ກອງທັບລາວ ໃນເຂດພາກເໜືອ ວາງມາຕະການ ກວດລ້າງ ກຸ່ມປະກອບອາວຸດ ບໍ່ຊາບຝ່າຍ ທີ່ເຄື່ອນໄຫວ ໃນພື້ນທີ່ ແຂວງພາກເໜືອ
2008.02.08
ທະຫານລາວ ໃນແຂວງພາກເໜືອ ຣະຫວ່າງ ຫລວງພຣະບາງ, ຊຽງຂວາງ ແລະ ວຽງຈັນ ໄດ້ວາງມາຕະການ ກວດລ້າງ ກຸ່ມປະກອບ ອາວຸດ ມາໄດ້ 1 ປີແລ້ວ, ແລະ ປັດຈຸບັນຖືກເປີດເຜີຍ ໃນຂະນະທີ່ ທາງການລາວ ເຣີ້ມກວດລ້າງ ກຸ່ມເຜົ່າມົ້ງ ທີ່ຕໍ່ຕ້ານຣັຖບານ ຢູ່ໃນລາວ.
ເຈົ້າໜ້າທີ່ ທະຫານ ແຂວງຫລວງພຣະບາງ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ: ເຂດຕອນລ່າງ ຂອງແຂວງຫລວງພຣະບາງ, ເປັນຕົ້ນແມ່ນ ເມືອງນານ, ເມືອງພູຄູນ ແລະ ຢູ່ແຂວງຊຽງຂວາງ ແມ່ນເຂດ ເມືອງພູກູດ ແລະ ເມືອງຜາໄຊ, ຮວມທັງ ຕອນເໜືອ ຂອງແຂວງວຽງຈັນນັ້ນ, ທາງການ ຖືວ່າ ເປັນເສັ້ນທາງ ເຂົ້າ-ອອກ ຕິດຕໍ່ ປະສານງານກັນ ຣະຫວ່າງ ທາງນອກ ແລະ ທາງໃນ ຂອງກຸ່ມຕໍ່ຕ້ານ, ຊຶ່ງກຸ່ມມົ້ງ ເປັນເປົ້າໝາຍ.
ໃນລະຍະ 2 ປີຜ່ານມາ, ມີການປະທະກັນ ຣະຫວ່າງ ກອງກໍາລັງປະກອບ ອາວຸດ ບໍ່ຊາບຝ່າຍ ກັບກອງກໍາລັງ ຂອງທາງການ, ພ້ອມທັງ ມີການດັກຍິງ ຣົດຂົນສົ່ງ ແລະ ຣົດໂດຍສານ ຂອງບໍຣິສັດ ຂຸດຄົ້ນ ບໍ່ຄໍາ ທີ່ແລ່ນຜ່ານໄປ-ມາ ໃນພື້ນທີ່ດັ່ງກ່າວ. ຈຶ່ງເຮັດໃຫ້ ທະຫານ ປະຈໍາພື້ນທີ່ ມີນະໂຍບາຍ ກວດລ້າງ ຝ່າຍຕໍ່ຕ້ານ ໂດຍບໍ່ມີການປະນິປະນອມ “ສັງຫານລູກດຽວ.”
ແລະ ເມື່ອສັງຫານແລ້ວ, ໂດຍມີອາວຸດ ຫລື ເຄືອງມືສນາມ ອັນໃດອັນນຶ່ງ ເປັນຫລັກຖານ ກໍໄປຣາຍງານ ສ່ວນກາງ ຫລື ກອງບັນຊາການ ກໍຈະໄດ້ຮັບ ລາງວັນ ເຊັ່ນ: 1. ການເລື່ອນຊັ້ນ ຂັ້ນ 1 ແລະ ໄດ້ເຂົ້າເປັນ ສມາຊິກໜ່ວຍພັກພື້ນຖານ ໂດຍອັຕໂນມັດ, 2. ໄດ້ລາງວັນພິເສດ ເປັນເງິນສົດ ຈໍານວນ 6 ລ້ານກີບ ຕໍ່ສັຕຣູ 1 ຄົນ.
ເຖິງຢ່າງໃດ ກໍຕາມ, ທ່ານ ຢົງ ຈັນທະລັງສີ, ໂຄສົກກະຊວງການຕ່າງປະເທດລາວ, ປະຕິເສດ ຕໍ່ຣາຍງານ ດັ່ງກ່າວ ວ່າ:
(ສຽງ) “ບໍ່ມີ…ມີແຕ່ວ່າ ທະຫານ ຂອງພວກຂ້າພະເຈົ້າ ກະແມ່ນມີແຕ່ເຮັດໜ້າທີ່ ປົກປັກຮັກສາຖນົນ ຫົນທາງ ເພື່ອອໍານວຍຄວາມສະດວກ ຮັບປະກັນຄວາມປອດພັຍ ໃຫ້ປະຊາ ຊົນເທົ່ານັ້ນ… ບໍ່ມີດອກ… ເສີກເສືອ ໝົດແລ້ວເດ ຊິໄປສູ້ລົບຕົບຕີກັບໃຜອີກ…..ນີ້ມັນ ແມ່ນເປັນການເສກສັນນປັ້ນແຕ່ງ ເວົ້າຢູ່ປະເທດອື່ນພຸ້ນ ເວົ້າແບບບໍ່ຮູ້ຄວາມຈິງຫຍັງ ໝົດດອກ…ຢູ່ໃນຕົວຈິງພວກຂ້າພະເຈົ້າບໍ່ມີ.“
ເຈົ້າໜ້າທີ່ ທະຫານ ແຂວງຫລວງພຣະບາງ ກ່າວຕໍ່ໄປອີກວ່າ ຝ່າຍຕໍ່ຕ້ານ, ນອກຈາກ ຈະແມ່ນ ກຸ່ມປະກອບອາວຸດ ທີ່ບໍ່ຊາບຝ່າຍ ແລະ ກຸ່ມຄົນ ທີ່ບໍ່ດີ ທີ່ທໍາການຈໍຣະກັມຕ່າງໆ ຕາມເສັ້ນທາງຫລວງແລ້ວ, ກໍຍັງມີ ກຸ່ມຊາວເຜົ່າມົ້ງ ທີ່ລີ້ຊ່ອນ ຢູ່ໃນພູຜາ ປ່າດົງນັ້ນ ກໍຖືວ່າ ເປັນສັຕຣູ ເຊັ່ນກັນ.
ເມື່ອສັປດາ ຜ່ານມາ, ສະມາຊິກສະພາສູງສະຫະຣັດ ຈາກ 5 ຣັດ, ທີ່ມີຊາວເຜົ່າມົ້ງ ອາສັຍຢູ່ສ່ວນຫລາຍ, ໄດ້ຂຽນຈົດໝາຍ ເຖິງ ຍານາງ ຄອນໂດລີຊາ ໄຣສ໌ ເພື່ອໃຫ້ສະຫະຣັດ ຕິດຕາມເບິ່ງ ການລະເມີດສິດທິມະນຸດ ຂອງຊາວເຜົ່າມົ້ງ. ເຖິງຢ່າງໃດ ກໍຕາມ, ກະຊວງການຕ່າງປະເທດ ສະຫະຣັດ ເວົ້າວ່າ ທາງກະຊວງ ກໍາລັງກວດກາເບິ່ງ ການຂໍ້ຮ້ອງດັ່ງກ່າວ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນາຍົກ ຣັຖມົນຕຣີລາວ ເວົ້າວ່າ ສປປລາວ ຈໍາເປັນຕ້ອງປັບປຸງ ການບໍຣິຫານ ເພື່ອການພັທນາ
- ການລັກລອບຕັດໄມ້ ທຳລາຍປ່າ ໃນລາວ ຍັງເປັນບັນຫາໃຫ່ຽ ທີ່ບໍ່ສາມາດແກ້ໄຂ ແລະ ກວາດລ້າງໝົດວົງຈອນ ຂອງຜູ້ລັກລອບຕັດໄມ້
- ຊາວລາວຈຳນວນນຶ່ງ ຢ້ານວ່າ ໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຈະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ
- ສະຫະຣັຖ ສືບສວນ ການປາບປາມ ຊາວເຜົ່າມົ້ງໃນລາວ
- ອົງກາຣອະນຸຮັກສັຕປ່າ ປະຈຳລາວ ສືບຕໍ່ໂຄງກາຣ ປົກປັກຮັກສາ ເສືອໂຄ່ງ ໃນ ເຂຕປ່າສງວນ ແຫ່ງຊາຕນາແມດ-ພູເລີຽ ທາງພາຄເໜືອຂອງລາວ ເພື່ອບໍ່ໃຫ້ສູນພັນ
- ການກໍ່ສ້າງເສັ້ນທາງ ເມືອງເງິນ-ເມືອງປາກແບ່ງ ໃນໄລຍະ 1 ປີ ຜ່ານມາ ມີຄວາມຄືບໜ້າແລ້ວ ປະມານ 37 ເປີເຊັນ
- ເຈົ້າໜ້າທີ່ລາວ ສະແດງຄວາມເປັນຫ່ວງ ນໍາເຍົາວະຊົນລາວ ເລື່ອງຢາເສບຕິດ ແລະ ການປະພຶດ
- ການກະຕຽມ ການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງ ມິຕະພາບ ລາວ-ໄທ ແຫ່ງທີ່ 4 ມີຄວາມຄືບໜ້າ
- ການຕໍ່ຕ້ານ ການຄ້າປະເວນີ ເປັນປັດໃຈນຶ່ງທີ່ສໍາຄັນ ໃນການຈໍາກັດ ລຸດຜ່ອນ ການຄ້າມະນຸດ ໃນ ປະເທດຕ່າງໆ ຮວມທັງ ຢູ່ໃນປະເທດລາວ ນໍາດ້ວຍ
- ເມືອງມໍຣະດົກໂລກ ຫລວງພຣະບາງ ໄດ້ຮັບຣາງວັນ ຍ້ອງຍໍຈາກວາຣະສາຣ ກາຣທ່ອງທ່ຽວ ຂອງອັງກິດ 3 ປີຕໍ່ໆກັນ