ເລັ່ງລັດສ້າງ ສຳນັກງານດ່ານສາກົນ ພູເກື້ອ
ແຂວງອັຕປືເລັ່ງລັດ ໃນການສ້າງສາ ອາຄານ ສຳນັກງານ ດ່ານສາກົນ ພູເກື້ອ ຊາຍແດນເຂົ້າອອກ ກັບວຽດນາມ ທີ່ແຂວງ ກວງຕຸມ ຄາດວ່າຈະໃຫ້ ແລ້ວໃນປີ 2010 ຫລັງຈາກ ມີການຊັກຊ້າ ຊົ່ວລະຍະນື່ງ.
-
ສິດນີ
2009-06-12 -
-
-
Your browser doesn’t support HTML5 audio
ເຖີງແມ່ນວ່າ ພິທີເປີດ ດ່ານສາກົນ ພູເກືອ-ໂອອີ້ງ ທີ່ຊາຍແດນ ລາວ-ວຽດນາມ ຣະຫວ່າງແຂວງອັຕປື ຂອງລາວກັບແຂວງ ກວງຕຸມ ຂອງວຽດນາມ ໄດ້ມີຂື້ນຢ່າງ ເປັນທາງການ ໃນວັນທີ 18ເດືອນ ມົກກະຣາ ປີ2008 ມາແລ້ວກໍ່ຕາມ ແຕ່ສະພາບ ຕົວຈີງນັ້ນ ດ່ານສາກົນ ພູເກືອຂອງລາວ ຍັງບໍມີຄວາມ ຄືບຫນ້າຫລາຍ ປານໃດ ໃນການກໍ່ສ້າງ ແຕ່ຝັ່ງວຽດນາມ ນັ້ນສຳເຣັດແລ້ວ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງຂອງລາວ ທ່ານນື່ງເວົ້າວ່າ:
"ດ່ານສາກົນ ພູເກືອ ເພີ່ນປະກາດ ເປັນດ່ານສາກົນ ໃນຫລາຍປີແລ້ວ ແຕ່ວ່າ ເຮົາບໍ່ສາມາດ ເຮັດເປັນອາຄານ ສຳນັກງານ ເປັນແນວ ບໍຣິການ ພວກເຮົາຍັງບໍ່ ສາມາດເຮັດໄດ້ເທືອ ຍັງປະມູນຫາ ບໍຣິສັດ ຜູ້ທີ່ມາກໍ່ສ້າງ ກະປະມານປີ 2010 ເພີ່ນກໍ່ຈະ ສາມາດ ນຳໃຊ້ໄດ້."
ລະຍະຜ່ານມາ ແຂວງອັຕປື ມີໂຄງການ ພັທນາ ຄວາມຮ່ວມມື ສົ່ງເສີມການ ລົງທືນ ຕາມຂໍ້ຕົກລົງ ເຂດເສຖກິດ ສາມຫລ່ຽມຣະຫວ່າງ 3ປະເທດ ອັນໄດ້ແກ່ ລາວ ວຽດນາມ ແລະກຳພູຊາ ໂດຍມີການ ກໍ່ສ້າງຖນົນ ເລກທີ 18B ເຊື່ອມຕໍ່ໃສ່ແຂວງ ກວງຕຸມ ພາກກາງຂອງ ວຽດນາມ ຖນົນດັ່ງກ່າວ ກໍ່ສ້າງສຳເຣັດ ໃນປີ 2006 ແລະດ່ານໂອອີ້ງ ຝັ່ງວຽດນາມ ກໍ່ສຳເຮັດ ພ້ອມກັນ ແຕ່ດ່ານ ພູເກື້ອຝັ່ງລາວ ມີການຊັກຊ້າ ຫລາຍແລະກໍ່ຍັງ ບໍ່ມີອາຄານ ໃນການທຳງານ ທີ່ຖາວອນເລີຍ ຈື່ງຕ້ອງ ເລັ່ງລັດ ໃຫ້ມີການ ສ້າງສາໃຫ້ໃວ ດ່ານດັ່ງກ່າວ ຈະມີສູນ ສັພສີນຄ້າ ຄົບວົງຈອນ ສຳນັກງານ ກວດກາ ຄົນເຂົ້າອອກ ຫ້ອງການພາສີ ແລະ ສາງເກັບສີນຄ້າ ຣະຫວ່າງປະເທດ ທີ່ໄດ້ມາຕຖານ.