ນັກລົງທຶນຄວນເບິ່ງພື້ນທີ່ ກ່ອນຂໍສັມປະທານ
ທາງການແຂວງ ສາຣະວັນ ຢາກໃຫ້ ນັກລົງທືນ ສຶກສາພື້ນທີ່ດິນ ໂຕຈິງເສັຽກ່ອນ ແລ້ວຈື່ງຂໍ ສັມປະທານ.
-
ສົມເນ
2010-08-26 -
-
-
Your browser doesn’t support HTML5 audio
ແຂວງສາຣະວັນ ຢາກໃຫ້ ນັກລົງທືນ ທີ່ຕ້ອງການ ປູກພືດ ອຸດສາຫະກັມ ເຂົ້າມາເບິ່ງ ພື້ນທີ່ໂຕຈິງ ຮ່ວມກັບທາງ ແຂວງເສັຽກ່ອນ ເພື່ອສືກສາ ຄວາມເໝາະສົມ ຂອງດິນ ກ່ອນຈະຂໍ ສໍາປະທານ ເພາະວ່າຜ່ານມາ ມີດິນບາງບ່ອນ ທີ່ໃຫ້ສໍາປະທານ ໄປແລ້ວ ແຕ່ບໍ່ສາມາດ ປູກຝັງໄດ້ ມັນເປັນການ ເສັຽເວລາ ແກ່ນັກລົງທືນ ຕາມທີ່ເຈົ້າໜ້າທີ່ ຜແນກການ ລົງທືນແຂວງ ໄດ້ກ່າວ:
"ເວລາພວກເຮົາ ມອບໜ້າທີ່ ໄປໃຫ້ແລ້ວ ມັນປູກພືດຫຍັງ ມັນບໍ່ເກີດ ຂື້ນມາ ມັນກໍມີຂໍ້ ຫຍຸ້ງຍາກ ໃນການລົງທືນ ກໍຢາກໃຫ້ ເຂົ້າມາເບິ່ງ ນໍາກັນໂຕຈິງວ່າ ເອີ້ ຢູ່ແຂວງ ສາຣະວັນ ມັນຈະປູກພືດ ຫຍັງໄດ້ແນ່".
ພືດຫລືຕົ້ນໄມ້ ອຸດສາຫະກັມ ທີ່ປູກຢູ່ໃນ ແຂວງສາຣະວັນ ໃນລະຍະຜ່ານມາ ໂດຍມາກແລ້ວ ແມ່ນ ຕົ້ນຢາງພາຣາ ແລະຕົ້ນໄມ້ວິກ. ການປູກຕົ້ນໄມ້ 2 ຊນິດນີ້ ກິນເນື້ອ ທີ່ຫລາຍແລ້ວ ທາງແຂວງຈື່ງ ຢາກຮັກສາ ເນື້ອທີ່ໄວ້ ປູກພືດ ປະເພດອາຫານ ເຊັ່ນວ່າ ຈໍາພວກໝາກໄມ້ ພືດຜັກຊນິດຕ່າງໆ ທີ່ໃຫ້ຜົນ ເກັບກ່ຽວໄວ ແລະທັງໃຊ້ ພື້ນທີ່ນ້ອຍ.
ການຂໍສໍາປະທານ ທີ່ດິນ ຜ່ານສູນກາງ ເພື່ອປູກພືດ ຜັກຕ່າງໆນັ້ນ ທ່ານວ່າ ນັກລົງທືນຄວນ ໄປເບິ່ງ ແລະສືກສາ ທີ່ດິນ ໂດຍຕົນເອງ ວ່າທີ່ດິນ ທີ່ຂໍສໍາປະທານ ນັ້ນ ເໝາະສົມກັບພືດ ທີ່ຈະນໍາໄປ ປູກນັ້ນຫລືບໍ່ ເພື່ອຈະເຮັດ ໃຫ້ຜົນຜລິດສູງ.