ຄ່າຊົດເຊີຍແກ່ຜູ້ໂຍກຍ້າຍ ອອກຈາກເຂດທາຕຫລວງ
ວຽງຈັນ ປະເມີນຄ່າ ຊົດເຊີຍ ແກ່ຜູ້ຕ້ອງ ໂຍກຍ້າຍ ອອກຈາກເຂດ ທາຕຫລວງ ແລ້ວໆ.
-
ວຽງໄຊ
2010-02-17 -
-
-
Your browser doesn’t support HTML5 audio
ພາກສ່ວນກ່ຽວຂ້ອງ ທັງໝົດ ມີຜົນສລຸບ ກ່ຽວກັບບັນຫາ ການປັບປຸງ ບໍຣິເວນ ພຣະທາຕຫລວງ ແລ້ວ ແລະພົບວ່າ ທັງໝົດມີ 187 ຫລັງຄາເຮືອນ ແລະດິນອີກ 155 ຕອນ ໄດ້ຮັບຜົນສະທ້ອນ ຄິດເປັນ ຄ່າຊົ່ດເຊີຍ ໂຍກຍ້າຍ ທັງໝົດປະມານ 77 ພັນຕື້ກີບ.
ຣອງເຈົ້າຄອງກຳແພງ ວຽງຈັນ ຣ່ວມກັບ ທຸກພາກສ່ວນ ທີ່ກ່ຽວຂ້ອງ ກັບການໂຍກຍ້າຍ ປະຊາຊົນ ອອກຈາກບ້ານ ທາຕຫລວງເໜືອ ກາງ ແລະໃຕ້ ໄດ້ຮ່ວມປະຊຸມ ແລະຫາຂໍ້ສລຸບ ເບື້ອງຕົ້ນໄດ້ ໃນວັນທີ່ 12 ກຸມພາ ຜ່ານມາວ່າ ປະຊາຊົນ ທີ່ໄດ້ຮັບ ຜົນສະທ້ອນ ມີບ້ານ ທາຕຫລວງເໜືອ ຖືກດິນພ້ອມເຮືອນ 14 ຫລັງ ຖືກສະເພາະ ດິນ 14 ຕອນ ບ້ານທາຕຫລວງກາງ ຖືກດິນພ້ອມເຮືອນ 155 ຫລັງ ສະເພາະດິນ 96 ຕອນ ແລະບ້ານທາຕຫລວງໃຕ້ ຖືກເຮືອນພ້ອມດິນ 58 ຫລັງ ສະເພາະດິນ 45 ຕອນ ຕົກເປັນ ເງິນທັງໝົດ ທີ່ຕ້ອງຊົ່ດເຊີຍ ຕີຣາຄາໄດ້ 77 ພັນ 753 ລ້ານກີບ ໃນຈຳນວນນີ້ ແຍກອອກ ເປັນສະເພາະ ຄ່າຊົ່ດເຊີຍດິນ ເພື່ອສ້າງຖນົນ 4 ເລນອີກ 8 ພັນ 176 ລ້ານກີບ ຊຶ່ງ ພາກສ່ວນກ່ຽວຂ້ອງ ຈະລົງປະເມີນ ຣາຄາຊົດເຊີຍ ໃຫ້ແຕ່ລະບ້ານ ໃນໄວໆນີ້ ເພາະຈຳເປັນຕ້ອງ ໃຫ້ທັງໝົດ ຍ້າຍອອກ ໄປໄວ ທີ່ສຸດ.
ສຳຫລັບຜູ້ໄດ້ ຮັບຜົນ ກະທົບກະເທືອນ ທາງການ ຈະຈັດສັນ ບ່ອນໃໝ່ ໃຫ້ໄປຢູ່ຫລັກ 21 ເມືອງໄຊທານີ ນະຄອນຫລວງ ວຽງຈັນ ຕາມຄວາມເໝາະສົມ. ແຕ່ໄທບ້ານ ບຶງທາຕຫລວງເໜືອ ຜູ້ນຶ່ງ ມີຄວາມຄິດ ຄວາມເຫັນວ່າ:
“ເຂົາເຈົ້າ ຈະລົງມາໃໝ່ ຈະມາເກັບກຳ ເອົາຂໍ້ມູນໃໝ່ ຈະມາຕີຣາຄາ ບ້ານແລະດິນ... ບໍ່ຢາກຍ້າຍ ເພາະບ້ານນີ້ ກໍເປັນບ້ານ ພື້ນຖານ ບ້ານເກີດ ເມືອງນອນຢູ່ນີ້ ແຕ່ວ່າການ ຂຍາຍ ການພັທນາ ຕົວເມືອງ ເຮົາກໍຂັດຂວາງ ບໍ່ໄດ້.”
ປະຊາຊົນ ກຳລັງ ມີຄວາມຫວັງວ່າ ຈະໄດ້ຄ່າ ຊົດເຊີຍ ການໂຍກຍ້າຍ ບໍ່ເໝາະສົມ ກັບການ ດຳຣົງຊີວິຕ ແລະຍັງຄິດວ່າ ເມື່ອຍ້າຍໄປ ຢູ່ບ່ອນຈັດສັນ ແຫ່ງໃໝ່ ຈະທຳມາຫາກິນ ລຳບາກ ແລະ ໂຮງຮຽນ ຂອງເດັກນ້ອຍ ຢູ່ບ່ອນໃໝ່ ກໍຍັງບໍ່ທັນມີ ຊຶ່ງພາໃຫ້ ເຂົາເຈົ້າຄິດວ່າ ເມື່ອຍ້າຍ ອອກໄປແລ້ວ ຈະພົບກັບບັນຫາ ຫຍຸ້ງຍາກ ໃນການຮັບສົ່ງ ລູກຫລານ ທີ່ຮຽນໜັງສື ຢູ່ໃນເມືອງ.