ຂູດຮີດ ປະຊາຊົນ ຜ່ານ ເຄື່ອງແບບ ຕໍາຣວດ ຈະລາຈອນ
2008.06.03
ໜ່ວຍງານ ທີ່ມີ ພາບພົດ ໃນ ການ ປະຕິບັດ ໜ້າທີ່ ບໍ່ດີ ທີ່ສຸດ ໃນ ສາຍຕາ ຂອງ ປະຊາຊົນ ລາວ ໃນ ປັດຈຸບັນ ກໍຄື ເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ທັງ ໃນ ເມືອງໃຫຍ່ ແລະ ທ້ອງຖີ່ນ ຕ່າງໆ ທົ່ວ ປະເທດ, ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ, ກະຊວງ ປ້ອງກັນ ຄວາມສງົບ ພາຍໃນລາວ.
ພາບພົດ ທີ່ ບໍ່ດີ ຫລາຍ ທີ່ສຸດ ກ່ຽວກັບ ເຈົ້າໜ້າທີ່ ຕໍາຣວດ ນັ້ນ ກໍຄື ການ ປະຕິບັດ ໜ້າທີ່ ຊັກຊ້າ ໃນ ການແກ້ໄຂ ບັນຫາ, ອໍານວຍ ຄວາມສະດວກ ຫລື ໃຫ້ ການຊ່ວຍເຫລືອ ແກ່ ປະຊາຊົນ. ນອກຈາກນັ້ນ, ກໍມີ ສຽງ ວິພາກ ວິຈານ ຢ່າງ ກວ້າງຂວາງ ວ່າ ເຈົ້າໜ້າທີ່ຕໍາຣວດ ຈະລາຈອນ ປະຕິບັດ ໜ້າທີ່ ໂດຍ ທຸຈຣິດ ອີກດ້ວຍ.
ເຈົ້າໜ້າທີ່ ກ່ຽວຂ້ອງ ຂັ້ນສູງ ຂອງລາວ ກ່າວວ່າ:
”ສັງຄົມ ກໍຄື ຫາງສຽງ ວິພາກ ວິຈານ ຕໍ່ ກໍາລັງ ຕໍາຣວດ ຈະລາຈອນ ທີ່ ຜ່ານມາ ນັ້ນ ຄື: 1. ເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ປະຕິບັດ ໜ້າທີ່ ຢ່າງ ຊັກຊ້າ, 2. ຄື ເຈົ້າໜ້າທີ່ ປະຕິບັດ ໜ້າທີ່ ໂດຍ ໃຊ້ ອໍານາດ ເພື່ອ ສວຍໂອກາດ ເອົາເງິນ ເອົາທອງ ຈາກ ພໍ່ແມ່ ພີ່ນ້ອງ ປະຊາຊົນ ຊຶ່ງ ຕໍ່ ບັນຫາ ນີ້ ພວກເຮົາ ຈະຕ້ອງ ກວດກາ ຄືນ ເພື່ອ ລົບລ້າງ ຫາງສຽງ ວິພາກ ວິຈານ ດັ່ງກ່າວ ອອກ ຈາກ ສັງຄົມ ລາວ ໃຫ້ໄດ້.”
ເຂດ ທີ່ມີ ສຽງ ວິພາກ ວິຈານ ຈາກ ປະຊາຊົນ ກ່ຽວກັບ ການ ສວຍໂອກາດ ຂອງເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ໃນ ການ ຮຽກເກັບ ຜົນປະໂຫຍດ ໂດຍ ບໍ່ຊອບທໍາ ຫລາຍ ທີ່ ສຸດ ຈາກ ປະຊາຊົນ ກໍຄື ເຂດ ນະຄອນຫລວງ ວຽງຈັນ, ຮອງ ລົງມາ ກໍຄື ແຂວງ ສະຫວັນນະເຂດ, ຈຳປາສັກ, ຫລວງພະບາງ ແລະ ຄໍາມ່ວນ, ຕາມລໍາດັບ, ທ່ານກ່າວ.
ຄຳສັບ ຊອກຫາຂໍ້ມູນ: ສໍ້ຣາຊບັງຫລວງ corruption