ທີ່ດິນຂອງປະຊາຊົນ ຖືກສັມປະທານ ຄ່າຊົດເຊີຍ ບໍ່ພຽງພໍ ສ້າງຄວາມເດືອດຮ້ອນ
ກາຣທີ່ ທາງເຈົ້າໜ້າທີ່ ເອົາທີ່ດິນ ຂອງປະຊາຊົນ ເພື່ອໃຫ້ ນັກທຸຣະກິຈ ຮັບສັມປະທານ ຕໍ່ນັ້ນ ເປັນກາຣສ້າງ ຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ຢ່າງຫລວງຫລາຍ.
-
ຫວາດ ສີມູນ
2009-10-09 -
-
-
Your browser doesn’t support HTML5 audio
ກາຣທີ່ທາງ ເຈົ້າໜ້າທີ່ລາວ ເປັນຜູ້ໄກ່ເກັ່ຽ ໃນກາຣຈັດສັນ ເພື່ອນຳເອົາທີ່ດິນ ຂອງປະຊາຊົນ ໄປໃຫ້ນັກທຸຣະກິຈ ສັມປະທານ ຕໍ່ນັ້ນ ຈະກາຍເປັນບັນຫາ ທີ່ເຮັດໃຫ້ ຜູ້ເປັນເຈົ້າຂອງ ທີ່ດິນໄດ້ຮັບ ຜົລກະທົບ ໃນອະນາຄົຕ ຢ່າງຫລວງຫລາຍ, ເພາະປະຊາຊົນ ຕ້ອງໄດ້ໂຍກຍ້າຍ ອອກຈາກທີ່ດິນ ເກົ່າບ່ອນທີ່ເຄີຽ ຢູ່ອາສັຍມາ ໃນເມື່ອກ່ອນໄປ ຢູ່ບ່ອນໃໝ່ ແລະ ຍີ່ງຈະເປັນກາຣ ສ້າງຄວາມເດືອດຮ້ອນ ໃຫ້ແກ່ເຂົາເຈົ້າ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກແຜນກກາຣ ແລະ ກາຣລົງທຶນ ທ່ານໜື່ງ ໄດ້ກ່າວວ່າ:
“ກໍເອີ໋ ມີທີ່ພູເຂົາ ກໍທີ່ດິນ ມັນກໍຫຍຸ້ງຍາກນ໋າ ທີ່ດິນເນັ໊ຽ ມັນເປັນ ຂອງປະຊາຊົນ ເຂົາເນາະ ເພາະເຂົານຳໃຊ້ ເຮັດກາຣຜລິຕ ຂອງເຂົານ໋າ ຈັ່ງຊັ້ນລ໋ະ”
ກາຣທີ່ທາງກາຣ ສປປລາວ ມີນະໂຍບາຍ ຫລຸດກາຣເກັບຄ່າ ພາສີ ບາງປະເພສໃຫ້ ແກ່ນັກລົງທຶນ ຕ່າງດ້າວ ເປັນເວລາ5ປີ ເປັນກາຣສົ່ງເສີມ ໃຫ້ນັກລົງທຶນ ຊາວຕ່າງປະເທສ ເຂົ້າມາຂໍ ສັມປະທານ ທີ່ດິນ ເປັນຈຳນວນຫລາຍ ເພີ່ມຂື້ນ ແຕ່ສະພາບຄວາມ ເປັນຈິງແທ້ໆນັ້ນ ເປັນກາຣ ເຮັດໃຫ້ ປະຊາຊົນຍິ່ງ ໄດ້ຮັບຜົລ ກະທົບ ຍ້ອນມີທີ່ດິນ ຫລຸດນ້ອຍລົງ ຫລືບໍ່ກໍຕ້ອງໄດ້ ໂຍກຍ້າຍ ທີ່ຢູ່ອາສັຍ ແລະ ເງີນຄຳທີ່ທາງ ຣັຖບາລໃຫ້ເປັນ ຄ່າຊົດເຊີຽນັ້ນ ກໍບໍ່ພຽງພໍ.
ອີງຕາມກາຣ ເປີດເຜີຽ ຂອງກາຣຣາຍງານ ຈາກກົມທີ່ດິນ ແຫ່ງຊາຕ ປະຈຳປີ2008 ຜ່ານມາວ່າ ໃນປັຈຈຸບັນນີ້ ມີຜູ້ສັມປະທານ ທີ່ດິນທັງໝົດ 1,143 ສັນຍາ ແລະ ໃນຈຳນວນດັ່ງກ່າວ ມີປະມານ 80%ທີ່ວ່າ ບໍ່ມີບົທວິພາກ ເສຖກິຈ ແລະ ຈຳພວກທີ່ມີ ກາຣເຊັນສັນຍາ ຈາກອົງກາຣ ຄຸ້ມຄອງ ທີ່ດິນແຫ່ງຊາຕ ກໍມີເປັນຈຳນວນ ສ່ວນນ້ອຍໆເທົ່ານັ້ນ, ຊື່ງກາຣສັນຍາ ດັ່ງກ່າວ ຈະເປັນກາຣໃຫ້ ສິທແກ່ທາງ ເຈົ້າໜ້າທີ່ໄປ ກວດສອບຕາມພື້ນທີ່ ສັມປະທານ ຂອງທາງ ບໍຣິສັທ ນັ້ນເສັຽກ່ອນວ່າ ຈະເປັນກາຣສ້າງ ຄວາມເສັຽຫາຍໃຫ້ ແກ່ປະຊາຊົນ ຫລືຊັພຍາກອນ ຫລືບໍ? ໂດຽສະເພາະທີ່ ເປັນພື້ນທີ່ໆທາງ ປະຊາຊົນເຄີຽໃຊ້ ເປັນບ່ອນ ທຳມາຫາກິນ ມາໃນເມື່ອກ່ອນ ແລ້ວນັ້ນ.