣ ໄດ້ກ່າວວ່າ:
“ບໍ່ເຖິງວ່າຂາດ ແຕ່ກໍມີ ບາງພື້ນທີ່ ກໍຍັງຂາດ ຍ້ອນວ່າຄົນ ໃນພື້ນທີ່ ຍັງບໍ່ມີຄົນ ທີ່ຈົບກາຣສຶກສາ ຣະດັບມັທຍົມຕົ້ນ ຫລືມັທຍົມປາຍ ພຽງພໍ ສະນັ້ນເຮົາ ຈະຕ້ອງໄດ້ໃຊ້ ພວກທີ່ຈົບ ປະຖົມ ເອົາເຂົາມາ ບຳຣຸງເອົາ ຈະຕ້ອງໃຊ້ ເວລາໜ່ອຍ (ແດ່)”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ ຜູ້ທີ່ເປັນຄຣູສອນ ຕາມເຂຕພື້ນທີ ຊົນນະບົທ ກໍຈະຕ້ອງ ໃຫ້ເປັນຜູ້ມີ ຄວາມຮູ້ ແລະ ຮູ້ຈັກປາກເວົ້າ ເຂົ້າໃຈພາສາ ທ້ອງຖິ່ນ ຂອງພວກເດັກນ້ອຍ ນຳດ້ວຍ ເພາະສ່ວນຫລາຍ ພວກເດັກນ້ອຍ ທີ່ເປັນຊົນເຜົ່າ ຈະບໍ່ເຂົ້າໃຈ ໃນພາສາກາງ ຂອງລາວ ແຕ່ຢ່າງໃດ. ສະນັ້ນ ທາງກະຊວງ ສຶກສາທິກາຣ ຈຶ່ງພຍາຍາມ ສົ່ງເສີມ ໃຫ້ຄົນທ້ອງຖິ່ນ ໄດ້ຮັບກາຣສຶກສາ ໃນພາຄບັງຄັບ ເປັນຢ່າງຕໍ່າ ດັ່ງທີ່ທ່ານໄດ້ ອະທິບາຍຕື່ມວ່າ:
“ຄຣູທີ່ມາ ຈາກເຂຕຫ່າງໄກ ສອກຫລີກ ຣັຖບາລ ຈະຕ້ອງເປັນ ຜູ້ຮັບພາຣະ ເພາະເຂົາທຸກຂ໌ຈົນ ເວລາທີ່ເຂົາ ມາຮຽນຢູ່ທີ່ ໂຮງຮຽນ ສ້າງຄຣູ ຈະຕ້ອງຮັບ ພາຣະໃຫ້ ເບັ້ຽລ້ຽງເຂົາ ສນອງເຄື່ອງອຸປກອນ ກາຣຮຽນ ກາຣສອນໃຫ້ເຂົາ ເພື່ອເຂົາສາມາດ ຮຽນໄດ້ ແລະມີກຳລັງໃຈ ຮຽນດ້ວຍ ອັນນີ້ເປັນຄວາມ ຮັບຜິດຊອບ ຂອງຣັຖບາລ”.
ທ່ານລີຕູ ໄດ້ກ່າວເນັ້ນວ່າ ກາຣທີ່ຣັຖບາລໃຫ້ທຶນ ເປັນກາຣສົ່ງເສີມ ສຳຫລັບຜູ້ ຍາກຈົນ ໄດ້ເຂົ້າມາຮຽນ ເປັນຄຣູສອນ ຕາມສະຖາບັນ ຕ່າງໆນັ້ນ ກໍເພື່ອຫວັງ ຈະໃຫ້ເຂົາເຈົ້າ ກັບຄືນໄປ ປະຕິບັນໜ້າທີ່ ໃນເຂຕ ພູມລຳເນົາເດີມ ຂອງເຂົາເຈົ້າ ເພື່ອຫລຸດຜ່ອນ ບັນຫາ ກາຣຂາດຄຣູສອນ ແຕ່ໃນຣະຍະຜ່ານມາ ກໍມັກຈະມີ ບັນຫາ ເພາະໃນເມື່ອ ເຂົາເຈົ້າຮຽນຈົບແລ້ວ ສ່ວນໜຶ່ງ ກໍບໍ່ຢາກກັບ ບ້ານເດີມເຊັ່ນກັນ ຫລືບໍ່ກໍໄປ ປະກອບອາຊີພ ອື່ນທີ່ມີຣາຍໄດ້ ຫລາຍກວ່າ ເພື່ອອະນາຄົຕ ຂອງເຂົາເຈົ້າ.