ໂຄງສ້າງພື້ນຖານ ຕ້ອງພັທນາ ເພື່ອນັກລົງທຶນ

ແຂວງຫົວພັນ ຂໍໃຫ້ຣັຖບານ ແກ້ໄຂບັນຫາ ໂຄງສ້າງພື້ນຖານ ຢ່າງຮີບດ່ວນ ເພື່ອດຶງດູດ ນັກລົງທຶນ

ແຂວງຫົວພັນ ມີສັກຍາພາບ ທີ່ດີພໍທີ່ຈະເປັນ ແຂວງເສຖກິດ ຮັບນັກລົງທຶນ ຈາກປະເທດເພື່ອນບ້ານ ແລະ ກໍເປັນເສັ້ນທາງ ຍຸທສາດ ທີ່ມີຊາຍແດນ ຕິດກັບພາກ ກາງຂອງວຽດນາມ ແລະທາງແຂວງ ກໍປະສົງທີ່ຈະ ໃຫ້ຣັຖບານ ແກ້ໃຂບັນຫາ ໂຄງສ້າງພື້ນຖານ ຢ່າງຮີບດ່ວນ ໂດຍສະເພາະ ການສ້າງຣະບົບ ໄຟຟ້າ ນໍ້າປະປາ ແລະຖນົນໃນທຸກເມືອງ.

ຖ້າໂຄງຮ່າງພື້ນຖານ ສົມບູນ ນັກລົງທຶນຈະໃຫ້ຄວາມ ສົນໃຈຫລາຍຂຶ້ນ ແຕ່ໃນປັດຈຸບັນ ຣັຖບານ ປາກົດວ່າເບີ່ງ ຂ້າມບັນຫານີ້. ຖນົນ ຫລາຍເສັ້ນ ບໍ່ມີການເຊື່ອມຕໍ່ ຈາກເຂດເມືອງໄປຫາ ຊົນນະບົດ. ຣະບົບໄຟຟ້າ ນໍ້າປະປາ ຈໍາກັດສະເພາະໃຊ້ ໃນບາງພື້ນທີ່ ຂນະທີ່ປະຊາຊົນ ໃນທົ່ວແຂວງມີ  ຄວາມຕ້ອງການ. ນັກລົງທຶນໃນ ແຂວງຫົວພັນ ກໍຕິຕຽນ ກ່ຽວກັບບັນຫານີ້. ທ່ານ ວັນໄຊ ແພງຊຸມມາ ຫົວໜ້າຜແນກແຜນການ ແລະການລົງທຶນ ກ່າວກ່ຽວກັບ ເລື່ອງນີ້ວ່າ:

"ການພັທນາພື້ນຖານ ໂຄງຮ່າງ ປັດຈຸບັນນີ້ ຖືວ່າຍັງບໍ່ທັນ ແຂງແຮງເທົ່າທີ່ຄວນ ຢູ່ໃນແຂວງຫົວພັນ ທັງສນາມບີນ ຖນົນຫົນທາງ ໄຟຟ້າ ນໍ້າປະປາ."

ທ່ານກ່າວຕໍ່ໄປວ່າ ຢາກໃຫ້ຣັຖບານ ແລະອົງການຕ່າງໆ ເຂົ້າມາຊ່ວຍເຫລືອ ໂດຍເນັ້ນເຖິງການ ສ້າງຖນົນຈາກ ຊົນນະບົດ ຫາຕົວເມືອງ ເພີ້ມໂຄງການ ສ້າງໂຮງໝໍ ໂຮງຮຽນ ສ້າງວຽກງານ ບໍຣິການ ການພັທນາ ທຸຣະກິດ ການຄ້າການລົງທຶນ ເພື່ອໃຫ້ແຂວງ ຫົວພັນ ຈະເຣີນເຕີບໂຕ ຫລາຍຂຶ້ນ ໃນຂັ້ນຕໍ່ໄປ.

ແຂວງຫົວພັນ ເປັນແຂວງນຶ່ງ ຂອງລາວ ທີ່ມີຊັພຍາກອນ ທັມມະຊາດ ປ່າ ແມ່ນໍ້າ ບໍ່ແຮ່  ຊຶ່ງນັກລົງທຶນ ໃຫ້ຄວາມສົນໃຈ ໂດຍສະເພາະລົງທຶນ ສ້າງເຂື່ອນໄຟຟ້າ ພລັງນໍ້າແລະ ການກະເສດ ແຕ່ນັກລົງທຶນ ມັກຕັດສີນໃຈ ເລືອກແຂວງອື່ນ ຫລາຍກວ່າຍ້ອນ ໂຄງຮ່າງພື້ນຖານ ໃນແຂວງຫົວພັນ ຍັງບໍ່ສົມບູນ ແລະຮອງຮັບຄວາມ ຕ້ອງການຂອງນັກ ລົງທຶນ ບໍ່ໄດ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org