ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ


2008.01.24

ໃນຣະຍະຜ່ານມາ ນັກທ່ອງທ່ຽວຊາວວຽດນາມ ບໍ່ຄ່ອຍຈະນິຍົມ ໃຊ້ເສັ້ນທາງໝາຍເລຂ 9 ທີ່ຜ່ານ ແຂວງສວັນນະເຂຕ ຂ້າມຂົວມິຕະພາບລາວ-ໄທຽ ໄປຍັງມຸກດາຫາຣ ກ່ອນທີ່ຈະເດີນທາງ ຕໍ່ໄປຍັງຈຸດປາຍທາງຕ່າງໆ ໃນປະເທດໄທຽ ເພາະເປັນກາຣ ໃຊ້ເວລາ ແລະມີຄວາມຍຸ້ງຍາກ ເຖີງວ່າ ຈະມີກໍເປັນສ່ວນນ້ອຍໆເທົ່ານັ້ນ.

ດັ່ງເຈົ້າໜ້າ ທີ່ປະຈຳດ່ານ ກວດຄົນເຂົ້າເມືອງແຂວງສວັນນະເຂຕ ທ່ານໜື່ງໄດ້ກ່າວວ່າ:

(ສຽງ) “ວຽດນາມ ສ່ວນຫລາຍ ເຂົາໄປທ່ຽວກຸງເທພພັທຍາ ແຖວພາຄອີສານ ເຂົາບໍ່ມັກໄປ ເຂົາຂີ່ເຄື່ອງບິນ ໄປກຸງເທພໂລດ.”

ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ນັກທ່ອງທ່ຽວຊາວວຽດນາມ ສ່ວນໃຫຍ່ ຈະເປັນປະຊາຊົນ ທີ່ໄປຈາກຮ໋ານວຍ ໂຮຈີ່ມິ໋ນ ແລະແຂວງກວາງບີງຄ໌ ແລະກໍເປັນ ຈຳພວກ ທີ່ມີຖານະຂ້ອນຂ້າງຣໍ່າຣວຍ. ນັກທ່ອງທ່ຽວຈຳພວກນີ້ ຈະເລືອກກາຣເດີນທາງ ໂດຽຂີ່ເຮືອບິນ ໄປລົງບາງກອກໂລດ ເພາະສະດວກກວ່າ.

ສ່ວນພວກທີ່ຈະນັ່ງ ຣົຖທົ໊ວຣ໌ແບບຊື້ເປັນ Packages ເພື່ອມາທ່ຽວ ໃນແຂວງສວັນນະເຂຕ ແລ້ວຂ້າມໄປມຸກດາຫາຣນັ້ນ ກໍມີເປັນສ່ວນນ້ອຍ ແລະຈຳພວກ ທີ່ທ່ອງທ່ຽວແບບ Backpackers ກໍມີເປັນຈຳນວນ ນ້ອຍທີ່ສຸດ ນອກຈາກວ່າ ຊາວວຽດນາມ ທີ່ມີຍາຕພີ່ນ້ອງ ຢູ່ໃນລາວ ແລະໃນເຂຕ ພາຄອີສານນັ້ນ ເທົ່ານັ້ນ ທີ່ເຂົາເຈົ້າມັກຈະໃຊ້ເສັ້ນທາງດັ່ງກ່າວ ເພື່ອເປັນກາຣແວ່ຢ້ຽມຢາມ ພີ່ນ້ອງເທົ່ານັ້ນ. ສະເພາະນັກທ່ອງທ່ຽວຈາກປະເທດອື່ນໆ ທີ່ເຂົ້າມາ ໃນແຂວງສວັນນະເຂຕນັ້ນ ກໍມີຫລາຍເພີ່ມຂື້ນ ດັ່ງເຈົ້າໜ້າທີ່ ໄດ້ໃຫ້ກາຣອະທິບາຍຕື່ມວ່າ:

(ສຽງ) “ຫາກທຽບໃສ່ກ່ອນປີໜື່ງ ຕາມກາຣທ່ອງທ່ຽວແຂວງ ມີປະມານ 2 ແສນປາຍ ແຕ່ຕອນນີ້ ເປີດມາກໍ 4 ແສນກວ່າຄົນ.”

ເຖີງຢ່າງໃດກໍຕາມ ໃນຣະຫວ່າງ ເດືອນພຶສຈິກາ-ເມສາ ຂອງທຸກໆປີ ຖືເປັນຣະດູກາຣ ທ່ອງທ່ຽວ ຕາມເຂຕຊາຍແດນ ລາວ-ໄທຽ ທີ່ມີນັກທ່ອງທ່ຽວ ເພີ່ມຂື້ນຫລາຍພໍສົມຄວນ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.