ຊາວລາວຈຳນວນນຶ່ງ ຢ້ານວ່າ ໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຈະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ
2008.02.08
ຊາວລາວຈຳນວນນຶ່ງ ຢ້ານວ່າໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຈະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ ເຖິງແມ່ນວ່າ ການສຶກສາ ເຖິງຄວາມເປັນໄປໄດ້ ຍັງບໍ່ທັນສຳເຣັດ ແລ້ວກໍຕາມ.
ໃນປີ 2006 ແລະປີ 2007 ຜ່ານມານີ້ທາງການລາວ ໄດ້ລົງນາມເອກະສານ ບັນທຶກ ຄວາມເຂົ້າໃຈ ກັບບໍຣິສັດຕ່າງປະເທດ ທີ່ຈະລົງທຶນສ້າງເຂື່ອນ ຜລິດກະແສ ໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງແລ້ວ ເຊັ່ນວ່າ ເຂື່ອຜລິດກະແສໄຟຟ້າ ໃນສ່ແມ່ນໍ້າຂອງ ໃນແຂວງໄຊຍະບຸຣີ ສອງແຫ່ງ, ໃນແຂວງຫລວງພະບາງ ສອງແຫ່ງ ແລະໃນ ແຂວງຈຳປາສັກ ນຶ່ງແຫ່ງ.
ການສຶກສາ ຄວາມເປັນໄປໄດ້ນີ້ ບາງແຫ່ງກໍກຳລັງ ດຳເນີນຢູ່ ບາງແຫ່ງ ກໍຍັງບໍ່ເປັນທີ່ແຈ່ມແຈ້ງເທື່ອ, ແຕ່ເຖິງຢ່າງໃດກໍດີ ປະຊາຊົນ ລາວຈຳນວນນຶ່ງ ກໍມີຄວາມຢ້ານກົວໄວ້ຖ້າແລ້ວ ດັ່ງທ້າວໄພບູນ ຄົນຂັບຣົຖ ຮັບຈ້າງ ໃນ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
(ສຽງ)"ຖ້າມີການສ້າງເຂື່ອນ ວິຖີຊີວິດຂອງລາວ ກໍຈະປ່ຽນໄປ ເຮັດໃຫ້ການທຳມາຫາກິນ ປ່ຽນໄປ ພວກປາ ພວກຫຍັງນີ້ລະ ກະເສດອາດເສັຽຫາຍ ໄດ້ເພາະວ່ານ້ຳມັນສີ່ແຫ້ງ ຫລືວ່າຕື້ນເຂີນ ດັ່ງນັ້ນກໍເລີຽຢາກໃຫ້ ຣັຖະບານລາວ ພິຈາຣະນາຢ່າງຮອບຄອບ ເຖິງຜົນກະທົບ ຫລືສິ່ງທີ່ ຈະເກີດຂື້ນ."
ທ້າວໄພບູນ ກ່າວຕໍ່ໄປວ່າ ຍ້ອນລະດັບ ຄວາມຮັບຮູ້ຂອງຊາວລາວ ໂດຍທົ່ວໄປ ຍັງບໍ່ສູງ ແລະອີກຢ່າງນຶ່ງ ວິທີການເຜີຽແຜ່ຂໍ້ມູນ ກ່ຽວກັບໂຄງການສ້າງເຂື່ອນ ມີລັກ ສະນະ ໃນທາງບວກຫລາຍໂພດ ຈຶ່ງເຮັດໃຫ້ຊາວລາວສົງໃສ ແລະ ບໍ່ມີຄວາມແນ່ໃຈວ່າ ຜົນກະທົບ ນີ້ຈະເກີດແກ່ເຂົາເຈົ້າ ແນວໃດແດ່.
ລາວວ່າ ການສົງໃສນັ້ນມີຫລາຍ ສິ່ງຫລາຍຢ່າງ; ຜູ້ທີ່ໄຊ້ຊີວິດ ໃນການປູກຝັງ ແລະຫາປາ ຢູ່ຕາມນ້ຳຂອງ ກໍຄິດວ່າ ຕົນຈະບໍ່ສາມາດ ດຳເນີນການລ້ຽງຊີບ ແບບເດີມອີກແລ້ວ, ຫລືວ່າເຂົາເຈົ້າອາດ ຖືກໂຍກຍ້າຍ ອອກໄປຢູ່ໃນເຂດຈັດສັນໃໝ່ ຫລືບາງຄົນ ຄິດຢ້ານວ່າ ຄັນເກີດວ່າ ເຂື່ອນແຕກ ນ້ຳຈະບໍ່ຖ້ວມ ແລະຄົນຈະບໍ່ຕາຍໝົດບໍ່ ດັ່ງນີ້ເປັນຕົ້ນ.
ນອກຈາກຊາວລາວ ມີຄວາມບໍ່ແນ່ໃຈ ໃນໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ນີ້ແລ້ວກໍຍັງມີອົງການ ທີ່ບໍ່ຂື້ນກັບຣັຖະບານ ນານາຊາດ ຫລາຍອົງ ການໄດ້ສະແດງຄວາມເປັນຫ່ວງ ຕໍ່ໂຄງການດັ່ງກ່າວຂອງລາວ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສະຫະຣັຖ ສືບສວນ ການປາບປາມ ຊາວເຜົ່າມົ້ງໃນລາວ
- ອົງກາຣອະນຸຮັກສັຕປ່າ ປະຈຳລາວ ສືບຕໍ່ໂຄງກາຣ ປົກປັກຮັກສາ ເສືອໂຄ່ງ ໃນ ເຂຕປ່າສງວນ ແຫ່ງຊາຕນາແມດ-ພູເລີຽ ທາງພາຄເໜືອຂອງລາວ ເພື່ອບໍ່ໃຫ້ສູນພັນ
- ການກໍ່ສ້າງເສັ້ນທາງ ເມືອງເງິນ-ເມືອງປາກແບ່ງ ໃນໄລຍະ 1 ປີ ຜ່ານມາ ມີຄວາມຄືບໜ້າແລ້ວ ປະມານ 37 ເປີເຊັນ
- ເຈົ້າໜ້າທີ່ລາວ ສະແດງຄວາມເປັນຫ່ວງ ນໍາເຍົາວະຊົນລາວ ເລື່ອງຢາເສບຕິດ ແລະ ການປະພຶດ
- ການກະຕຽມ ການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງ ມິຕະພາບ ລາວ-ໄທ ແຫ່ງທີ່ 4 ມີຄວາມຄືບໜ້າ
- ການຕໍ່ຕ້ານ ການຄ້າປະເວນີ ເປັນປັດໃຈນຶ່ງທີ່ສໍາຄັນ ໃນການຈໍາກັດ ລຸດຜ່ອນ ການຄ້າມະນຸດ ໃນ ປະເທດຕ່າງໆ ຮວມທັງ ຢູ່ໃນປະເທດລາວ ນໍາດ້ວຍ
- ເມືອງມໍຣະດົກໂລກ ຫລວງພຣະບາງ ໄດ້ຮັບຣາງວັນ ຍ້ອງຍໍຈາກວາຣະສາຣ ກາຣທ່ອງທ່ຽວ ຂອງອັງກິດ 3 ປີຕໍ່ໆກັນ
- ເຈົ້າໜ້າທີ່ຕຳຣວຈ ກວດຄົນເຂົ້າເມືອງ ທີ່ດ່ານຊຽງຂອງ ແຂວງຊຽງຮາຍ ບໍ່ຄ່ອຍ ຈະອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ຊາວຕ່າງປະເທດ ດີເທົ່າທີ່ຄວນ
- ຊາວມົ້ງ ສອງຄົນ ໃນຈຳນວນ 7 ຄົນ ທີ່ໂຕນໜີ ອອກຈາກອອກຈາກ ຫ້ອງກັກຂັງ ດ່ານກວດຄົນ ເຂົ້າເມືອງ ແຂວງໜອງຄາຍ ຖືກຈັບໄດ້ ຄືນ
- ທາງກາຣລາວ ມີກາຣປັກຫລັກ ໝາຍເອົາເຂຕ ສຳຫລັບ ກາຣກໍ່ສ້າງ ສນາມບິນ ແຫ່ງຊາຕຢູ່ບ່ອນໃໝ່ ໃນເຂຕ ນະຄອນຫລວງວຽງຈັນ