ມີຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ 3ຄົນໃນຣະຫວ່າງເດືອນກຸມພານີ້ ທີ່ແຂວງຊຽງຂວາງ ຊຶ່ງສາເຫດ ມາຈາກ ການເກັບເສດເຫລັກ ເພື່ອໄປຂາຍເໝືອນເດີມ


2008.02.29

ຊຽງຂວາງ ຖືເປັນແຂວງທີ່ມີບັນຫາຣະເບີດ ບໍ່ທັນແຕກຫລື UXO ຫລາຍອັນດັບ 2ຂອງລາວ ແລະທີ່ຜ່ານມາ ກໍມີຊາວບ້ານໄດ້ຮັບເຄາະຮ້າຍ ຈາກຣະເບີດນັ້ນຢູ່ເລື້ອຍໆ. ທ່ານ ຄໍາ ທະວົງ ຫົວໜ້າຊຸດເກັບກູ້ຣະເບີດບໍ່ທັນແຕກ ຫລື UXOປະຈໍາແຂວງຊຽງຂວາງ ໄດ້ເຜີຍເຖີງຈໍານວນຊາວບ້ານ ຜູ້ເຄາະຮ້າຍຈາກຣະເບີດ ບໍ່ທັນແຕກໃນແຂວງ ໃນຊ່ວງເດືອນກຸມພາ2008ນີ້ ວ່າ:

(ສຽງ) " ຫວ່າງເດືອນນີ້ມີ3ຄົນ ເຈັບໝົດ ຕົ້ນຕໍກໍໄປເອົາເຫລັກເສດ ທັງທີ່ຮູ້ຢູ່ແລ້ວເຂົາເຈົ້າກໍຍັງກະທໍາຢູ່ ຜູ້ທີ່ມັນຝືນນັ້ນແຫລະ."

ຜູ້ເຄາະຮ້າຍທັງ3 ກໍມີຊາວບ້ານເຂດເມືອງຜາໄຊ 2ຄົນແລະເຂດເມືອງຄູນ 1ຄົນ ແຕ່ລະຄົນປະສົບອຸບັດຕິເຫດ ຈາກການໄປຊອກຄົ້ນເອົາເສດເຫລັກ ມາຂາຍ. ແຕ່ກໍໂຊກດີທີ່ບໍ່ມີຜູ້ໃດ ຖືກຣະເບີດເຖີງຂັ້ນເສັຽຊີວິດ ຫລືເສັຽອົງຄະ. ໃນເວລານີ້ ເຂົາເຈົ້າທັງ3 ປີ່ນປົວຢູ່ໂຮງໝໍແຂວງຊຽງຂວາງ. ຈາກຍອດຜູ້ເຄາະຮ້າຍທີ່ເພີ່ມຂຶ້ນອີກ 3ຄົນດັ່ງກ່າວ ເຮັດໃຫ້ມີຜູ້ບາດເຈັບແລະພິການ ທັງໝົດ 679ຄົນແລ້ວຢູ່ແຂວງຊຽງຂວາງ ນັບແຕ່ປີ 1996ມາ. ນອກນັ້ນ ກໍມີຜູ້ເສັຽຊີວິດອີກຫລາຍຮ້ອຍຄົນ. ທ່ານ ຄໍາ ກ່າວຕໍ່ໄປເຖີງແຜນການເກັບກູ້ຣະເບີດ ໃນປີ2008ນີ້ວ່າ:

(ສຽງ) "ແຜນປີ2008ນີ້ ເຮົາເກັບກູ້526ເອັກຕາຣ ແລ້ວເຮົາໄດ້ຢູ່110-120ແລ້ວ ຄາດວ່າຈະສໍາເຣັດແຜນການ ຕ້ອງສໍາເຣັດ."

ນັບແຕ່ປີ 1996ມາຮອດຕົ້ນປີ 2008ນີ້ ອົງການ UXO ສາມາດເກັບກູ້ຣະເບີດບໍ່ທັນແຕກ ໃນແຂວງຊຽງຂວາງໄດ້ໃນເນື້ອທີ່ປະມານ 2500ເອັກຕາຣ ແຕ່ພື້ນທີ່ທີ່ຊ່ຽງນັ້ນ ຖືວ່າຍັງມີໃຫ້ເກັບກູ້ອີກ ຫລວງຫລາຍ.

ສໍາລັບການຊອກເກັບເສດເຫັລກໄປຂາຍ ຂອງຊາວບ້ານ ຈໍານວນນຶ່ງ ກໍວ່າຈ້າງ ພວກຕົນຈ້າງຈາກນາຍທຶນ ທີ່ມອບເຄື່ອງມືທີ່ບໍ່ມີຄຸນນະພາບ-ບໍ່ມີມາຕຖານ ໃຫ້ຊາວບ້ານ ເກັບເສດເຫລັກ ແລະກໍມັກຈະເກີດອຸບັຕິເຫດ-ຣະເບີດແຕກ-ຕາມມາ ຢູ່ສເມີ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.