ອົງການເອກກະຊົນ ເປັນຫ່ວງເສຖກິດລາວ

ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO ເປັນຫວ່ງ ກ່ຽວກັບແຜນການ ເຕີບໃຫຍ່ ທາງດ້ານ ເສຖກິດ ຂອງລາວ ທີ່ຈະອາສັຍ ລາຍໄດ້ ຈາກການສ້າງ ເຂື່ອນໄຟຟ້າ ເປັນສ່ວນໃຫຍ່.

ສປປລາວ ເປັນນຶ່ງ ໃນຈຳນວນ ປະເທດທີ່ທຸກຍາກ ໃນເຂດເອເຊັຽ ມີຄວາມຝັນຢາກ ຈະຫລຸດຜ່ອນ ສະພາບຄວາມທຸກຈົນ ໃຫ້ໄດ້ພາຍໃນ ທົສວັດຫນ້າ ແຕ່ສ້າງຄວາມ ເປັນຫວ່ງ ໃຫ້ຫລາຍພາກສ່ວນ ໃນແຜນການກົນໄກ ການເຕີບທາງດ້ານ ເສຖກິດຂອງລາວ ທີ່ເນັ້ນໃສ່ ການສ້າງເຂື່ອນ ໄຟຟ້າ ແລະ ໂຄງການພັທນາ   ໃຫຍ່ໆຫລາຍ ໂຄງການ.

ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີລາວ ໄດ້ກ່າວຕໍ່ກຸ່ມ ຜູ້ນຳທາງດ້ານ ການຄ້າສາກົນ ແລະ ນັກການເມືອງໃນ ຂົງເຂດ ໃນມື້ວັນອາທີດ ນີ້ວ່າ ປະເທດລາວ ມີຈຸດປະສົງ ຈະພັທນາໃຫ້ ມີການເຕີບໂຕ ທາງດ້ານເສຖກິດ ບໍ່ຕ່ຳກວ່າ 8% ໃນແຕ່ລະປີ ຈົນຮອດປີ 2015 ແລະຢາກ ຍົກຣະດັບຖານະ ຂອງປະເທດໃຫ້ ຫລຸດພົ້ນ ຈາກການເປັນ ປະເທດດ້ອຍພັທນາໃນປີ 2020. ທ່ານໄດ້ກ່າວຕໍ່ ກອງປະຊຸມ ເວທີເສຖກິດໂລກ ກ່ຽວກັບເອເຊັຽ ຕາເວັນອອກ ຄັ້ງທີ 19 ທີ່ຈັດຂຶ້ນທີ່ ກຸງຮ່າໂນຍ ວຽດນາມ ໃນອາທີດນີ້.

ແຕ່ອົງການທີ່ ບໍ່ຂຶ້ນກັບ ຣັຖບານເຫັນວ່າ ຣັຖບານລາວ ພັທນາປະເທດຊາດ ໂດຍອາສັຍ ການລົງທຶນໃຫຍ່ໆ ຫລາຍອົງການ ເຊັ່ນການສ້າງເຂື່ອນ ໄຟຟ້າ ການຂຸດຄົ້ນ ແຮ່ທາດ ແລະການປູກພືດ ອຸດສາຫະກັມ. ການລົງທຶນເຫລົ່ານີ້ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ທຳລ້າຍປ່າໄມ້ ແມ່ນ້ຳລຳທານ ຫລາຍເກີນໄປ ບໍ່ໄດ້ສ້າງ ວຽກເຮັດງານ ທຳ ໃຫ້ແກ່ຄົນລາວເລີຍ. ຄົນງານສ່ວນຫລາຍ ເປັນຊາວຕ່າງຊາດ ອົງການດັ່ງກ່າວ ຮຽກຮ້ອງ ໃຫ້ຣັຖບານ ປ່ຽນແຜນການ ໃນການພັທນາໃຫມ່ ໃຫ້ມາສົ່ງເສີມ ຊາວລາວ ພັທນາຜົລຜລີດ ທາງດ້ານ ການກະເສດ ໃຫ້ທັນສມັຍ ຂຶ້ນເທື່ອລະຂັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org