ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
2008.01.08
ທາງກາຣແຂວງຊຽງຂວາງ ມີຣາຍຮັບຈາກທຸຣະກິຈກາຣທ່ອງທ່ຽວ ຕລອດປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ ຊື່ງເປັນຈຳນວນ ທີ່ເພີ່ມຂື້ນຈາກ ປີທີ່ຜ່ານມາ ແລະເຮັດໃຫ້ຣາຍຮັບ ຕໍ່ຫົວຄົນ ຫລື GDP ປະຈຳແຂວງ ສູງຂື້ນຄິດເປັນ ອັຕຣາເສລັ່ຽ ປະມານ 20 ດອລລາຣ໌ຕໍ່ຄົນ ດັ່ງທ່ານຄຳເພັຊ ພົມມະດວງໄກສອນ ຫົວໜ້າຫ້ອງກາຣທ່ອງທ່ຽວ ປະຈຳແຂວງໄດ້ກ່າວວ່າ:
(ສຽງ) “ປີ 2006-2007 ມີນັກທ່ອງທ່ຽວ ຮວມທັງໝົດ 250,531 ຄົນ ຣາຍຣັບຈາກນັກທ່ອງທ່ຽວ ໄດ້ 2,450,976 ດອລລາຣ໌ ແລະ ເປັນຣາຍຮັບເຂົ້າສັງຄົມ ແລະປະຊາຊົນ ເປັນສ່ວນໃຫຍ່."
ທ່ານຄຳເພັຊ ໄດ້ກ່າວເພີ່ມວ່າ: ຕລອດຣະຍະທີ່ຜ່ານມາ ແຂວງຊຽງຂວາງ ເປັນ ແຂວງທີ່ສຳຄັນ ແຂວງໜື່ງ ທີ່ໄດ້ສ້າງຄວາມດຶງດູດ ໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມທີ່ມີ ຈຳນວນເພີ່ມຂື້ນເລື້ອຽໆ ໃນແຕ່ລະປີ, ສະເພາະຣາຍໄດ້ ຈາກນັກທ່ອງທ່ຽວ ທັງໝົດ ກໍຈະກາຍໄປເປັນຣາຍຮັບ ຂອງປະຊາຊົນ ແລະອີກສ່ວນໜື່ງ ກໍເປັນພາສີຣາຍຮັບເຂົ້າ ທາງກາຣແຂວງ ເພື່ອນຳໄປພັທນາຕໍ່ໆໄປ.
ສຳຫລັບປີ 2008 ນີ້ທາງກາຣແຂວງໄດ້ ຕັ້ງເປົ້າໝາຍໃຫ້ມີນັກທ່ອງທ່ຽວເພີ່ມຂື້ນຢ່າງນ້ອຍໃຫ້ໄດ້ 10% ດັ່ງທີ່ທ່ານໄດ້ໃຫ້ ກາຣຊີ້ແຈງວ່າ:
(ສຽງ) “ພວກເຮົາຄາດກາຣຢູ່ໃນແຜນຫັ້ນທັງໝົດຈະມີ 280,000 ຄົນ ຈະມາທ່ຽວຊຽງ ຂວາງໃນປີ 2008 ນ.ີ້”
ເຖີງຢ່າງໃດກໍຕາມ ແຫ່ລງທ່ອງທ່ຽວ ທີ່ທາງກາຣກ່ຽວຂ້ອງ ໄດ້ສຳຣວຈໄວ້ແລ້ວນັ້ນ ມີທັງໝົດ 93 ແຫ່ງ ຊື່ງນອກຈາກທົ່ງໄຫຫີນ ບ່ອນທີ່ 1, 2 ແລະ 3 ແລ້ວຍັງມີບ່ອນ ຜລິດໄຫຫີນອີກ 2 ແຫ່ງ ທີ່ໄດ້ພົບເຫັນຢູ່ໃນເຂຕ 7 ໝູ່ບ້ານ ພ້ອມກັບເຂຕຊຸມຊົນ ຊາວເຂົາອີກ 10 ກວ່າແຫ່ງ ແລະນອກຈາກນັ້ນ ຍັງມີເຂຕປ່າດົງ ພູດອຍ ແລະນ້ຳຕົກ ຕາດຫລາຍໆແຫ່ງນຳດ້ວຍ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ
- ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ
- ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ
- ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບາລ ເພີ່ມງົບປະມານ ສຳຫລັບ ສວັດດີກາຣໃຫ້ແກ່ ນັກຣົບເກົ່າຫລາຍຂື້ນ
- ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ
- ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ
- ຊາວລາວເຜົ່າມົ້ງ ທີ່ເຄີຍຊ່ວຍສະຫະຣັດອະເມຣິກາ ຕໍ່ສູ້ຢູ່ລາວ ບໍ່ຖືກຖືວ່າ ເປັນພວກກໍ່ການຮ້າຍ ອີກຕໍ່ໄປ