ລາວຈະເລີ້ມສ້າງຂົວ ແຫ່ງທີ່ສີ່ແລ້ວ
ຣັຖບານລາວ ຕັດສີນໃຈ ຈະບໍ່ປ່ຽນແປງ ເສັ້ນທາງເຂົ້າ ຂົວມິຕພາບ ແຫ່ງທີ່ 4 ໂດຍຈະຊອກຫາ ພື້ນທີ່ໃໝ່ ໃຫ້ແກ່ບໍຣິສັດ ເອຊີຊີກຣີນ.
-
ສົມເນ
2010-02-02 -
-
-
Your browser doesn’t support HTML5 audio
ຣັຖບານລາວ ຕັດສີນໃຈວ່າ ຈະບໍ່ປ່ຽນເສັ້ນທາງ ເຂົ້າຂົວມິຕພາບລາວ-ໄທ ແຫ່ງທີ່ 4 ລະຫ່ວາງ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍຂອງໄທ ຫລັງຈາກເກີດມີ ບັນຫາ ທີ່ດິນທັບຊ້ອນ ກັນກັບທີ່ດິນ ຂອງໂຄງການກໍ່ສ້າງ ສູນທ່ອງທ່ຽວ ຄົບວົງຈອນ ຂອງບໍຣິສັດ ເອເອຊີກຣີນ.
ເຈົ້າໜ້າທີ່ລາວວ່າ ຄນະກັມມະການ ແຂວງທີ່ກ່ຽວຂ້ອງ ກັບໂຄງການກໍ່ສ້າງຂົວ ໄດ້ພົບປະກັບ ບໍຣິສັດເອຊີຊີ ແລະໄດ້ແຈ້ງຕໍ່ ທາງບໍຣິສັດວ່າ ທາງການລາວຕົກລົງ ຈະເອົາພື້ນທີ່ ທີ່ທັບຊ້ອນນັ້ນ ໃຫ້ໂຄງການກໍ່ສ້າງຂົວ. ດັ່ງທ່ານຖາວອນ ວໍຣະບຸດ ຮອງຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າ ຂອງແຫ່ງທີ 4 ໄດ້ເວົ້າວ່າ:
"ເມື່ອວັນທີ 26 ຜ່ານມາ ທາງແຂວງກໍໄດ້ມີ ຄນະກັມມະການນື່ງ ທີ່ໄດ້ລົງໄປພົບກັບ ປະທານຂອງເອເອຊີ ແລ້ວກໍໄດ້ແຈ້ງ ແຈ້ງເປັນທາງການວ່າ ທາງພື້ນທີ່ ທີ່ທັບຊ້ອນກັນຫັ້ນ ກໍຖືວ່າທາງເບື້ອງ ຝ່າຍຣັຖບານລາວ ກໍເຫັນດີໃຫ້ ຂົວນໍ້າຂອງ ເປັນຜູ້ນໍາໃຊ້".
ທ່ານກ່າວຕໍ່ໄປວ່າ ທາງການລາວ ຈະພິຈາຣະນາ ຊອກຫາທີ່ດິນຕອນໃໝ່ ທີ່ຕິດຕໍ່ກັນ ເພື່ອຊົດເຊີຽ ໃຫ້ແກ່ບໍຣິສັດ ເອເອຊີກຣີນ. ເນື້ອທີ່ດິນໂຄງການ ກໍ່ສ້າງຂົວຂ້າມ ນໍ້າຂອງ ດ້ານຝັ່ງລາວ ທີ່ໄປກວມເອົາ ເນື້ອທີ່ດິນ ຂອງໂຄງການກໍ່ສ້າງ ສູນທ່ອງທ່ຽວ ຄົບວົງຈອນຂອງບໍຣິສັດ ເອເອຊີກຣີນ ຜູ້ທີ່ໄດ້ຮັບ ສັມປະທານ ກ່ອນແລ້ວ ມີ 20ເຮັກຕາ. ທາງການລາວ ຕ້ອງຫລຸໂລ່ງບັນຫາ ທີ່ດິນທັບຊ້ອນໃຫ້ແລ້ວ ເພື່ອຈະເຮັດໃຫ້ ການກໍ່ສ້າງຂົວ ເລີ້ມຂື້ນພາຍໃນເດືອນ ກຸມພາ ນີ້.
ດຣ. ສີຊາ ສິງສົມບູນ ປະທານບໍຣິສັດ ເອເອຊີກຣີນ ຊີຕີລາວ ກ່າວວ່າ ຫາກມີການ ປ່ຽນແປງພື້ນທີ່ໃໝ່ ທາງບໍຣິສັດ ກໍມີການເສັຽຫາຍ ເຊັ່ນກັນ ແຕ່ກໍຍິນດີ ທີ່ຈະຮ່ວມມື ກັບທາງການລາວ:
"ຖ້າຢືນຢັນເສັ້ນທາງນີ້ ຄວາມເສັຽຫາຍທີ່ເກີດ ຄືສນາມກອຟ ເຮົາກໍຮຽນອີກນ້ອຍ ນື່ງວ່າ ຖ້າຈະໃຫ້ສົມບູນແບບ ກໍຄືເຣື້ອງຂອງ ຫາພື້ນທີ່ທີ່ຄິດວ່າ ຈະຕ້ອງກວມລວມ ພື້ນທີ່ສນາມກອຟ ທັງໝົດ ເຮົາກໍຈະບໍ່ເກີດ ຄວາມເສັຽຫາຍ ຫລາຍກ່ວານີ້".
ທ່ານ ດຣ. ສີຊາ ກ່າວຕື່ມວ່າ ໃນເວລານີ້ ທາງບໍຣິສັດ ຍັງບໍ່ໄດ້ຮັບ ຄວາມກະຈ່າງແຈ້ງ ເທື່ອກ່ຽວກັບການ ນໍາໃຊ້ທີ່ດິນ ດັ່ງກ່າວ. ທາງບໍຮິສັດ ຍັງລໍຖ້າໃຫ້ ເຈົ້າໜ້າທີ່ລາວ ລົງມາໃຫ້ ລາຍລະອຽດຕື່ມ ກ່ຽວກັບການນໍາໃຊ້ ພື້ນທີ່ແຫ່ງໃໝ່ ແລະທາງບໍຣິສັດ ຈະຕ້ອງຢຸດການ ກໍ່ສ້າງຊົ່ວລະຍະນື່ງ ແລະຍັງບໍ່ທັນ ປະເມີນມູນຄ່າ ຄວາມເສັຽຫາຍເທື່ອ.