ທະນາຄານ ພັທນາເອເຊັຽ ຊ່ວຍ ການສືກສາ

ທະນາຄານ ພັທນາເອເຊັຽຫລື ADB ໃຫ້ການຊ່ອຍເຫລືອ ທາງດ້ານການສືກສາ ໃນລາວ.

ທະນາຄານ ພັທນາເອເຊັຍ ຈະປະຕິບັດ ຕາມແຜນການ ການພັທນາທາງດ້ານ ການສືກ ສາໃນລາວ ໃນສອງໂຄງການ ໃຫຍ່ໆຊື່ງເປັນການ ສອດຄ່ອງ ກັບໂຄງການເພື່ອ ການ ສືກສາສຳລັບ ໝົດທຸກຄົນໃນລາວ ຂອງແຜນການ ການສືກສາແຫ່ງ ຊາດຂອງຣັຖບານ ໃນມາຕຣາ19 ໃນນັ້ນ ທະນາຄານ ພັທນາເອເຊັຽ ຈະຊ່ອຍຣັຖບານ ລາວໃນການພັທນາ ການສືກສາ ໃນຂັ້ນປະຖົມ ໃນລາວໃຫ້ມີ ຄຸນນະພາບ ສຳລັບເດັກນ້ອຍ ລາວໃນທົ່ວປະ ເທດ ໂດຍສະເພາະ ເດັກນ້ອຍຊົນເຜົ່າ ຕ່າງໆໃນລາວ.

ໃນແຜນການ ດັ່ງກ່າວ ທະນາຄານ ພັທນາເອເຊັຍ ຈະຍົກຣະດັບ ການຝືກອົບຮົມ ຄຣູ ສອນ ທີ່ໄດ້ມາຕຖານ ບໍຣິຈາກປື້ມ ແລະຕຳຣາການ ສີດສອນປະເພດ ຕ່າງໆ ໃຫ້ແກ່ ໂຮງຮຽນໃນເຂດ ທີ່ເຂດຊົນນະບົດ ຍົກຣະດັບຄູຣ ອາຈານ ຍົກຣະດັບການ ວັດແທກ ຄວາມສາມາດ ແລະ ການບໍຣິຫານ ຣະບົບການສືກສາ ໃຫ້ເປັນເອກກະພາບ ໃນລາວ ໃຫ້ຫລາຍຂື້ນ.

ອົງການADB ຍັງຈະໄດ້ຮ່ວມ ກັບກະຊວງ ສືກສາທິການ ລາວ ໃນການວາງ ນະໂຍ ບາຍ ການສືກສາແລະ ການຊ່ອຍ ງົບປະມານໃນ ການສ້າງໂຮງຮຽນ ແລະຄຣູສອນ ໃນລາວ ໃນອານາຄົດ.

ໃນລະຍະທີ່ ຜ່ານມາເທົ່າເຖີງ ປັດຈຸບັນ ການສືກສາ ໃນລາວ ຍັງບໍ່ໄດ້ ມາຕຖານພຽງພໍ ທາງດ້ານ ຄຸນນະພາບ ແລະ ເດັກນ້ອຍໃນລາວ ໃນເຂດ ຊົນນະບົດ ຍັງຂາດການສືກສາ ຫລາຍຢູ່ ເພາະ ຂາດຄຣູອາຈານ ແລະໂຮງຮຽນ ຍ້ອນສະພາບຄວາມ ທຸກຈົນໃນລາວ ແລະການຂາດ ງົບປະມານ ຂອງ ຣັຖບານລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org