ສວຍໂອກາດ ສໍ້ກົງ ຍາມບຸນ
ຂົວ ມິດຕະພາບ ລາວ ໄທ ແຫ່ງທີ່ 2 ພົບວ່າ ມີ ເຈົ້າໜ້າທີ່ ຮຽກ ເກັບເງິນ ຄ່າຈໍ້າກາ passport ໂດຍ ບໍ່ຊອບທໍາ.
-
ມະນິຈັນ ຣາຍງານ
2008-05-22 -
-
-
Your browser doesn’t support HTML5 audio
ໃນ ຣະຍະ ຫລັງໆ ມານີ້ ພົບວ່າ ເຈົ້າໜ້າທີ່ ທັງສອງຝັ່ງ ລາວ ໄທ ມີການຮຽກ ເກັບຄ່າຕີຕາ passport ຫລື ໜັງສື ເດີນທາງ ເພື່ອຜ່ານ ຂົວມິດຕະພາບ ລາວໄທ ແຫ່ງທີ່ 2 ໂດຍສະເພາະ ໃນຣະຍະ ເທດສະການ ຢຸດພັກ ຫລາຍມື້, ຊຶ່ງສົ່ງຜົນ ໃຫ້ມີ ປະຊາຊົນ ໄຊ້ບໍຣິການ ໜ້ອຍລົງ. ເຈົ້າໜ້າທີ່ ກ່ຽວຂ້ອງ ບໍຣິເວນ ຂົວ ມິດຕະພາບ ລາວໄທ ແຫ່ງທີ່ 2 ໃຫ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້ວ່າ:
”ເຣື້ອງ ຂອງເຈົ້າໜ້າທີ່ ດ່ານຕໍມໍ ທັງໄທ ແລະ ລາວ ມັນມີ ເຣື້ອງ ຜົນ ປະໂຫຍດ ເຂົ້າມາ ທັບຊ້ອນ. ໃນ ການເດີນທາງ ຂອງ ຜູ້ໂດຍສານ ຢ່າງ ການ stamp passport ຊຶ່ງເດີມ ຝັ່ງໄທ ບໍ່ມີ, ກໍມີ ການ ຮຽກເກັບເງິນ ບາງສ່ວນ. ແທ້ຈິງແລ້ວ, passport ມັນຕ້ອງ ບໍ່ເສັຽ ຢູ່ແລ້ວ ທັງສອງຝັ່ງ. ມັນຕ້ອງ ມີ ການຮຽກເກັບ ແດ່ເລັກນ້ອຍ, ບາງຊຸດ ບາງສ່ວນ.”
ປະຊາຊົນລາວ, ຮວມໄປເຖິງ ພະນັກງານ ພັກຣັຖ ທົ່ວໄປ, ຜູ້ຮູ້ເຫັນ ເຣື້ອງລາວ ການສໍ້ຣາດ ບັງຫລວງ ໃນປະເທດລາວ ແມ່ນ ບໍ່ມີ ຄວາມພໍໃຈ; ແຕ່ບໍ່ມີ ຫລັກຖານ ແລະ ກໍບໍ່ມີ ຜູ້ໃດ ຍອມຮັບ ເພາະ ເປັນເຣື້ອງ ທີ່ ບໍ່ສົມຄວນ ເປີດເຜີຍ ໃນ ສັງຄົມ ລາວ ແລະ ຕ່າງ ກໍ ບໍ່ເຫັນພ້ອມ ນໍາເຣື້ອງ ການສໍ້ຣາດ ບັງຫລວງ ຂອງ ພະນັກງານ ພັກຣັຖ ເພາະ ເຮັດວຽກ ຮັບໄຊ້ຊາດ ບ້ານເມືອງ ຄວນມີ ຄວາມຊື່ສັດ ສຸດຈະຣິດ.
ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ໂດຍໃຫ້ ຕົວຢ່າງ ຈະແຈ້ງ ວ່າ: ໃນຊ່ວງວັນພັກ ບຸນປີໃໝ່ ລາວໄທ ເມື່ອເດືອນ ເມສາ ຜ່ານມາ, ເກີດເຫດ ການຮຽກ ເກັບເງິນ ລັກສະນະນີ້ ຂຶ້ນກັບ group tour ໄທ ເພື່ອຜ່ານຂົວ ອັນ ເຮັດໃຫ້ມີ ຫລາຍກຸ່ມ tour ຍົກເລີກ ບໍ່ຂ້າມແດນ ໄປ.
”ເຂົາກໍເບື່ອໜ່າຍ ແລ້ວກໍບໍ່ຢາກເດີນທາງຂ້າມໄປ.”
ສ່ວນວ່າ ເກັບໜ້ອຍ ຫລາຍ ປານໃດ ນັ້ນ, ກໍບໍ່ ເປັນທີ່ ຮູ້ໄດ້ ເພາະບໍ່ມີ ການເປີດເຜີຍ. ການ ໄຊ້ບໍຣິການ ຜ່ານແດນ ດັ່ງກ່າວ ມີ ກົດຣະບຽບ ອອກມາ ຢ່າງຈະແຈ້ງ ວ່າ: ບໍ່ມີ ການຮຽກ ເກັບເງິນ ຫລື ເສັຽຄ່າ ບໍຣິການ ໃດໆ ແລະ ການຈໍ້າກາ ຜ່ານແດນ ຂອງ ຄົນລາວ ແລະ ຄົນໄທ ແມ່ນ ຈະບໍ່ມີ ການເສັຽ ຄ່າໄຊ້ຈ່າຍ, ທ່ານກ່າວ.
ຄວາມເວົ້າຊອກຫາຂໍ້ມູນ: ສໍ້ຣັຖ, corruption