ຕໍາຣວດໄທ ຕັ້ງດ່ານລັດຈັບແຮງງານຊາວລາວ ທີ່ລັກລອບເຂົ້າເມືອງ ຢູ່ທີ່ດ່ານຊາຍແດນຂອງໄທ


2008.03.05

ຕໍາຣວດກວດຄົນເຂົ້າເມືອງ ຫລືຕໍມໍເມືອງເຂັມມະຣາດ ແຂວງອຸບົນຣາຊທານີຂອງໄທ ຕັ້ງຈຸດກວດກາ ຢູ່ເທີງຖະນົນຫລວງ ສາຍຫລັກ ທີ່ມູ້ງໜ້າເຂົ້າໄປບາງກອກ ສາຍນຶ່ງເມື່ອວັນທີ 3ມິນານີ້. ແລະໃນການກວດສອບນັ້ນ ສາມາດຈັບຊາວລາວທັງຍີງແລະຊາຍ ໄດ້ທັງໝົດ 30ຄົນ ເປັນຊາວເມືອງສອງຄອນ ແຂວງສະຫວັນນະເຂດ. ຈາກການສອບຖາມຂອງທາງຕໍາຣວດໄທ ບາງຄົນບອກວ່າຈະມາຫາໝໍ, ບາງຄົນກໍວ່າຈະມາຊື້ສີນຄ້າ ແລະບາງຄົນກໍວ່າ ຈະພາກັນເດີນທາງເຂົ້າໄປບາງກອກ ຊອກຫາວຽກງານທໍາ. ທາງເຈົ້າໜ້າທີ່ ຈຶ່ງຄວບຄຸມຕົວທັງໝົດ ແລະນໍາໄປສອບສວນຢູ່ທີ່ສະຖານີຕໍາຣວດ ເພື່ອດໍາເນີຄະດີຕາມຂັ້ນຕອນກົດໝາຍ ຂອງໄທຕໍ່ໄປ.

ແຂວງສະຫວັນນະເຂດ ເປັນແຂວງນຶ່ງທີ່ມີແຮງງານຊາວລາວ ລັກລອບເຂົ້າໄປເຮັດວຽກ ໃນປະເທດໄທຫລາຍທີ່ສຸດ. ຂໍ້ມູນຂອງທາງການລາວ ຣະບຸວ່າ ມີແຮງງານຊາວລາວຈາກແຂວງສະຫວັນນະເຂດ ທີ່ລັກລອບເຂົ້າໄປເຮັດວຽກຢູ່ ທີ່ປະເທດໄທ ປະມານ6ຫາ8ໝື່ນຄົນ. ແລະຕາມທີ່ແຮງງານຊາວສະຫວັນນະເຂດ ຜູ້ນຶ່ງ ໄດ້ເວົ້າຕໍ່ນັກຂ່າວ RFAກ່ອນໜ້ານີ້ວ່າ ໃນເຂດເມືອງຫລືໝູ່ບ້ານ ທີ່ຕິແປະຫລືຢູ່ໄກ້ຊາຍແດນ ຫລືແມ່ນໍ້າຂອງ ຖ້າເຮືອນຫລັງໃດມີຫລັງຄາມຸງກະເບື້ອງໃໝ່, ມີໂທຣະທັດ, ມີເຄື່ອງໄຊ້ໄຟຟ້າ ເຮືອນຫລັງນັ້ນ-ຈະຕ້ອງມີຄົນໃດຄົນນຶ່ງ ໄປເປັນແຮງງານທີ່ປະເທດໄທ. ແລະ ຖ້າວ່າເຮືອນຫລັງໃດ-ບໍ່ມີຜູ້ໃດໄປຂາຍແຮງງານ ທີ່ປະເທດໄທກໍຖືວ່າລ່າຫລັງ -ເຊີຍ-ຫລືບໍ່ທັນສະໃໝກັບເຂົາ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.