ກະຊວງວັທນາທັມ ແຫ່ງຊາຕລາວ ເຕືອນໜຸ່ມສາວຊາວລາວ ໃນເຣື່ອງ ກາຣວາງຕົວໃຫ້ເໝາະສົມ ໃນເທສກາລ ແຫ່ງຄວາມຮັກ “Valentine”
2008.02.14
“ວັນວາລັນໄທນ໌” ຫລື “ວັນແຫ່ງຄວາມຮັກ” ທີ່ເປັນຮີດຄອງ ປະເພນີ ປະຕິບັຕກັນ ໃນບັນດາ ປະເທດຕາເວັນຕົກ ເປັນເວລາດົນນານມາແລ້ວ ແຕ່ປະເພນີດັ່ງກ່າວ ໄດ້ແພ່ໄປຫລາຍໃນທົ່ວໂລກ ແມ້ກະທັ້ງໃນ ສປປລາວ ກໍໃຫ້ຄວາມສຳຄັນ ໃນວັນນີ້ຫລາຍ ຂື້ນພໍສົມຄວນ ຕາມຕົວເມືອງໃຫຍ່ຕ່າງໆ.
ສຳຫລັບວັນທີ່ 14 ກຸມພາປີນີ້ອາຈຈະ ບໍ່ຄຶກຄັກເໝືອນກັບປີກ່ອນໆ ເພາະປະຊາຊົນ ຣະມັດຣະວັງ ດ້ານກາຣໃຊ້ຈ່າຍຍ້ອນ ສິນຄ້າຕ່າງໆ ຮວມໄປເຖີງດອກໄມ້ ຕາມຕລາດ ກໍມີຣາຄາແພງຂື້ນເຊັ່ນກັນ.
ກ່ຽວກັບບັນຫາກາຣເຮີ໋ນຳ “ວັນວາລັນໄທນ໌” ຂອງຊາວຕາເວັນຕົກດັ່ງກ່າວນີ້ ທ່ານບຸນຈັນ ທັນທະວົງສີ ຫົວໜ້າອຳນວຍກາຣ ຫ້ອງວັທນາທັມແຫ່ງຊາຕ ນະຄອນ ຫລວງວຽງຈັນ ກໍໄດ້ກ່າວເຕືອນ ວັຍຣຸ່ນໜຸ່ມສາວ ອາຍຸຣະຫວ່າງ 18-30 ປີ ເຖີງເຣື່ອງ ກາຣຮັກສາຂນົບທັມນຽມ ປະເພນີຂອງລາວ ໄວ້ບໍ່ໃຫ້ເສື່ອມເສັຽ ດັ່ງທີ່ທ່ານ ໄດ້ກ່າວໃນ ຕອນໜື່ງວ່າ:
(ສຽງ) “ພວກເຮົາເປັນວັຍຣຸ່ນເນາະ ວັນວາລັນໄທນ໌ກໍເປັນວັນແຫ່ງຄວາມຮັກ ກໍຢາກໃຫ້ວັຍຣຸ່ນ ວັນໜຸ່ມທຸກໆທ່ານ ຄວນຢູ່ໃນຂອບເຂຕ ກາຣເຮັດຫຍັງ ທີ່ຈະເຮັດຫຍັງລົງໄປ ເຮົາກໍຄິດເຫັນຜູ້ປົກຄອງເປັນພໍ່ ແມ່ເນາະ."
ໃນຂະນະດຽວກັນ ນີ້ທ່ານບຸນຈັນ ກໍຢາກໃຫ້ຜູ້ປົກຄອງ ໄດ້ບອກເຕືອນຕໍ່ໆກັນ ໄປວ່າ: ກາຣສລອງ ວັນວາລັນໄທນ ໌ບໍ່ໄດ້ໝາຍເຖີງ ຕ້ອງມີເພສສັມພັນຫ ລືມອບຄວາມຮັກແບບ ທີ່ຜິດຕໍ່ຮັດຄອງປະເພນີ ທີ່ດີງາມຂອງລາວ ເຮົາແຕ່ຢ່າງໃດ ດັ່ງທີ່ທ່ານໄດ້ກ່າວເນັ້ນວ່າ:
(ສຽງ) “ໜຸ່ມສາວຢູ່ລາວນີ້ກໍ ກາຣປະພຶ ນັ້ນຢູ່ໃນຂອບເຂຕ ວັທນາທັມ ຂອງລາວເຮົາ ເພາະວ່າ ປະເພນີຂອງພວກ ເຮົາ ນັ້ນມັນກໍຄືສາສນາພຸທ ກໍບໍ່ເຮັດເກີນໂລດໂຜນ ເກີນໄປແລະກໍຢູ່ໃນຂອບເຂຕ.”
ທ່ານບຸນຈັນ ໄດ້ກ່າວເນັ້ນ ດ້ວຍຄວາມເປັນຫ່ວງ ທາງດ້ານຄວາມປອດພັຍ ໃນເທສ ກາລວັນວາລັນໄທນ໌ນີ້ ສະນັ້ນ ຈື່ງຢາກໃຫ້ທຸກພາຄສ່ວນ ໃຊ້ຄວາມຣະມັດຣະວັງ ບໍ່ໃຫ້ເກີດອຸບັຕຕິເຫຕ ແລະ ໂດຽສະເພາະ ກໍຕ້ອງໃຫ້ປະຕິບັຕ ຕາມກົດຣະບຽບ ຂອງບ້ານເມືອງ ພ້ອມທັງອວຍພອນ ໃຫ້ທຸກຄົນປະສົບແຕ່ຄວາມສຸຂ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນັກວິຊາການ ຈາກຂະແໜງການປ່າໄມ້ ມະຫາວິທະຍາໄລ ແຫ່ງຊາດຂອງລາວ ສະແດງຄວາມຄິດ ເຫັນກ່ຽວກັບ ການສ້າງເຂື່ອນ ໃນລາວ
- ແຂວງບໍ່ແກ້ວ ລົງກວດກາ-ໃຫ້ຄວາມຮູ້ແກ່ປະຊາຊົນ ໃນເຂດທີ່ມີການຖາງປ່າ-ຈູດປ່າຫລາຍ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໃໝ້-ລາມເຂົ້າສູ່ພື້ນທີ່ປ່າໄມ້ ໃນຊ່ວງຣະດູແລ້ງ
- ທ່ານ ສິດທິໄຊ ໂຄສຸຣັດ ຣັດຖະມົນຕຣີ ຊ່ວຍວ່າ ການກະຊວງ ມະຫາດໃທ ຂອງໃທ ເຜີຍເຖີງການ ເຜີຍເຖີງການ ສະນັບສະໜູນ-ພັດທະນາການຄ້າ ເຊື່ອມໂຍງ ກັບປະເທດເພື່ອນບ້ານ
- ທາງກາຣ ສປປລາວ ປະຕິເສດທີ່ວ່າ ເຂຕບືງທາຕຫລວງ ຈະກາຍເປັນ ເມືອງໃໝ່ຂອງຈີນ ຕາມທີ່ມີຂ່າວ ຊ່າລືກັນ
- ທາງກາຣແຂວງຈຳປາສັກ ຢາກໃຫ້ພາຄສ່ວນ ເອກຊົນເຂົ້າມາລົງທຶນ ດ້ານກາຣຊຳຣະ ຂີ້ເຫຍື້ອ ໃນເຂຕເມືອງປາກເຊ ໃນຂັ້ນຕໍ່ໄປ ຍ້ອນກາຣບໍຣິກາຣ ຂອງພາຄຣັຖບໍ່ໄດ້ຜົລ
- ລາວຕຣຽມກາຣພັທນາ ຕາມເຂຕອ້ອມແອ້ມ ສະຖານີຣົຖໄຟ ແຫ່ງທຳອິດ ໃນປະເທດ ຢູ່ເຂຕບ້ານດົງໂພສີ ໃຫ້ເປັນເຂຕເສຖກິຈ
- ກຸ່ມຄ້າມະນຸດທັງໃນລາວແລະໄທ
- ຣັຖບາຍຍີ່ປຸ່ນ ໃຫ້ທຶນ ໃນການຈັດຕັ້ງ ໂຄງການຜລິດກະແສໄຟຟ້າ ແບບປະສົມປະສານ ທີ່ເມືອງໃໝ່ ເພື່ອມາທົດແທນ ແຫລ່ງຜລິດ ໄຟຟ້າເກົ່າ ທີ່ມີກໍາລັງການຜລິດ ບໍ່ພຽງພໍ
- ຈີນ ນໍາຢາເສບຕິດ ປະເພດປຸກອາຣົມທາງເພດ ໄປລັກຂາຍໃຫ້ກັບປະຊາຊົນ ໃນ ນະຄອນຫລວງວຽງຈັນ ແລະ ຕາມແຂວງຕ່າງໆ
- ຣັຖະບານລາວ ສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນ ຢູກາລິບຕາສ ທົດແທນການທຳໄຮ່ ເລື່ອນລອຍ