ນໍ້າຂອງແຫ້ງ ຖນົນເລກທີ 3 ຕ້ອງຮັບພາລະໜັກ

ແຂວງບໍ່ແກ້ວ ຈະສ້ອມແປງ ຖນົນຫລວງ ເລກທີ R3 ທີ່ເພພັງຍ້ອນມີ ຣົດຂົນສົ່ງສິນຄ້າ ແລ່ນເພີ້ມຂື້ນ.

ຖນົນຫລວງ R3 ບໍລິເວນ ແຂວງບໍ່ແກ້ວ ໄດ້ຮັບຄວາມ ເສັຍຫາຍຫລາຍ ຫລັງຈາກທີ່ ຣົດຂົນສົ່ງສິນຄ້າ ລະຫວ່າງ ໄທແລະຈີນ ເລີ້ມມາໃຊ້ເສັ້ນທາງ ນີ້ຫລາຍຂື້ນ ຍ້ອນບັນຫາ ການຂົນສົ່ງທາງເຮືອ ໃນແມ່ນ້ຳຂອງ ໄດ້ຢຸດໄປ ເພາະລະດັບນ້ຳ ໃນແມ່ນ້ຳຂອງບົກ. ທາງກະຊວງ ໂຍທາທິການ ກໍາລັງສຳຣວດ ແລະຕຽມສ້ອມແປງ ຢ່າງຮີບດ່ວນ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຈາກຜແນກ ຄົມມະນາຄົມ ແຂວງບໍ່ແກ້ວ ອະທິບາຍວ່າ:

"ໂຄງການທັງມົດ ລະແມ່ນ 84 ກິໂລແມັດ ແຕ່ວ່າທີ່ຈະໄດ້ ສ້ອມກໍຫລາຍເຕີບຢູ່ ຕາມການລາຍງານ ຂອງຫົວຫນ້າໂຄງການ ກໍວ່າລະດັບ 50 ກິໂລກວ່າໆ ທີ່ຈະຕ້ອງໄດ້ສ້ອມ".

ທ່ານເວົ້າຕໍ່ວ່າ ນັບແຕ່ເປີດ ໃຊ້ຖນົນຫລວງ R3 ມາແຕ່ເດືອນ ເມສາ 2008 ກໍໄດ້ມີຣົດ ຂົນສົ່ງສິນຄ້າ ຂນາດໃຫຍ່ ມາໃຊ້ບໍລິການ ຫລາຍ ຈຶ່ງເຮັດໃຫ້ຫົນທາງ ເກີດການເພພັງ ເຖິງວ່າຈະມີ ການຄວບຄຸມ ຈຳກັດນ້ຳໜັກ ຂອງຣົດຂົນສົ່ງ ເປັນຢ່າງດີ ໂດຍບໍ່ໃຫ້ເກີນ 25 ຕັນ ກໍຕາມ. ແລະປັດຈຸບັນນີ້ ຖ້ຽວການຂົນສົ່ງ ທັງສິນຄ້າ ແລະ ນັກທ່ອງທ່ຽວ ແຫ່ງເພີ້ມທະວີ ຫລາຍຂື້ນ ຍ້ອນການຂົນສົ່ງ ທາງເຮືອ ໃນແມ່ນ້ຳຂອງ ບໍ່ສາມາດ ບໍລິການໄດ້.

ທາງກະຊວງໂຍທາ ແລະ ຂົນສົ່ງ ເລັ່ງການສ້ອມແປງ ຖນົນຫລວງ R3 ສະເພາະເຂດ ແຂວງບໍ່ແກ້ວ ທີ່ມີການເພພັງ ຫລາຍກວ່າເຄິ່ງນຶ່ງ. ບໍລິສັດ ແພ່ຊຳຣົງວິດ ຮ່ວມກັບບໍລິສັດ ນ້ຳທາກໍ່ສ້າງ ທີ່ເຄີຍໄດ້ຮັບ ສຳປະທານ ກໍ່ສ້າງເສັ້ນທາງ ດັ່ງກ່າວມາກ່ອນ ຈະເປັນຜູ້ຮັບ ສ້ອມແປງ. ງົບປະມານ ລາຍຈ່າຍ ຣັຖບານໄທ ຈະເປັນຝ່າຍໃຫ້ ກູ້ຢືມດອກເບັ້ຍຕໍ່າ 1.5 ສ່ວນຮ້ອຍ ແລະ ໃຊ້ເວລາໃນການ ໃຊ້ໜີ້ 30 ປີ ແລະເວລາປອດ ໜີ້ 10 ປີ, ມີມູນຄ່າ 400 ລ້ານບາດ ໂດຍຜ່ານສຳນັກງານ ການຮ່ວມມື ພັທນາເສຖກິດ NEDA. ເຖິງຢ່າງໃດ ກໍຕາມ ໂຄງການດັ່ງກ່າວນີ້ ຫາກໍລິເລີ້ມ ຈຶ່ງບໍ່ຮູ້ວ່າຈະ ໃຊ້ເວລາໃນການ ສ້ອມແປງ ດົນປານໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org