ການຖ່າຍພາບຈາກ ດາວທຽມຕ້ອງໂຈະຍາມຝົນ

ໂຄງການຊ່ວຍ ລາວ ໃນການອອກ ໃບຕາດິນ ຂອງອົງການ ເຢັຽຣະມັນ GTZ ປະສົບບັນຫາ ເທັກນິກພາບຖ່າຍ ດາວທຽມ ໃນຊ່ວງ ຣະດູຝົນ.

ໂຄງການ ອອກໃບຕາດິນ ໃນແຂວງ ໄຊຍະບູລີ ຂອງອົງການ ຮ່ວມມື ຣະຫວ່າງປະເທດ ຂອງ ເຢັຽຣະມັນ GTZ ປະສົບບັນຫາ ເທັກນິກພາບຖ່າຍ ດາວທຽມ ໃນຊ່ວງ ຣະດູຝົນ. ເພາະຝົນຕົກ ສົ່ງຜົລໃຫ້ ບໍ່ມີຄວາມ ຊັດເຈນ ໃນການແບ່ງ ຈັດສັນທີ່ດິນ ເປັນປະເພດ ໃນບໍຣິເວນ ພື້ນທີ່ນັ້ນ ຈຶ່ງຕ້ອງວາງແຜນ ທີ່ຈະເຮັດ ໃນສ່ວນທີ່ຍາກ ໃນຍາມແລ້ງ ແລະສ່ວນທີ່ງ່າຍ ໃນຍາມຝົນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການ GTZ ປະຈໍາແຂວງ ໄຊຍະບູລີ:

"ບັນຫາແທ້ໆ ປັຈຈຸບັນນີ້ ທາງດ້ານເທັກນິກ ທາງດ້ານ ວິຊາການ ມັນແມ່ນເລື່ອງ ພາບຖ່າຍດາວທຽມ ເຮົາການດັດປັບ ພາບຖ່າຍ ຕົວນີ້ພວກເຮົາ ຍັງບໍ່ທັນ ສໍາເຣັດ ຕົວນີ້ ຈະຕ້ອງສ້າງ ຈຸດຄວບຄຸມຂອງ ພາກພື້ນດິນ ຫລືວ່າ ground control point".

ການໃຊ້ພາບຖ່າຍ ດາວທຽມ ທີ່ມີຢູ່ ໃນປັຈຈຸບັນນີ້ ຊຶ່ງໄດ້ຮັບ ການຮ່ວມມື ຈາກອົງການທີ່ດິນ ແຫ່ງຊາດ ເພື່ອແກ້ໄຂພາບຖ່າຍ ໃຫ້ມີຄວາມ ຊັດເຈນນັ້ນ ທາງອົງການ GTZ ໄດ້ແກ້ໄຂແລ້ວ ຈໍານວນນຶ່ງ. ປັຈຈຸບັນ ຝົນຕົກ ບໍ່ສາມາດແກ້ໄຂ ພາບໄດ້ໝົດ ທົ່ວແຂວງ ໄຊຍະບູລີ ແຕ່ໃນແຂວງ ຫລວງນໍ້າທາ ໄດ້ມີການ ເກັບກໍາພາບຖ່າຍ ໄດ້ໝົດແລ້ວ ເຫລືອແຕ່ຂັ້ນຕອນ ຈັດສັນທີ່ດິນ ໃຫ້ຖືກຕາມ ໝວດໝູ່.

ສໍາລັບ ການແບ່ງເຂດ ທີ່ຈະຈັດສັນ ໝວດໝູ່ ທີ່ດິນເພື່ອອອກ ໃບຕາດິນນັ້ນ ທາງ GTZ ຈະແບ່ງເປັນສ່ວນໆ ໂດຍສ່ວນທີ່ ຢູ່ເຂດຫ່າງໄກ ແລະມີຄວາມ ລໍາບາກ ໃນການເດີນທາງ ຈະເຮັດໃນໜ້າແລ້ງ. ທ່ານກ່າວຕໍ່ໄປວ່າ:

"ເລື່ອງການຄັດ ເລືອກເຂດນີ້ ຂະເຈົ້າ ກໍຕ້ອງເອົາ ຕົວງ່າຍໄປເຮັດ ຣະດູຝົນ ຄືວ່າດິນ ກະສິກັມ ຕົວໃຫຍ່ທີ່ ມັນຕ້ອງ ໄດ້ອອກໄປໄກ ຕົວນີເຮົາກໍຕ້ອງ ເອົາເຮັດຣະດູ ແລ້ງ ສ່ວນວ່າພວກດິນ ຢູ່ອາສັຍ ພວກນີ້ພວກເຮົາ ກໍຈະຕ້ອງ ໄປວັດໄປແທກ ໃນຊ່ວງຣະດູ ຝົນນີ້ ມັນກໍພໍເຮັດ ໄດ້ຢູ່".

ໂຄງການພັທນາ ນະໂຍບາຍ ທີ່ດິນ ໃນລະຍະຍາວ ໂດຍກໍານົດ ແຂວງຫລວງນໍ້າທາ ແລະ ແຂວງໄຊຍະບູລີ ເປັນແຂວງທົດລອງ  ຊຶ່ງ GTZ ເຄີຍເຮັດ ໂຄງການ ກ່ຽວກັບ ການພັທນາທີ່ດິນ ມາກ່ອນແລ້ວ. ແລະທັງ 2 ແຂວງນີ້ ເປັນເຂດພູເຂົາ ແລະ ມີປະຊາຊົນ ຍາກຈົນຫລາຍ. ເມື່ອໂຄງການ ດັ່ງກ່າວ ສໍາເຣັດແລ້ວ ກໍຄາດຫວັງ ວ່າປະຊາຊົນ ຈະໄດ້ຮັບ ຄວາມເປັນທັມ ແລະ ຄວາມສະດວກສະບາຍ ໃນການນໍາ ໃຊ້ທີ່ດິນ ຫລາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org