ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ່ສາມໃກ້ສໍາເຣັດ
ການສ້າງ ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ່ສາມ ລະຫ່ວາງ ເມືອງທ່າແຂກ ກັບເມືອງ ນະຄອນພະນົມ ຊື່ງໄດ້ເລີ້ມສ້າງ ຕັ້ງແຕ່ ເດືອນ ພຶສພາ ປີຜ່ານມາ ສໍາເຣັດໄປແລ້ວ ເກືອບ 33% ຕາມລາຍງານ ຂອງໜັງສືພິມ ທາງການລາວ.
-
ສົມເນ
2010-03-01 -
-
-
Your browser doesn’t support HTML5 audio
ລາຍງານທີ່ອ້າງຕາມຄໍາເວົ້າຂອງ ທ່ານ ນອງສວັນ ທໍາມະວົງ ຮອງຫົວໜ້າໂຄງການວ່າ
ວຽກງານສ້າງຂົວໄດ້ດໍາເນີນໄປຕາມຂັ້ນຕອນ ແລະສໍາເຣັດໄປແລ້ວເກືອບ 33%.
ທ່ານວ່າ ການສ້າງຖານຂອງເສົາຂົວ 4 ເສົາຢູ່ກາງແມ່ນໍ້າຂອງໄດ້ສໍາເຣັດໄປແລ້ວ
ແລະໃນລະດູຝົນນີ້ ວຽກງານກໍ່ສ້າງຕ່າງໆກໍຈະດໍາເນີນໄປຢ່າງສະດວກສະບາຍ.
ການຈັດແຈງທີ່ດິນ ຢູ່ທາງຝັ່ງລາວ ເພື່ອສ້າງຖນົນຈາກເລກທີ 13 ເຂົ້າມາຂົວ ແລະທີ່ດິນເພື່ອສ້າງດ່ານກວດຄົນເຂົ້າເມືອງນັ້ນ ກໍາລັງດໍາເນີນຢູ່.
ຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ່ສາມ, ຝັ່ງລາວ ຕັ້ງຢູ່ບ້ານເວີນໄຕ້ ຫ່າງຈາກເມືອງ
ທ່າແຂກ 13 k, ສ່ວນຢູ່ທັງຝັ່ງໄທ ແມ່ນກົງກັບບ້ານຫ້ອມ ເຂດເມືອງນະຄອນພະນົມ. ຂົວດັ່ງກ່າວ ເປັນການລົງທືນຂອງຣັຖະບານໄທໃນມູນຄ່າ 1,700 ລ້ານບາດ.