ລາວຄົ້ນຄວ້າ ວິທີໝູນໃຊ້ ຊີວະມວນ
ສະຖາບັນຄົ້ນຄວ້າ ວິທຍາສາດ ແລະເທັກໂນໂລຈີແຫ່ງຊາດ ຄົ້ນຄວ້າເລື່ອງເຕົາແກສ ຊີວະມວນ ເພື່ອນຳໃຊ້.
-
ຈຳປາທອງ
2010-01-05 -
-
-
Your browser doesn’t support HTML5 audio
ໃນຂະນະນີ້ ສະຖາບັນຄົ້ນຄວ້າ ວິທຍາສາດ ແລະເທັກໂນໂລຈີແຫ່ງຊາດ ກຳລັງ ສຶກສາຄົ້ນຄວ້າຜລິດເຕົາແກສ ເພື່ອນຳໃຊ້ພະລັງງານ ຊີວະມວນ ເນື່ອງຈາກເຫັນ ວ່າສິ່ງເສດເຫຼືອ ຈາກການຜລິດກະສິກັມ ໃນແຕ່ລະພື້ນທີ່ ຢູ່ປະເທດລາວນັ້ນ ສາມາດນຳມາໃຊ້ ເປັນປະໂຫຍດໄດ້ ຕາມຄຳເວົ້າຂອງ ເຈົ້າໜ້າທີ່ສະຖາບັນ ທ່ານກ່າວ ວ່າ:
"ປັດຈຸບັນນີ້ ທາງສູນເຮົາກຳລັງຄົ້ນຄວ້າ ເລື່ອງເຕົາແກສເປັນພວກ Gasification stove ເພື່ອເອົາມາໃຊ້ກັບພວກ ສິ່ງເສດເຫລືອກະສິກັມ ເຮົາກໍສາມາດເອົາມາ ໃຊ້ເປັນພະລັງງານໄດ້ ແຕ່ວ່າສ່ວນຫລາຍເຂົາເຈົ້າ ກໍຈູດໄຟຖິ້ມ ພວກແກບພວກຂີ້ເລື່ອຍ ບາງທີເຂົາເຈົ້າ ສ່ວນຫລາຍກໍບໍ່ເອົາມາ ໄຊ້ເປັນພະລັງງານ ຍັງມີປະຖິ້ມໃນ ທັມມະຊາດຫລາຍ."
ທ່ານເວົ້າຕື່ມອີກວ່າ ວັສດຸທີ່ອາດຈະນຳມາໃຊ້ ກັບເຕົາແກສແບບນີ້ ອາດຈະເປັນ ເສດໄມ້ຈາກໂຮງເລື່ອຍ ແກນໝາກສາລີ ຂີ້ອ້ອຍຫລື ຂີ້ເຫຍື່ອຈາກໄມ້ໃຫຍ່ ແລະຫຍ້າກໍໄດ້ ຊຶ່ງໃນຂະນະນີ້ ກໍໄດ້ເລີ່ມຄົ້ນຄວ້າ ໂດຍມີຕົ້ນແບບແລ້ວ. ແຕ່ກໍຍັງປະສົບ ກັບບັນຫາຍ້ອນວ່າ ຕົ້ນທຶນຂອງການຜລິດເຕົາ ນັ້ນສູງ ຊຶ່ງອາດຈະເຮັດໃຫ້ ປະຊາຊົນ ບໍ່ກ້າຕັດສິນໃຈຊື້ໄປໃຊ້.
ແລະວ່າ ສປປລາວ ເປັນປະເທດທີ່ມີ ວັດຖຸດິບຫລາຍ ແຕ່ຂະນະນີ້ ຍັງບໍ່ທັນມີການຂຸດຄົ້ນ ຫລືສົ່ງເສີມໃຫ້ນຳໃຊ້ຫລາຍ ຊຶ່ງສ່ວນນຶ່ງ ກໍອາດເປັນເພາະວ່າ ເທັກໂນໂລຈີ ຢູ່ພາຍໃນປະເທດ ຍັງບໍ່ທັນສະໃໝ ເທົ່າທີ່ຄວນ.
ນອກຈາກເຕົາແກສ ຊີວະມວນແລ້ວ ທ່ານກໍວ່າ ຍັງມີຫລາຍໂຄງການ ກ່ຽວກັບການນຳໃຊ້ ພະລັງງານທົດແທນ ທີ່ທາງຣັຖບານ ແລະ ອົງການຈັດຕັ້ງສາກົນ ໄດ້ສົ່ງເສີມໃຫ້ ແຕ່ລະທ້ອງຖິ່ນ ນຳໃຊ້ ເຊັ່ນ ພະລັງງານແສງອາທິດ ພະລັງງານໄຟຟ້ານ້ຳຕົກ ຂະໜາດນ້ອຍ ເປັນຕົ້ນ.