ຄວາມຂັດແຍ່ງ ຢູ່ລາວ ການເຊົ່າທີ່ດິນ

ການທີ່ ທາງການລາວ ອະນຸມັດ ໃຫ້ມີການເຊົ່າທີ່ດິນ ເພື່ອປູກຢາງພາລາ ເຮັດໃຫ້ຄວາມຂັດແຍ່ງ ເກີດຂື້ນ ຢູ່ໃນສັງຄົມລາວ

ການທີ່ ທາງການລາວ ອະນຸມັດ ໃຫ້ມີການ ເຊົ່າທີ່ດິນ ເພື່ອປູກຢາງ ພາລາ ເຮັດໃຫ້ຄວາມ ຂັດແຍ່ງເກີດຂື້ນ ຢູ່ໃນສັງ ຄົມລາວ ໃນປັດຈຸບັນນີ້.

ຕໍ່ບັນຫາ ດັ່ງກ່າວນັກ ຊ່ຽວຊານ ນັກວິຊາການ ຕລອດເຖິງ ພະນັກງານ ຂັ້ນສູງຂອງລາວ ຫລາຍທ່ານ ຈາກຫລາຍພາກສ່ວນ ໃຫ້ທັສນະ ທີ່ແຕກຕ່າງກັນ. ຈຳນວນນຶ່ງ ເວົ້າວ່າການທີ່ ທາງການລາວໃຫ້ ມີການເຊົ່າ ທີ່ດິນນັ້ນ ຈະບໍ່ສາມາດ ເຮັດໃຫ້ ປະຊາຊົນ ຫລຸດພົ້ນຈາກ ຄວາມທຸກຍາກໄດ້ ແລະຈະເຮັດໃຫ້ ພວກເຂົາເຈົ້າ ນັບມື້ເພິ່ມ ຄວາມທຸກຍາກ ຫລາຍຂື້ນເພາະວ່າ ໃນບາງຂົງເຂດ ເນື້ອທີ່ ສັມປະທານ ກວມເອົາເນື້ອທີ່ ປູກຝັງ ແລະບ່ອນ ທຳມາຫາກິນ ຂອງປະຊາຊົນ.

ການຈ່າຍຄ່າ ຊົດເຊີຍຂອງ ບໍລິສັດ ໃຫ້ປະຊາຊົນ ຍັງບໍ່ເປັນທຳ ເທົ່າທີ່ຄວນ. ພອ້ມກັນນັ້ນ ເນື້ອທີ່ປ່າໄມ້ ກໍນັບມື້ ນັບລຸດລົງ ມີການບຸກລຸກ ປ່າສະຫງວນ ປ່າປ້ອງກັນ ປ່າຫວງຫ້າມ ຍ້ອນວ່າບໍ່ມີ ການສຳຣວດ ກວດກາທີ່ດິນ ກ່ອນຈະອະນຸມັດ ໃຫ້ເຊົ່າ.

ໃນແຕ່ກ່ອນ ປະຊາຊົນ ເຄີຍມີດິນ ທຳການຜລິດ ເປັນຂອງຕົນເອງ ກໍໄດ້ກາຍມາ ເປັນຄົນຮັບຈ້າງ ແລະຈຳນວນນຶ່ງ ກໍຕົກເປັນຄົນ ວ່າງງານ ປະຊາຊົນ ທີ່ທຸກຍາກຢູ່ ແລ້ວນັ້ນມີແຫລ່ງ ທຳມາຫາກີນ ຈຳກັດເຂົ້າຕື່ມ. ແຕ່ກໍມີອີກ ຈຳນວນນຶ່ງໃຫ້ ທັສນະວ່າ ປາກົດການນີ້ ເກີດຈາກ ນະໂຍບາຍ ຂອງຣັຖບານ ທີ່ມີເປົ້າໝາຍ ສ້າງວຽກ ເຮັດງານທຳ ແລະສ້າງລາຍໄດ້ ໃຫ້ປະຊາຊົນ ເພື່ອເຮັດໃຫ້ ຊີວິດການ ເປັນຢູ່ຂອງ ປະຊາຊົນ ລຸດພົ້ນຈາກ ຄວາມທຸກຍາກ ເມື່ອຮອດປີ 2020.

ແຕ່ເຖິງຢ່າງ ໃດກໍຕາມ ມີການກ່າວກັນ ວ່າຢູ່ໃນຫລາຍ ທ້ອງຖິ່ນທີ່ມີ ການສັມປະທານ ທີ່ດິນມີການ ໄຊ້ສານເຄມີ ເປັນພິດເຂົ້າ ໃນການຜລິດ ເຊັ່ນຢາຂ້າຫຍ້າ ຢາປາບ ສັດຕຣູພືດ ເຮັດໃຫ້ ປະຊາຊົນ ຫລົງລືມຮີດຄອງ ປະເພນີ ອັນດີງາມ ເກີດມີການ ມືນເມົາ, ຂີ້ລັກ ງັດແຫງະ ເກີດມີການ ຂັດແຍ່ງກັນ ລະຫວ່າງ ປະຊາຊົນ ກັບບໍລິສັດ ລະຫວ່າງ ປະຊາຊົນ ກັບອົງການຈັດ ຕັ້ງຂອງຣັຖບານ.   

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org