ທາງກາຣແຂວງເຊກອງ ສນັບສນູນວຽດນາມ ໃນໂຄງກາຣສ້າງເຂື່ອນ ເຊກອງ 4


2008.02.05

ທາງກາຣ ສປປລາວ ເຫັນພ້ອມນຳກາຣເຂົ້າມາລົງທຶນ ໃນເຂຕແຂວງບໍ່ແກ້ວ ຢ່າງຫລວງຫລາຍ ຂອງທາງບໍຣິສັທ ສປຈີນ.

ໜັງສືພີມຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 4 ກຸມພານີ້ ແຈ້ງວ່າ: ໃນປັຈຈຸບັນນີ້ ມີກຸ່ມຜູ້ລົງທຶນ ຊາວຈີນ ຈາກແຄວ້ນຢູນນານ ເຂົ້າມາລົງທຶນ ໃນແຂວງບໍ່ແກ້ວ ຢ່າງຫລວງ ຫລາຍຮວມໂດຽສະເພາະ ໃນເຂຕພື້ນທີ່ ເມືອງຕົ້ນເຜີ້ງ ຮວມເປັນທັງໝົດ ຫລາຍກວ່າ ໝື່ນໄຮ່ ໂດຽໃຫ້ບໍຣິສັທ ໃນນາມວ່າ ເປັນບໍຣິສັທ ດອກງີ້ວຄຳ ເປັນຜູ້ດຳເນີນພັທນາໃນ ເຂຕພື້ນທີ່ ໃຫ້ເປັນເຂຕເສຖກິຈ ທາງກະເສຕ ທີ່ຈະໃຫ້ມີກາຣປູກພືຊພັນຕ່າງໆ. ນອກ ຈາກນັ້ນ ຍັງມີໂຄງກາຣ ທີ່ຈະປຸກສ້າງໂຮງແຮມ - ກາຊີໂນ ໃຫ້ເປັນຣີສອຣ໌ຕ໌ ທີ່ຈະປະ ກອບດ້ວຍ ສນາມກອລ໌ຟ ແລະຫ້າງຮ້ານ ສັພພະສິນຄ້າຕ່າງໆ ອັນກວ້າງໃຫຍ່.

ທາງໜັງສືພີມ ຍັງໄດ້ເນັ້ນວ່າ: ໂຄງກາຣທັ້ງໝົດນີ້ ແມ່ນຕຣຽມໃສ່ເ ພື່ອຮອງຮັບບັນດາ ລູກຄ້າຈາກປະເທດຈີນ ທີ່ຈະອາສັຍເດີນທາງ ເຂົ້າປະເທດ ໂດຽຜ່ານເສັ້ນທາງສາຍ R3a ທີ່ມີກຳໜົດສ້າງແລ້ວເສຣັຈ ແລະມອບຮັບ ຢ່າງເປັນທາງກາຣ ໃນໄວໆນີ້ຊື່ງເປັນ ຖນົນສຳຄັນ ໃນໂຄງກາຣຮ່ວມມືດ້ານເສຖກິຈ ຣະຫວ່າງໄທຽ-ຈີນ-ລາວ ໂດຽສະເພາະ ທີ່ເປັນຖນົນເຊື່ອມຕໍ່ ຈາກໄທຽທີ່ແຄມແມ່ນ້ຳຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໄປຍັງ ຊາຍແດນລາວ ແລະຈີນ ກ່ອນທີ່ຈະເຂົ້າໄປເຖີງ ເຂຕມົນທົນ ຢູນນານຂອງຈີນນັ້ນ.

ເຖີງຢ່າງໃດກໍຕາມ ໂຄງກາຣດັ່ງກ່າວນີ້ ແມ່ນທາງຝ່າຍຈີນ ໄດ້ຮັບການສນັບສນູນ ຈາກທາງກາຣລາວ ໃຫ້ເຊົ່າໃນຂັ້ນຕົ້ນ ເປັນຣະຍະ 30 ປີ ແລະຍັງມີສິທຕໍ່ຕື່ມອີກໄດ້ 2 ເທື່ອ ທີ່ຮວມເປັນທັງໝົດ ເກືອບຮອດ 100 ປີ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.