30ສ່ວນຮ້ອຍ ເດັກນ້ອຍ ໃນແຂວງຫົວພັນ ບໍ່ໄດ້ເຂົ້າ ໂຮງຮຽນ
ເດັກນ້ອຍ ຢູ່ແຂວງຫົວພັນ ເຖິງ30ສ່ວນຮ້ອຍ ບໍ່ໄດ້ຮຽນໜັງສື ຍ້ອນໂຮງຮຽນຢູ່ໄກ ແລະ ທຸກຍາກຂາດເຂີນ ຈຳເປັນຕ້ອງ ເຮັດວຽກຊ່ວຍພໍ່ແມ່.
-
ອາວະຣີ
2009-09-29 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຜແນກ ສຶກສາແຂວງຫົວພັນ ເວົ້າວ່າ:
“ບັນຫານີ້ກໍຍັງ ຫລາຍຢ່າງຢູ່ ສິ່ງສຳຄັນບັນຫາ ເຣື້ອງການດ້ອຍໂອກາດ ທາງດ້ານເສຖກິດ ປະຊາຊົນຂະເຈົ້າ ຍັງບໍ່ທັນພຽງພໍ ເຣື້ອງການອຸດໜູນ ການສຶກສາ ມັນເປັນ ພູມີສັນຖານ ທີ່ພູຜາປ່າດົງຫລາຍ ບ້ານຫ່າງໄກ ສອກຫລີ ມັນມີອຸປສັກ ໂຕນີ້ບັນຫາ ເຣື້ອງການເອົາໃຈໃສ່ ໃນການຮ່ຳຮຽນ.”
ເຈົ້າໜ້າທີ່ການ ສຶກສາແຂວງຫົວພັນ ອະທິບາຍຕື່ມວ່າ ສາເຫດໃຫຍ່ ທີ່ພາໃຫ້ເດັກນ້ອຍ ບໍ່ໄປໂຮງຮຽນ ກໍແມ່ນຍ້ອນ ໂຮງງານຢູ່ໄກ ດັ່ງທ່ານໄດ້ເວົ້າວ່າ:
“ເພາະວ່າມັນຈະເປັນ ບ້ານນ້ອຍຫ່າງໄກ ສອກຫລີກ ມັນຈະຫ່າງໄກ ຈາກໂຮງຮຽນ ການທຽວໄປຮຽນ ມັນຈະພົບຄວາມ ຫຍຸ້ງຍາກ ເພາະວ່າມັນຈະ ເປັນທາງຍ່າງ ຝົນຕົກນ້ຳລິນມັນ ຈະພົບອຸປສັກຫລາຍ ເຂົາເດີນຍ່າງໄປ ປະມານມີບາງບ້ານ ກໍເປັນ2-3ກິໂລ ຄັ້ນຊັ້ນແລ້ວມັນ ຈິ່ງເປັນໂອກາດ ທີ່ໃຫ້ການຮ່ຳຮຽນ ຈະບໍ່ສມ່ຳສເມີ.”
ໃນລະຍະສອງສາມ ປີທີ່ຜ່ານມາ ໂຄງການອາຫານໂລກ ໄດ້ໃຫ້ການຊ່ວຍເຫລືອ ທາງດ້ານອາຫານ ໃຫ້ແກ່ເດັກນ້ອຍ ຜູ້ທຸກຍາກໃນ ເຂດພາກເໜືອ ຂອງລາວ ເພື່ອເດັກນ້ອຍຈະ ໄດ້ໄປໂຮງຮຽນ ປັດຈຸບັນ ໂຄງການດັ່ງກ່າວ ໄດ້ຂຍາຍໄປເຖິງ ພາກໃຕ້ ຂອງລາວແລ້ວ.