ໄທ ກຽມຮັບມື ກັບສິນຄ້າຈີນ ທີ່ຈະລັ່ງເຂົ້າໄປ ທາງຊາຍແດນ ຕາມເສັ້ນທາງເສຖກິດ ເໜືອ-ໃຕ້
2008.02.01
ກັມມະການ ພັທນາ ເສຖກິດ ພາກເໜືອ ຂອງໄທ ຄາດຫວັງວ່າ ຈະຫາລື ກັບໂຕແທນ ພາກຣັດ ແລະ ເອກະຊົນ ໄທ, ລາວ, ພະມ້າ ແລະ ຈີນ ທີ່ຊຽງຮາຍ ໃນເດືອນມີນາ, ເພື່ອໄກ່ເກັ່ຍ ອຸປະສັກ ສິນຄ້າ ໄທ ເຂົ້າຈີນ, ໃນຂະນະທີ່ ມີແນວໂນ້ມ ວ່າສິນຄ້າ ຈາກຈີນ ຈະຫລັ່ງໄຫລ ເຂົ້າໄທ ຜ່ານຖນົນ R3a ທີ່ຈະແລ້ວ ສົມບູນ ໃນບໍ່ເທົ່າໃດເດືອນຂ້າງໜ້າ, ອີງຕາມຣາຍງານ ຂອງໜັງສືພິມ ຜູ້ຈັດການຂອງໄທ ໃນມື້ວັນທີ 30 ມົກກະຣາຜ່ານມາ.
ທ່ານ ວິໂຣດ, ຮອງເລຂາທິການ ຫໍການຄ້າໄທ, ໃນຖານະ ປະທານ ຄະນະກັມມະການ ການພັທນາ ເສຖກິດ ພື້ນທີ່ ພາກເໜືອ ຫໍການຄ້າໄທ ກ່າວວ່າ ໄທ ຈະຕ້ອງ ພັທນາຣະບົບ ຂົນສົ່ງ ເພື່ອສນັບສນູນ ການຄ້າ ຊາຍແດນ ໃຫ້ເຂັ້ມແຂງ.
ທ່ານ ວິໂຣດ, ຮອງເລຂາທິການ ຫໍການຄ້າໄທ, ໃນຖານະ ປະທານຄະນະກັມມະການ ການພັທນາ ເສຖກິດພື້ນທີ່ ພາກເໜືອ ຫໍການຄ້າໄທ ກ່າວວ່າ ໄທ ຈະຕ້ອງພັທນາ ຣະບົບ ຂົນສົ່ງ ເພື່ອສນັບສນູນ ການຄ້າ ຊາຍແດນ ໃຫ້ເຂັ້ມແຂງ. ເນື່ອງຈາກວ່າ ໃນກາງປີ 2008 ນີ້, ຖນົນ ເສຖກິດ ເໜືອ-ໃຕ້ R3a ທີ່ເຊື່ອມຣະຫວ່າງ ຄຸນໝິງ, ສິບສອງປັນນາ ຂອງຈີນ, ຜ່ານ ສປປລາວ, ໄປຍັງທ່ານ ຊຽງຂອງ ຊຽງຮາຍ ຈະສໍາເຣັດ, ຊຶ່ງຈະເຮັດໃຫ້ ພາກທຸຣະກິດ ທີ່ຕ້ອງການຂຍາຍຖານ ແລະ ນໍາສິນຄ້າ ລົງມາ ໃນຕອນໃຕ້ ຫລື ຕລາດອິນໂດຈີນ ທັງໝົດຫລາຍຂຶ້ນ, ໂດຍສະເພາະ ຕລາດ ໃນປະເທດໄທ, ຈາກເດີມ ທີ່ຄ້າຂາຍ ສິນຄ້າ ສະເພາະ ດ່ານຊາຍແດນເທົ່ານັ້ນ.
ເສັ້ນທາງ ທີ່ສະດວກຂຶ້ນ ເຮັດໃຫ້ພາກທຸຣະກິດຈີນ ນໍາສິນຄ້າຂນາດນ້ອຍ ແລະໃຫຍ່ ກະຈາຍລົງມາຕີຕລາດໄທ ດ້ວຍຕົ້ນທຶນ ທີ່ຕໍ່າ. ຜ່ານມາ ສິນຄ້າສ່ວນໃຫຍ່ ຜ່ານທາງທ່າເຮືອ ແຫລມສບັງ, ຊຶ່ງນັກທຸຣະກິດ ຊາວໄທ ຈະຕ້ອງສ້າງເຄືອຄ່າຍ ການຂົນສົ່ງ, ຖ້າບໍ່ດັ່ງນັ້ນ ການຂົນສົ່ງສິນຄ້າ ໄປຂາຍ ຍັງພູມີພາກ ເອເຊັຍ ຂອງໄທ ຈະມີຕົ້ນທຶນສູງ, ແລະ ເປັນໄປໄດ້ ຈະຕ້ອງເຮັດແບບ One Stop Service ຈຶ່ງຈະເຮັດໃຫ້ສິນຄ້າ ຜ່ານຊາຍແດນ ສາມາດກະຈາຍສິນຄ້າ ໄປຍັງປະເທດເພື່ອນບ້ານໄດ້ ຢ່າງວ່ອງໄວ. ອີກຢ່າງນຶ່ງ ເພື່ອບໍ່ໃຫ້ສິນຄ້າເສັຍຫາຍ ແລະ ເຮັດໃຫ້ບັນດາຣົດບັນທຸກ ສາມາດ ຖືເອກະສານ ຜ່ານແດນພຽງສບັບດຽວ ເຂົ້າໄປທຸກປະເທດ ຢ່າງສະດວກທັນການ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຜະແນວກ ສາທາຣະນະສຸກ ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ປີ່ນປົວ ຄົນເຈັບ ພະຍາດແມ່ກາຝາກ ໃນລໍາໃສ້ຈໍານວນ 21 ພັນ ຄົນແລ້ວ
- ຫນ່ວຍເຮືອລາຕເວນໄທ ຕາມລຳແມ່ນ້ຳ ໄດ້ ຢືດໃມ້ຖອ່ນ ທີ່ຖືກແປຮູບມາຈາກ ສປປລາວ
- ລາວ ແລະ ໄທ ຈະສ້າງຕລາດຊາຍແດນ ຢູ່ທາງຝັ່ງລາວ
- ມີການປູກຢາງ ຢາງພາລາ ແລະ ໄມ້ເກສນາ ຢ່າງກ້ວາງຂວາງ ໃນ ແຂວງວຽງຈັນ
- ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະກໍ່ສ້າງ ຫໍພິພິທພັນ ແຫ່ງຊາຕໃໝ່
- ນັກວິຊາກາຣໄທຽ ວ່າຊາວລາວ ບໍ່ນິຍົມໄປຫລິ້ນກາຣພະນັນ ຢູ່ “ກາຊີໂນ” ແຕ່ມັກຈະຫລີ້ນໄພ້ ຊື້ຫວຍ ແລະເບີຣ໌ ເປັນສ່ວນໃຫຍ່
- ແຂວງວຽງຈັນ ມີຜູ້ມາລົງທຶນ ໂຄງການກໍ່ສ້າງເຂື່ອນ ຫລາຍທີ່ສຸດ ແລະ ເຊື່ອໝັ້ນວ່າ ຈະສ້າງຣາຍໄດ້ ໃຫ້ກັບປະຊາຊົນ ແລະ ແຂວງ ຢ່າງຫລວງຫລາຍ
- ໂຄງການ ນາຮິໂກະ ກໍາລັງລໍຖ້າ ທຶນພັທນາ ເພື່ອໂຄສນາ ການເຝົ້າຣະວັງ ໂຣກໄຂ້ຫວັດນົກ ທີ່ແຜ່ຣະບາດ ໃນມະນຸດ ແລະ ຝູງສັດປີກ
- ການສ້າງ ສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງບໍຣິຄຳໄຊ ຂອງລາວ
- ອົງການທ່ອງທ່ຽວ ແຫ່ງຊາດລາວ ຈັດເທສະການ ສະແດງຊ້າງພື້ນເມືອງ ຂື້ນເປັນຄັ້ງ ທີ ສອງ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບຸຣີ