ທາງການລາວ ປັດຈຸບັນ ມີນະໂຍບາຍ ແລະກົດຣະບຽບ ທີ່ເຄັ່ງຄັດ ເລື່ອງການປາບປາມ ການສໍ້ຣາສ ບັງຫລວງ ຊຶ່ງເປັນບັນຫາ ທີ່ທຸກປະເທດ ກໍາລັງປະເຊີນ ຢູ່ເຊັ່ນກັນນັ້ນ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງຂອງລາວ ທີ່ບໍ່ປະສົງ ອອກຊື່ທ່ານນຶ່ງ.
ມັນກໍຈໍາກັດ ຄັບແຄບລົງ ໄປກວ່າແຕ່ເກົ່າ ມັນໝົດໄປ ເປັນໄປບໍ່ໄດ້ ເປັນພະຍາດຕົວນຶ່ງ ຂອງສັງຄົມເພາະ ປະເທດ ທຶນນິຍົມເຂົາ ກໍແກ້ບໍ່ຕົກ ເຮົາກໍຍັງວ່າ ຮົ່ວໄຫລວ່າ ແຕ່ 1 ຫາ 2 ເປີເຊັນຂອງ ງົບປະມານ ແຫ່ງຣັດຢູ່ກໍ ສິພະຍາຍາມ ຣັຖບານເພິ່ນ ພະຍາຍາມ ແກ້ໃຂສຸດຂີດ.
ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ແລ້ວແມ່ນວ່າ ໃນປັດຈຸບັນ ນີ້ລາວມີ ກົດໝາຍ ທີ່ຈະແຈ້ງເລື່ອງ ການລົບລ້າງ ບັນຫາການ ສໍ້ຣາສ-ບັງຫລວງ ຂອງເຈົ້າໜ້າທີ່ ພັກ-ຣັຖ. ໄປພ້ອມໆກັນ ນັ້ນກໍມີການ ຂົນຂວາຍໂຄສນາ ອົບຮົມໃຫ້ ພະນັກງານ ທຸກຄົນ ພິຈາຣະນາ ແກ້ໃຂການ ປະພຶດ ທີ່ບໍ່ດີ ດັ່ງກ່າວ ຂອງຕົນເອງ ແລະໃຫ້ມີ ການປະຢັດ ມັທຍັດເພື່ອໃຫ້ ບັນຫາດັ່ງກ່າວ ລຸດນ້ອຍລົງ.
ບັນຫາການ ສໍ້ຣາສ-ບັງຫລວງ ເປັນບັນຫາ ໃຫຍ່ສໍາລັບ ສັງຄົມລາວ ເປັນບັນຫາ ທີ່ທວງດຶງການ ພັທນາປະເທດ ໃຫ້ກ້າວໜ້າ. ທ່ານກ່າວກ່ຽວກັບ ເລື່ອງນີ້ວ່າ:
ໃນການ ສໍ້ຣາສ-ບັງຫລວງ ແນວບໍ່ດີມັນ ກໍກະທົບໝົດ ຢ່າວ່າແຕ່ ປະເທດລາວ ປະເທດອຶ່ນໆ ກໍຄືກັນ ມັນກໍມີເຮັດ ໃຫ້ບັນຫາ ງົບປະມານ ຫົ່ວໄຫລເຮັດ ໃຫ້ຣາຍຮັບ ມັນບໍ່ໄດ້ ຕາມແຜນການ.
ສປປລາວ ເປັນປະເທດນຶ່ງ ທີ່ເປັນພາຄີ ສົນທີສັນຍາ ສາກົນວ່າດ້ວຍ ການສະກັດກັ້ນ ການສໍ້ຣາສ ບັງຫລວງ. ໃນປີ 2005 ສະພາແຫ່ງຊາດ ກໍໄດ້ຮັບຮອງ ເອົາກົດ ໝາຍວ່າດ້ວຍ ການຕ້ານການ ສໍ້ຣາສ-ບັງຫລວງ ເພື່ອຈໍາກັດ ພຶຕິກັມການ ສໍ້ຣາສ-ບັງຫລວງ ຂອງພະນັກງານ ພັກຣັດ.
ຫາງສຽງໃນ ສັງຄົມເວົ້າວ່າ ການຕ້ານການ ສໍ້ຣາສ-ບັງຫລວງ ເປັນການຕໍ່ສູ້ ພາຍໃນຕ້ານ ຜູ້ສວຍໄຊ້ ໜ້າທີ່ຕໍາແໜ່ງ ສິດອໍານາດ ເພື່ອຜົນປໂຍດ ສ່ວນຕົວ. ຕລອດ ເທົ່າທີ່ຜ່ານມາ.