ເກີດອຸບັຕຕິເຫຕ ຕາມທ້ອງຖນົນ ຫລາຍພໍສົມຄວນ ຢູ່ນະຄອນຫລວງ ວຽງຈັນ ໃນຣະຍະ ເທສກາລປີໃໝ່ສາກົລປີນີ້
2008.01.01
ໃນຣະຍະເທສກາລ ປີໃໝ່ທຸກໆປີ ທີ່ຜ່ານມາ ມັກຈະເກີດມີອຸບັຕຕິເຫຕ ຣົຖຕຳກັນ ຕາມທ້ອງຖນົນ ໃນຕົວເມືອງໃຫຍ່ເລື້ອຽໆ ແຕ່ສະເພາະ ຢູ່ເມືອງຫລວງພຣະບາງ ໃນປີ ນີ້ທາງເຈົ້າໜ້າທີ່ ີ່ຕຳຣວຈຈຣາຈອນ ໄດ້ອອກມາຕກາຣ ແລະຈັດຕັ້ງ ຈຸດກວດຄວາມໄວ ຂອງກາຣແລ່ນຣົຖ ຕາມເສັ້ນທາງ ທີ່ສຳຄັນຕ່າງໆ ແລະຢູ່ຕາມບໍຣິເວນ ທາງແຍກກໍມີ ເຈົ້າໜ້າທີ່ຕຳຣວຈ ຢືນກວດກາ ຜູ້ທີລະເມີດກົດຈຣາຈອນ ພ້ອມທັງເຂັ້ມງວດ ໃຫ້ຜູ້ຂີ່ຣົຖຈັກ ໃສ່ໝວກກັນກະທົບ ເພື່ອເປັນກາຣປ້ອງກັນ.
ເຈົ້າໜ້າທີ່ຕຳຣວຈ ຈຣາຈອນຫລວງພຣະບາງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີວ່າ: ໃນຣະຫວ່າງວັນທີ່ 28-31 ທັນວາຜ່ານ ມານີ້ທົ່ວເຂຕເມືອງ ຫລວງພຣະບາງ ມີອຸບັຕຕິເຫຕ ຣົຖຈັກຕຳກັນ ພຽງ 2 ຣາຍ ແລະຜູ້ຂັບຂີ່ ກໍໄດ້ຮັບເຈັບພຽງເລັກນ້ອຍເທົ່ານັ້ນ.
ສະເພາະອຸບັຕຕິເຫຕ ທີ່ເກີດຂື້ນຕາມທ້ອງຖນົນ ທີ່ນະຄອນຫລວງວຽງຈັນ ນັ້ນທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ທັນມີຕົວເລຂ ທີ່ຊັດເຈນ ແຕ່ອາຈຈະມີ ຫລາຍພໍສົມຄວນດັ່ງ ຈະເຫັນໄດ້ ຈາກກາຣເປີດເຜີຽ ຂອງເຈົ້າໜ້າທີ່ ປະຈຳໂຮງພຍາບາລ ມິຕຕະພາບ ທີ່ວ່າມີຜູ້ໄດ້ຮັບບາດເຈັບ ແລະເຂົ້າມາຮັກສາຕົວ ທີ່ຫ້ອງສຸກເສີນ ໃນມື້ວັນທີ່ 30 ທັນວາຜ່ານ ມານີ້ຫລາຍກວ່າ 100 ຄົນ.
ເຈົ້າໜ້າທີ່ຄົນດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ອຸບັຕຕິເຫຕທີ່ເກີດຂື້ນນັ້ນ ສ່ວນຫລາຍມາ ຈາກກາຣເມົາເຫລົ້າ ແລ້ວຂັບຣົຖ ໂດຽສະເພາະ ກໍແມ່ນຣົຖຈັກຕຳກັນ ແລະພວກທີ່ໄດ້ ຮັບບາດເຈັບດັ່ງກ່າວ ສ່ວນຫລາຍ ເປັນເຍົາວະຊົນ ຊາຍໜຸ່ມ/ຍີງສາວ ທີ່ມີອາຍຸປະມານ 20 ກວ່າປີ ແຕ່ກໍບໍ່ມີຣາຍງານ ກາຣເສັຽຊີວີຕ ແຕ່ປະກາຣໃດເທື່ອ ເທົ່າປັຈຈຸບັນນີ້.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ບັນຫາ ກາຣສໍ້ຣາຊບັງຫລວງ ຍັງເປັນພັຍຂົ່ມຂູ່ ຕໍ່ກາຣພັທນາ ເສຖກິຈ-ສັງຄົມ ໃນລາວປັຈຈຸບັນ
- ທາງການລາວ ຣາຍງານວ່າ ເສຖກິດຂອງລາວ ເມື່ອປີ 2007 ທີ່ຫາກໍຜ່ານມາ ຂຍາຍຕົວໄວກວ່າ ປີ 2006 ຄືໄດ້ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ
- ເນື່ອງໃນໂອກາດວັນປີໃໝ່ນີ້ ປະຊາຊົນລາວ ບາງຄົນກໍມີຄວາມຫວັງ ຢາກໃຫ້ຣັຖະບານ ແກ້ໄຂບັນຫາ ເສຖະກິດ
- ປະຊາຊົນລາວ ຈາກເຂດ ນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນສະຫລອງ ປີໃໝ່ສາກົນປີ 2008
- ນ່ວຍໂທຣະສັບມືຖື ຈາກປະເທດຈີນ ທີ່ມີຂາຍ ໃນທ້ອງຕະລາດ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດ ມີໂທຣະສັບໄຊ້
- ນັກທ່ອງທ່ຽວ ຊາວໄທຽ ນັບເປັນໝື່ນຄົນ ເຂົ້າມາສົ່ງທ້າຍ ປີເກົ່າ-ຕ້ອນຮັບປີໃໝ່ສາກົລ 2008 ຢູ່ປະເທດລາວ
- ສປປລາວ ມີໂຄງກາຣ ທີ່ຈະຂາຍພລັງງານ ໃຫ້ແກ່ທາງກາຣ ກັມພູຊາ
- ຣັຖມົນຕຣີກະຊວງກາຣຄັງ ສປປລາວ ຍອມຮັບວ່າ ກາຣຈັດເກັບຣາຍຮັບ ບໍ່ໄດ້ຕາມເປົ້າໝາຍ ເພາະຍັງມີກາຣຮົ່ວໄຫລ ຢຸ່ຕລອດມາ
- ເສັ້ນທາງຫລັກຕ່າງໆ ໃນບາງພື້ນທີ່ ພາຄເໜືອຂອງລາວ ຍັງບໍ່ມີຄວາມປອດພັຍ
- ຂົວມິຕະພາບ ລາວ-ໄທ ແຫ່ງທີສອງ ລະຫ່ວາງ ສວັນະເຂດ ກັບມຸກດາຫານ ຄັບຄັ້ງໄປດ້ວຍ ປະຊາຊົນ ສອງຝັ່ງທ່ອງທ່ຽວ ແລະຢ້ຽມຊົມງານ ເທສະການປີໃໝ່