ຂະແໜງ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ແນະນຳໃຫ້ປະຊາຊົນ ສືບຕໍ່ປູກພືດກະສິກັມ


2008.02.22

ຂະແໜງກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ແນະນຳໃຫ້ປະຊາຊົນ ສືບຕໍ່ປູກພືດ ກະສິກັມ ແລະ ຕົ້ນໄມ້ເສຖະກິດ ເພື່ອສນອງ ຄວາມຕ້ອງການ ຂອງຕະລາດໃນນອກ ປະເທດ ເຊັ່ນວ່າ ປູກຕົ້ນໄມ້ສັກ ໄມ້ຂະຍູງ ໄມ້ກິດສະໜາ ແລະໄມ້ດູ່ ເນື່ອງຈາກ ວ່າໄມ້ເລົ່ານີ້ ຖືກຕັດໄປຫລາຍແລ້ວ, ດັ່ງທີ່ເຈົ້າໜ້າທີ່ກະສິກັມໄດ້ກ່າວ:

(ສຽງ) "ດຽວນີ້ໄດ້ມີນະໂຍບາຍ ເຣື້ອງການຊ່ວຍເຫລືອ ຊາວບ້ານແຂວງຄຳມ່ວນ ມາປູກພືດ ປູກຕົ້ນໄມ້ ທີ່ວ່າເປັນເສຖະກິດສູງ ແລະມີການສົ່ງເສີມ ປູກໄມ້ທີ່ວ່າມີຣາຄາແພງ ທັງໄມ້ຄະຍູງແດ່, ໄມ້ດູ່ ທັມະດາ ແລະໄມ້ດູ່ລາຍອີກ."

ການສົ່ງເສີມນັ້ນ ກໍມີການປະກອບ ພັນຕົ້ນໄມ້ໃຫ້ຊາວບ້ານ ເພື່ອໃຫ້ເຂົາເຈົ້າເອົາ ໄປເພາະລ້ຽງ, ຂະຫຍາຍພັນ ແລ້ວປູກໃນພື້ນທີ່ ທີ່ເປັນຂອງປະຊາຊົນເອງ ແລະພື້ນທີ່ ທີ່ຜະແນກ ກະສິກັມຈັດຫາໃຫ້.

ນອກນັ້ນຊາວບ້ານ ກໍໄດ້ປູກອອ້ຍ ເຂົ້າສາລີ ປູກຫຍ້າເພື່ອລ້ຽງສັດ. ການປູກຕົ້ນໄມ້ເສຖະກິດ ນີ້ຍັງບໍ່ໄດ້ຜົນດີ ພໍປານໃດ ເນື່ອງຈາກວ່າ ປະຊາຊົນ ຈຳນວນນຶ່ງປູກໃສ່ ເນື້ອທີ່ດິນ ທີ່ບໍ່ເໝາະສົມ ກັບການປູກຕົ້ນໄມ້ ເສຖະກິດ. ຫລັງຈາກປູກແລ້ວ ກໍບໍ່ຄ່ອຍເອົາໃຈໃສ່ໃນການ ບົວລະບັດຮັກສາເປັນຢ່າງດີ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.