ທະນາຄານ ແຫ່ງສປປລາວ ປະຕິເສດ ວ່າ ຕົນບໍ່ໄດ້ສວຍໂອກາດ ສ້າງຜົນປະໂຫຍດ ດ້ວຍການແລກປ່ຽນ ເງິນແບບຜິດກົດໝາຍ
2008.02.22
ມວນຊົນລາວ ທົ່ວໄປ ຄິດວ່າ ຖ້າຕ້ອງການແລກປ່ຽນເງິນ ຈະແມ່ນເງິນຕຣາຕ່າງປະເທດ ຫລື ເງິນກີບ ຕ້ອງໄປປ່ຽນ ຢູ່ທີ່ທະນາຄານ, ແຕ່ເມື່ອຫລາຍຄົນ ເຂົ້າໄປທະນາຄານ ເພື່ອເອົາເງິນກີບ ໃບໃຫຍ່ ເຊັ່ນ ໃບ 50 ພັນກີບ, ໃບ 20 ພັນກີບ, ຂໍປ່ຽນເອົາເງິນໃບນ້ອຍ ແລະ ໃບໃໝ່ ເຊັ່ນ ໃບ 1,000 ກີບ, ຈຶ່ງຊາບວ່າ ຢູ່ທະນາຄານ ບໍ່ມີເງິນ ໃບ 1,000 ກີບໃໝ່ໆເລີຍ. ແລະ ຖືກແນະນໍາ ໃຫ້ໄປແລກ ຢູ່ຮ້ານປ່ຽນເງິນຕຣາ ໃນຕລາດ.
ສະນັ້ນ, ຈຶ່ງຮູ້ວ່າ ຮ້ານແລກປ່ຽນເງິນ ມີເງິນໃບລະພັນກີບ ໃໝ່ໆ ຈໍານວນຫລາຍ, ມີການຄິດໄລ່ ເປີເຊັນ ອັດຕຣາ ການແລກປ່ຽນ ເຖິງ 20 ສ່ວນຮ້ອຍ, ໝາຍຄວາມວ່າ ການນໍາເອົາເງິນກີບໃບໃຫຍ່ ໄປແລກປ່ຽນເງິນໃບ 1,000 ກີບໃໝ່ ໃນຈໍານວນ 1 ແສນກີບ, ຕ້ອງໄດ້ຈ່າຍເພີ້ມ 20 ພັນກີບ, ຈຶ່ງໄດ້ເງິນກີບ ໃບນ້ອຍເຕັມ ຈໍານວນ 1 ແສນກີບ.
ກ່ຽວກັບ ເຣື້ອງດັ່ງກ່າວ ຫລາຍໆຄົນ ເວົ້າວ່າ: ບາງຮ້ານ ຄິດໄລ່ ເອົາເປີເຊັນ ພຽງແຕ່ 15 ສ່ວນຮ້ອຍ, ຢູ່ໃສ ກໍຄືກັນໝົດ ເພາະ ພະນັກງານ ຢູ່ທະນາຄານ ເຂົາກໍສວຍໂອກາດ ຫາກິນ ນໍາຮ້ານແຕກເງິນ. ເມື່ອມີເງິນກີບ ໃບ 1,000 ກີບ ຢູ່ທະນາຄານ, ເຈົ້າຂອງຮ້ານແລກປ່ຽນເງິນ ຈະເອົາເງິນ ໄປແລກປ່ຽນເອົາໂລດ. ບາງບ່ອນ ກໍແລກປ່ຽນໄດ້ ຕາມຮ້ານຂາຍຄໍາ ໃນຕລາດ.
ໃນການເກງເອົາກໍາໄລ, ຫລາຍຄົນ ກໍບອກວ່າ ມັນໜັກເກີນໄປ ສໍາຣັບ ການແລກປ່ຽນເງິນກີບ ເອົາເງິນກີບ, ຖ້າຈະຄິດໄລ່ ເອົາດອກເບັ້ຍ ກໍຄວນຄິດ ເອົາແບບສົມມາພາຄວນ ຄື 2 ສ່ວນຮ້ອຍ ຫລື 5 ສ່ວນຮ້ອຍ ກໍພໍແລ້ວ.
ຕໍ່ບັນຫາ ດັ່ງກ່າວ ທາງທະນາຄານແຫ່ງ ສປປລາວ ໄດ້ຊີ້ແຈງວ່າ: ຜ່ານມາ ທາງທະນາຄານ ໄດ້ພະຍາຍາມ ບໍຣິການ ແລກປ່ຽນ ທົ່ວສັງຄົມ ໃຫ້ກັບຜູ້ທີ່ຕ້ອງການ ເງິນໃບນ້ອຍ ຕາມຈໍານວນ ທີ່ມີຢູ່ ຢ່າງຈໍາກັດ ແລະ ໃນທີ່ສຸດ ເງິນປະເພດ ດັ່ງກ່າວ ສ່ວນຫລາຍ ໄດ້ຕົກໄປຢູ່ໃນກໍາມື ຂອງພວກທີ່ຄ້າຂາຍ ທີ່ນໍາໃຊ້ ຊ່ອງຫວ່າງ ເພື່ອຫາຜົນກໍາໄລ.
ນອກຈາກນັ້ນ, ທາງທະນາຄານ ຍັງໄດ້ປະຕິເສດ ຕື່ມວ່າ ຕົນບໍ່ໄດ້ທໍາມາຫາກິນ ດ້ວຍການແລກປ່ຽນເງິນ ທີ່ຜິດກົດໝາຍ ດັ່ງທີ່ສັງຄົມຊຸບຊິບກັນ, ແຕ່ເປັນຜູ້ສນອງເງິນໂດຍກົງ ໃຫ້ແກ່ຮ້ານແລກປ່ຽນເງິນ ແລະ ຮ້ານຂາຍວັດຖຸ ມີຄ່າ.
ເຖິງຢ່າງໃດ ກໍດີ, ທາງທະນາຄານ ຢືນຢັນວ່າ ຕົນໄດ້ພະຍາຍາມ ຊອກຫາທາງອອກ ມາໄດ້ຫລາຍປີແລ້ວ, ຊຶ່ງໃນປັດຈຸບັນ, ພວມປັບປຸງຄຸນນະພາບ ຂອງໃບເງິນກີບ ໃຫ້ດີ, ເປັນໜ້າຊົມໃຊ້, ອໍານວຍຄວາມສະດວກ ໃນການແລກປ່ຽນ ແລະ ບໍ່ມີລະບຽບຫລັກການໃດໆ ຂອງທະນາຄານ ວ່າ ຈະເກັບເອົາ ອັຕຣາສ່ວນເພີ້ມ ໃນການແລກປ່ຽນເງິນກີບ. ພ້ອມທັງ ຈະລົງກວດກາ ຮ້ານແລກປ່ຽນເງິນຕ່າງໆ ເປັນປະຈໍາ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການສັມປະທານ ທີ່ດິນ ຂນາດນ້ອຍ ຈະຖືກນໍາໄປພິຈາຣະນາ ໃນແຕ່ລະກໍຣະນີ ຖ້າຫາກວ່າ ບໍ່ມີຜົນກະທົບ ຕໍ່ດິນຊັບສິນ ຂອງຊາດ
- ບຸນນະມັສການ ມໍຣະດົກໂລກ-ວັດພູ ທີ່ແຂວງຈໍາປາສັກ ດໍາເນີນໄປຢ່າງຄຶກຄື້ນ ຍ້ອນມີພຸທສາສະນິກກະຊົນ ທັງ ພາຍໃນແລະຕ່າງປະເທດ ກໍເຂົ້າຮ່ວມ ຢ່າງມາກໜ້າ ຫລາຍຕາ
- ການຄ້າປະເວນີໃນແຂວງຫລວງນໍ້າທາ ຍັງເປັນບັນຫາທີ່ຍາກຈະກໍາຈັດໃຫ້ໝົດສີ້ນໄປ ຈາກແຂວງ
- ພະຍາດປາກເປື່ອຍລົງເລັບ ຣະບາດໜັກໃນເຂດເມືອງທມຸຣະຄົມ ແຂວງວຽງຈັນຂອງລາວ
- ນັກທຸຣະກິດລາວ ທ່ານນື່ງ ເວົ້າວ່າ ປະຊາຊນົລາວ ສ່ວນໃຫຍ່ ຕ້ອງການຢາກໃຫ້ ຣັຖບານ ເອົາໃຈໃສ່ ໃນຄວາມຄິດ ຄວາມເຫັນ ແລະຄວາມຕ້ອງການ ຂອງປະຊາຊົນ
- ທ່ານ ນອງດືກຫມັ້ນ ເລຂາທິການພັກ ຄອມມຸນີດວຽດນາມ ໃຫ້ການຢືນຢັນວ່າ ວຽດນາມຈະສົ່ງເສີມ ຄວາມສຳພັນຖານພິເສດລະຫວ່າງລາວ ກັບວຽດນາມ ແຫນ້ນແຟ້ນຂື້ນເລືອ້ຍໆ
- ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກ ແພ່ຣະບາດ ຄັ້ງໃໝ່ອີກຕື່ມແຫ່ງໜື່ງ ໃນແຂວງຫລວງນ້ຳທາ ຫວ່າງມໍ່ໆມານີ້
- ທາງກາຣແຂວງ ຜົ້ງສາລີ ຈະຈັດພິທີບວຊປ່າ ພູຟ້າ ໃນຕົ້ນເດືອນ ເມສາ ນີ້ເພື່ອເປັນກາຣອະນຸຮັກ ແລະຟື້ນຟູປ່າໄມ້ ໄວ້ໃຫ້ເປັນບ່ອນຢູ່ອາສັຍ ຂອງສັຕປ່ານາໆພັນ
- ເຈົ້າໜ້າທີ່ ສູນປິ່ນປົວ ຜູ້ຕິດຢາເສພຕິດ ແຂວງສວັນນະເຂຕ ວ່າພວກທີ່ເຂົ້າມາຮັບ ກາຣບຳບັຕ ມັກຈະລັກໜີອອກຈາກ ສູນກ່ອນກຳໜົດ
- ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ