ໂຮງງານຊີມັງ ອາຈມີຜົນກະທົບ ຕໍ່ຊາວບ້ານ
ທາງການ ແຂວງຄຳມ່ວນ ຕ້ອງໄດ້ກວດສອບຄືນໃໝ່ ວ່າການສັ່ນສະເທືອນ ແລະ ສຽງສະທ້ອນ ຂອງໂຮງງານຊີມັງ ມີຜົນກະທົບ ຕໍ່ປະຊາຊົນ ທີ່ຢູ່ໃກ້ຄຽງຫລືບໍ່.
-
ໂພໄຊສວັດ
2009-08-11 -
-
-
Your browser doesn’t support HTML5 audio
ບັນຫາການສັ່ນສະເທືອນ ທີ່ເກີດຈາກ ການບົດຫີນ ແລະລະເບີດຫີນ ຈາກໂຮງງານເຮັດຊີມັງ ຢູ່ແຂວງຄຳມ່ວນ ເມືອງທ່າແຂກນັ້ນ ຈຳເປັນຕ້ອງໄດ້ ພິຈາຣະນາ ແລະກວດສອບຄືນ ໃໝ່ອີກເພາະ ອາຈກະທົບກະເທືອນ ຕໍ່ປະຊາຊົນທີ່ຢູ່ ໃກ້ບໍຣິເວນນັ້ນ. ນອກຈາກນັ້ນກໍຍັງ ມີຂີ້ຝຸ່ນໄງ່ ທີ່ຈະສົ່ງຜົນສະທ້ອນ ຕໍ່ສຸຂພາບຂອງ ປະຊາຊົນ ດັ່ງທ່ານຄຳໄພ ເພັງແພງເມືອງ ຫົວໜ້າຫ້ອງການ ສິ່ງແວດລ້ອມ ແຂວງຄຳມ່ວນ ໄດ້ເວົ້າວ່າ:
"ເຣື້ອງບັນຫາເຣື້ອງການ ສັ່ນສະເນືອນການບົດ ແຕ່ຂໍ້ມູນໂຕນີ້ ຍັງບໍ່ເປັນການ ຢັ້ງຢືນແຈ່ມແຈ້ງວ່າ ມັນມີບັນຫາ ສົ່ງຜົນກະທົບ ຣ້າຍແຣງຫລືບໍ່ ຍັງຢູ່ໃນຂັ້ນຕອນ ການພິຈາຮະນາ ຄືນຕ້ອງໄດ້ກວດສອບ ອີກໃໝ່ວ່າມັນ ມີບັນຫາຫລືບໍ່."
ນອກຈາກນີ້ທ່ານຍັງ ໄດ້ເວົ້າຕໍ່ວ່າ ໂຮງງານຊີມັງ ດັ່ງກ່າວນີ້ຢູ່ ໃນເມືອງມະຫາໄຊ ແລະມີສອງໝູ່ບ້ານ ທີ່ຢູ່ໃກ້ຄຽງ ປະມານ400ຫາ 500ແມັດ ຄືບ້ານນາຄຳແລະ ບ້ານເລົ່າ ແຕ່ບັນຫາທັງໝົດນີ້ ຍັງບໍ່ສົ່ງຜົນກະທົບ ຮ້າຍແຮງຕໍ່ ປະຊາຊົນເທື່ອ.
ໃນຂນະດຽວກັນ ໂຮງງານຊີມັງ ທີ່ຕັ້ງ ຢູ່ເມືອງວັງວຽງ ກໍມີບັນຫາ ເຣື້ອງຂີ້ຝຸ່ນໄງ່ ເຖິງວ່າຈະຕັ້ງ ຢູ່ຫ່າງຈາກໝູ່ບ້ານ ຣອດ10ກິໂລແມັດກໍຕາມ ດັ່ງທ່ານຄຳຜົວະ ແພງພັນຣັກ ຫົວໜ້າຫ້ອງການ ສິ່ງແວດລ້ອມ ແຂວງວຽງຈັນ ອະທິບາຍວ່າ:
"ຕາມທີ່ໄດ້ລົງ ໄປຕິດຕາມກວດກາ ລາຍງານຂອງຂະເຈົ້າ ປາກົດການທີ່ຍັງ ເບິ່ງດ້ວຍຕາເປົ່າ ແມ່ນເຣືອງໝອກຄວັນ ຂອງໂຮງງານຫລັງນຶ່ງ ທີ່ວ່າຈະເຮັດ ໃຫ້ມີ ຜົນກະທົບຕໍ່ພືຊຜົນ ໃນດ້ານການຊີວິດ ເປັນຢູ່ຂອງຄົນເຣົາ
ເຖິງຢ່າງໃດກໍຕາມ ທ່ານ ຄຳຜົ໊ວະ ໄດ້ເວົ້າສລຸບວ່າ ບັນຫາຍັງບໍ່ສົ່ງ ຜົນກະທົບຮ້າຍແຮງ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ພໍທໍ່ໃດ ຍ້ອນວ່າໂຮງງານ ໄດ້ເຮັດຕາມ ມາຕຖານແລະ ກົດລະບຽບທີ່ ທາງການ ໄດ້ກຳນົດໄວ້.