ສະຫະພາບ ຢູໂຣປສເນີໂຄງກາຣ ປົກປ້ອງ ສິທທິມະນຸສ
ສະຫະພາບ ຢູໂຣປສເນີ ໃຫ້ທາງອົງກາຣ ຈັດຕັ້ງຂອງຣັຖ ແລະພາຄສ່ວນເອກຊົນ ໄດ້ສເນີໂຄງກາຣ ປົກປ້ອງສິທທິມະນຸສ ແລະລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນໃນ ສປປລາວ
-
ຫວາດ ສີມູນ
2009-02-16 -
-
-
Your browser doesn’t support HTML5 audio
ທາງກາຣສະຫະພາບຢູໂຣປ ສເນີຢາກໃຫ້ທາງອົງກາຣ ທີ່ຂື້ນກັບຣັຖຫລື ພາຄສ່ວນເອກຊົນ ໄດ້ຂຽນໂຄງກາຣ ກ່ຽວກັບກາຣປົກປ້ອງ ສິທທິມະນຸສແລະ ໂຄງກາຣລຸດຜ່ອນ ຄວາມຍາກຈົນຂອງ ປະຊາຊົນລາວແລ້ວ ນຳຂື້ນສເນີເພື່ອຮັບທຶນ ໄປດຳເນີນກາຣສຳຣວຈ ແລະວິຈັຍໃນດ້ານກາຣ ພັທນາຕ່າງໆໃນເມືອງລາວ.
ໃນໂຄງກາຣຊ່ວຍເຫລືອ ດັ່ງກ່າວປະກອບດ້ວຍ 2 ໂຄງກາຣຄືດ້ານກາຣສົ່ງເສີມ ສິທທິມະນຸສໃນລາວປະມານ 300,000 ຢູໂຣແລະອີກ 2.5 ລ້ານຢູໂຣ ສຳຫລັບໂຄງກາຣພັທນາ ເພື່ອລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນລາວ.
ກ່ຽວກັບໂຄງກາຣພັທນາ ດ້ານສິທທິມະນຸສຍະຊົນ ໃນລາວດັ່ງກ່າວ ເຈົ້າໜ້າທີ່ຂອງອົງກາຣ UNODC ກໍໃຫ້ທັສນະວ່າ:
“ກໍບໍ່ມີຫລັກຖານຢັ້ງຢືນເຖີງ 100% ກ່ຽວກັບສະພາບກາຣ ລະເມີດສິທທິມະນຸສ ໃນລາວໃນຣະຍະ ທີ່ຜ່ານມາເຖີງເທົ່າປັຈຈຸບັນ ແຕ່ແນ່ນອນທີ່ ສຸດນັ້ນກໍຄືວ່າ ຄວນທີ່ຈະມີ ກາຣສຶກສາເບີ່ງ ເພື່ອຍົກຂື້ນມາເປັນເງື່ອນໄຂ ທາງດ້ານກາຣເມືອງ ເພື່ອໃຫ້ທາງກາຣ ກ່ຽວຂ້ອງຂອງລາວ ແລະທາງພາຄສ່ວນເອກຊົນ ໄດ້ຮ່ວມກັນຫາວິທີ ທາງແກ້ໄຂແລະ ໂດຽສະເພາະກໍເພື່ອ ໃຫ້ປະຊາຊົນສາມາດ ຮຽກຮ້ອງເອົາຜົລປະໂຍຊ ສ່ວນຮວມໂດຽທົ່ວໄປ!
ເຖີງຢ່າງໃດກໍຕາມ ໂຄງກາຣລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນດັ່ງກ່າວ ຖືວ່າເປັນບຸຣິມະສິທ ອັນສຳຄັນຂອງທາງກາຣ ສະຫະພາບຢູໂຣປ ທີ່ໄດ້ຈັດເຂົ້າໃນໂຄງກາຣ ຊ່ວຍເຫລືອ ຣັຖບາລຂອງ ສປປລາວ ຕລອດມາແລະໂດຽ ສະເພາະທີ່ທາງ ສະຫະພາບຢູໂຣປ ຕ້ອງກາຣທີ່ຢາກຈະສົ່ງເສີມ ໃຫ້ປະຊາຊົນມີສິທທິ ເທົ່າທຽມກັນໃນກາຣຣຽກຮ້ອງ ປະຊາທິປະໄຕ ແລະໃຫ້ມີກາຣນັບ ຖືສິທທິມະນຸສໃ ນທົ່ວປະເທສນັ້ນ!!!