ທາງກາຣກ່ຽວຂ້ອງ ຈາກ 4 ຊາຕ ເຂຕລຸ່ມແມ່ນ້ຳຂອງ ຕອນເທີງ ຕຣຽມລົງນາມ ໃນຂໍ້ສັນຍາ ຄວາມຮ່ວມມື ທີ່ມີກຳໜົດຈັດຂື້ນ ໃນມື້ວັນອັງຄາຣ ນີ້
2008.03.04
ໜັງສືພີມຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 3 ມີນານີ້ແຈ້ງວ່າ: ພາຍຫລັງທີ່ມີ ກາຣຕົກລົງ ຕັ້ງໂຄງຮ່າງ ສຳຫລັບ ເຄືອຂ່າຍຂົນສົ່ງຄົມມະນາຄົມ ຣະຫວ່າງໄທຽ ພະມ້າ ລາວ ແລະ ສປຈີນ ຢູ່ແຂວງຊຽງຮາຍ ຊື່ງມີເຈົ້າໜ້າທີ່ກ່ຽວຂ້ອງ ຈາກທັງ 4 ປະເທດ ເຂົ້າຮ່ວມ ໃນ ມື້ວັນຈັນ ນີ້ນັ້ນ ກໍມີກາຣຕຣຽມ ເພື່ອລົງນາມ ຄວາມຮ່ວມມືຣະຫວ່າງເຈົ້າ ໜ້າທີ່ພາຄສ່ວນຕາງໜ້າທາງກາຣ 4 ປະເທດໃນມື້ວັນທີ່ 4 ມີນານີ້ . ຢູທີ່ກອງປະຊຸມຄັ້ງນີ່້ ກໍໄດ້ມີກາຣປຶກສາຫາຣື ພິຈະຣະນາກັນ ຫລາຍຢ່າງ ກ່ຽວກັບ ເຣື່ອງເສັ້ນທາງ ຫລວງສາຍ R3a ທາງພາຄເໜືອ ຂອງລາວເນັ່ງຈາກ ເຂຕແຄວ້ນຢູນ ນານ ເຊື່ອມຕໍ່ເຂົ້າຂົວຂ້າມ ແມ່ນ້ຳຂອງ ທີ່ມີໂຄງກາຣຈະສ້າງຂື້ນ ຣະຫວ່າງ ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ ຂອງລາວ ແລະເມືອງຊຽງຂອງ ໃນຝ່າຍໄທ ຽທີ່ຄາດວ່າ ຈະໃຫ້ແລ້ວສຳເຣັຈ ເປັນທີ່ຮຽບຮ້ອຍ ໃນປີ 2011ທີ່ຈະມາເຖີງນີ້ ແລະເສັ້ນທາງສາຍ R3b ຈາກ ພາຄໃຕ້ຂອງຈີນ ເຊັ່ນກັນໂດຽຜ່ານ ພະມ້າເຊື່ອມເຂົ້າຊາຍແດນໄທຽ ທີ່ເຂຕເມືອງແມ່ ສາຍແຂວງຊຽງຮາຍ.
ນອກນັ້ນຍັງມີກາຣແລ່ນເຮືອ ລົງມາຕາມລຳແມ່ນ້ຳຂອງ ລົງມາ ຣະຫວ່າງ ລາວ ແລະພະມ້າ ແລ້ວເຂົ້າສູ່ໄທຽ ເຊັ່ນກັນ ຊື່ງແຕ່ລະແຫ່ງທາງ ເຈົ້າໜ້າທີ່ຈີນ ກໍໃຫ້ຄວາມສົນໃຈ ເປັນຢ່າງດີເຊັ່ນກັນ ແລະທາງກາຣໄທຽກໍຕຣຽມພ້ອມທີ່ຈະສ້າງທ່າ ເຮືອແຫ່ງທີ່ 2 ຢູເມືອງຊຽງແສນ ແຂວງຊຽງຮາຍຕື່ມອີກ.
ເຖີງຢ່າງໃດກໍຕາມ ສະເພາະຫົນທາງສາຍ R3a ທີ່ແຂວງບໍ່ແກ້ວນັ້ນ ກໍມີກຳ ໜົດສ້າງແລ້ວ ແລະເປີດໃຊ້ ຢ່າງເປັນທາງກາຣໃນໄວໆນີ້ ແລະຍີ່ງຈະສ້າງຄວາມ ສະດວກທີ່ຈະສົ່ງສິນຄ້າ ຈາກຈີນໄປທົ່ວເຂຕພູມີພາຄ ດັ່ງກ່າວນີ້.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນັກລົງທຶນຕ່າງປະເທດ ຊຸກຍູ້ສົ່ງເສີມ ເພື່ອໃຫ້ທາງກາຣ ກ່ຽວຂ້ອງ ເຣັ່ງສ້າງສນາມບິນ ສວັນນະເຂຕ ໃຫ້ແລ້ວໄວໆ ເພື່ອຮອງຮັບຄວາມເຕີບໂຕ ທາງດ້ານເສຖກິຈ
- ໂຄງກາຣດູດນ້ຳຂອງ ໄປໃຊ້ເປັນທາງເລືອກ ອັນໜື່ງຂອງໄທຽ ທີ່ຈະຕ້ອງພິຈາຣະນາ ຢ່າງຖີ່ຖ້ວນ ວ່າຈະກຸ້ມຄ່າ ຫລືບໍ ແລະຕ້ອງໄດ້ຫາຣື ກັບປະເທດເພື່ອນບ້ານ ນຳດ້ວຍ
- ຄວາມຖີ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນ ໃນພາກເໜືອ ຂອງລາວ ອາດສົ່ງຜົນກະທົບ ຕໍ່ ການສ້າງເຂື່ອນ ໃນອານາຄົດ
- ໄທ ຈະສືບຕໍ່ໄຫ້ການຊ່ວຍເຫລືອ ແລະລົງທຶນ ໃນສປປລາວ ຄ່ຽງຄູ່ກັນໄປ
- ໂຣກຄວາມກົດດັນ ຫລືວ່າໂຣກຄວາມຄຽດ ທີ່ເກີດຂື້ນ ໃນໝູ່ຄົນລາວ ອາດກາຍ ເປັນບັນຫາໃຫ່ຽ ໃນອານາຄົດຕໍ່ໄປ
- ການຈັດສໍາມະນາ ເລື່ອງການຮ່ວມມື ດ້ານ Logistic ແລະ ການຄ້າ ໃນກຸ່ມອະນຸພູມີພາກ ແມ່ນໍ້າຂອງ ທີ່ ແຂວງຊຽງຮາຍ
- ສປປລາວ ລົງນາມໃນສັນຍາ ເພື່ອໃຫ້ບໍຣິສັທ ອີຕາລຽນ-ໄທຽ ປັບປຸງສນາມບິນ ເມືອງປາກເຊ ແຂວງຈຳປາສັກ
- ໂຄງກາຣສ້າງອຸໂມງ ຫລືທໍ່ທາງພື້ນດິນ ເພື່ອສູບນ້ຳ ຈາກແມ່ນ້ຳຂອງ ຂື້ນມາໃຊ້ ຂອງທາງກາຣໄທຽ ອາຈຈະສົ່ງຜົລກະທົບ ຕໍ່ທຸຣະກິຈກາຣຄ້າ ກັບປະເທດ ເພື່ອນບ້ານ
- ມີຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ 3ຄົນໃນຣະຫວ່າງເດືອນກຸມພານີ້ ທີ່ແຂວງຊຽງຂວາງ ຊຶ່ງສາເຫດ ມາຈາກ ການເກັບເສດເຫລັກ ເພື່ອໄປຂາຍເໝືອນເດີມ
- ໂຮງຮຽນສຶກສາສົງ ໃນແຂວງໄຊຍະບູລີຂອງລາວ ມີນະໂຍບາຍໃຫ້ທຶນການສຶກສາ ແກ່ເດັກນ້ອຍ ທີ່ຍາກຈົນ