ເຈົ້າໜ້າທີ່ ກະຊວງຍຸດຕິທັມ ເປີດເຜີຍເຖິງການ ຊື້ຈ້າງໃຫ້ສີນບົນ

ເຈົ້າໜ້າທີ່ທາງການ ທີ່ທໍາການ ທຸດຈະຣິດ ສ່ວນໃຫຍ່ມາ ຈາກໂຄງການ ທີ່ຮ່ວມກັບຣັຖບານ ຊຶ່ງຈະມີການ ຮັບສີນບົນ ຫລືເພີ້ມຄ່າ ໂຄງການຕ່າງໆ

ເຈົ້າໜ້າທີ່ທາງ ການທີ່ທໍາການ ທຸດຈະຣິດສ່ວນໃຫຍ່ ມາຈາກໂຄງການ ທີ່ຮ່ວມກັບຣັຖບານ ຊຶ່ງຈະມີການ ຮັບສີນບົນ ຫລືເພີ້ມຄ່າ ໂຄງການຕ່າງໆ ເຈົ້າໜ້າທີ່ ຈາກກະຊວງ ຍຸດຕິທັມ ນະຄອນຫລວງວຽງຈັນ ໄດ້ເວົ້າເປີດເຜີຍ ເຖິງການຊື້ຈ້າງ ໃຫ້ສີນບົນ ລະຫວ່າງເຈົ້າໜ້າທີ່ ລາວທັງສອງຝ່າຍ ຊຶ່ງສ່ວນໃຫຍ່ ແລ້ວຈະເປັນເຈົ້າ ໜ້າທີ່ຈາກ ໂຄງການຮ່ວມກັບ ຣັຖບານດັ່ງ ທ່ານໄດ້ເວົ້າວ່າ:ສ່ວນໃຫຍ່ຊິ ເປັນຂອງພວກ ໂຄງການ G.O. ເປັນເຄິ່ງນຶ່ງເງິນ ຂອງຣັຖບານ ເຄິ່ງນຶ່ງຂອງເງິນ ຂອງສະຫະພາບ ຢູໂຣບທີ່ຂະເຈົ້າ ມາບວກທຶນ ໃສ່ໄວ້ໃຫ້ ອັນນີ້ມີແທ້ ສ່ວນໃຫຍ່ມັນ ກໍເວລາທີ່ຂະເຈົ້າ ເອົາເງິນອອກໄປ ຊື້ວັດຖຸເຂົາຊິ ມີເປີເຊັນ ໃຫ້ກັນເບື້ອງຫລັງ ທ່ານໄດ້ເວົ້າອີກ ວ່ານອກຈາກທີ່ ໄດ້ເວົ້າໄປແລ້ວນັ້ນ ຍັງມີເຣື້ອງການ ເຮັດເອກກະສານ ປອມເພື່ອເພີ້ມ ຕື່ມຈໍານວນ ພັດສະດຸ ທີ່ໃຊ້ໃນການ ກໍ່ສ້າງ ຊຶ່ງບໍ່ ສອດຄ່ອງກັບ ທີ່ນັກວິຊາການ ເຮັດອອກມາ ແລ້ວກໍຍັງມີ ເຣື້ອງຂອງພະນັກງານ ທີ່ເຮັດການຢູ່ ໃນໂຄງການນັ້ນ ສ່ວນໃຫຍ່ຈະ ເປັນພັກພວກ ພີ່ນ້ອງທີ່ມີ ຜົນປະໂຍດຮ່ວມກັນ ໂດຍສະເພາະ ໂຄງການໃຫຍ່ໆ ເຊັ່ນການກໍ່ ສ້າງເຂື່ອນໄຟຟ້າ ການສ້າງຂົວ ຂ້າມແມ່ນໍ້າຂອງ ແລະໂຄງການສ້າງທາງ ລະດັບປະເທດເປັນຕົ້ນ ໃນຂະນະດຽວກັນ ທ່ານຍັງໄດ້ ເວົ້າເປີດເຜີຍ ເຖິງການໃຫ້ສີນບົນ ລະຫວ່າງເຈົ້າ ໜ້າທີ່ລາວ ແລະເຈົ້າຂອງໂຄງ ການສັມປະທານ ຕ່າງໆໂດຍທ່ານ ໄດ້ໃຫ້ລາຍລະອຽດ ກ່ຽວກັບເຣື້ອງນີ້ວ່າ:ຕົວນີ້ມີແທ້ ມີລະຫວ່າງ ບຸກຄົນກັບບຸກຄົນ ເວລາເຂົາຈະ ເຮັດຫລາຍເກີນໄປ ຂະເຈົ້າກໍຈະ ໃຫ້ສີນບົນ ທາງເມືອງເພື່ອ ຢັ້ງຢືນໃຫ້ຂະເຈົ້າ ໃນເມື່ອຣັຖບານ ທີ່ຂະເຈົ້າຮູ້ ຂະເຈົ້າກໍລົງ ມາຊິມີການ ປັບໃໝຫລືວ່າ ໄລ່ຜູ້ທີ່ ສັມປະທານ ນັ້ນອອກຈາກ ປະເທດໄປຄືກັນ ເຖິງຢ່າງໃດກໍຕາມ ທ່ານເວົ້າອີກວ່າ ສ່ວນໃຫຍ່ຈະ ເປັນກຸ່ມນັກວິຊາການ ທີ່ໄປກວດກາ ສະຖານທີ່ເພື່ອ ຫາຂໍ້ມູນແລະປະກອບເອກກະສານ ເພື່ອໃຫ້ຖືກຕ້ອງ ກັບທີ່ທາງການ ຕ້ອງການແຕ່ໃນ ພາກປະຕິບັດ ຈະບໍ່ເປັນໄປຕາມ ທີ່ໄດ້ຂໍໄວ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org