ສະຫະປະຊາຊາດ ຮຽກຮ້ອງ ໃຫ້ທາງການໄທ ປ່ອຍຕົວຊາວລາວເຜົ່າມົ້ງ ທີ່ຍັງຖືກກັກຂັງ ຢູ່ເມືອງໜອງຄາຍ ນັ້ນ
2008.01.14
ນາງ Feller ກ່າວວ່າ ທາງການໄທ ບໍ່ມີເຫດຜົນແນວໃດ ທີ່ຈະກັກຂັງ ຊາວລາວເຜົ່າມົ້ງ ເຫລົ່ານີ້ສືບຕໍ່ໄປ. ອົງການຕ່າງປະເທດ ຮັບຮູ້ແລ້ວວ່າ ພວກເຂົາເຈົ້າ ເປັນບຸກຄົນ ທີ່ຄວນໄດ້ຮັບ ການປົກປ້ອງ ຈາກຕ່າງປະເທດ.
ເມື່ອ ວັນທີ່ 11 ມົກກະຣາ ນີ້ ຫ້ອງການຂ້າຫລວງໃຫຍ່ ດ້ານອົບພະຍົບ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ທາງການໄທ ປ່ອຍຕົວຊາວລາວ ເຜົ່າມົ້ງ ຈຳນວນ 149 ຄົນ ທີ່ຍັງຖືກກັກຂັງ ຢູ່ສູນຄົນເຂົ້າເມືອງ ທີ່ ເມືອງໜອງຄາຍ ຂອງໄທນັ້ນ.
ນາງ Erika Feller ຜູ້ຊ່ວຍຫົວໜ້າ ຫ້ອງການຂ້າຫລວງໃຫຍ່ ດ້ານອົບພະຍົບ ສະຫະປະຊາຊາດ ກ່າວວ່າ ຈົນເຖິງວັນສຸກ ທີ່ຜ່ານມາ ຊາວລາວເຜົ່າມົ້ງ ເຫລົ່ານັ້ນ ຖືກກັກຂັງເປັນເວລາ 400 ມື້ແລ້ວ; ພວກເຂົາເຈົ້າ ບໍ່ໄດ້ກໍ່ອາຊຍາກັມ ແນວໃດເລີຍ.
ນາງ Feller ກ່າວອີກວ່າ ທາງການໄທ ບໍ່ມີເຫດຜົນແນວໃດ ທີ່ຈະກັກຂັງຊາວລາວເຜົ່າມົ້ງ ເຫລົ່ານີ້ສືບຕໍ່ໄປ. ອົງການຕ່າງປະເທດ ຮັບຮູ້ແລ້ວວ່າ ພວກເຂົາເຈົ້າ ເປັນບຸກຄົນ ທີ່ຄວນໄດ້ຮັບການປົກປ້ອງ ຈາກຕ່າງປະເທດ; ທາງການໄທ ຄວນປ່ອຍ ໃຫ້ພວກເຂົາ ໄດ້ໄປປະເທດທີ່ສາມ ແຕ່ດົນນານແລ້ວ; ຜ່ານມາ ຫລາຍປະເທດໄດ້ ສເນີ ຈະຮັບເອົາພວກເຂົາເຈົ້າ ໄປຕັ້ງຖິ່ນຖານ.
ນາງ Feller ຖແລງອີກວ່າ ສະຫະປະຊາຊາດ ເປັນຫ່ວງຕໍ່ຊາຕາກັມ ຂອງເດັກ ນ້ອຍເຜົ່າມົ້ງ 90 ຄົນ ນັ້ນຫລາຍກວ່າໝູ່ ໃນນັ້ນຫ້າຄົນເກີດຢູ່ໃນຄຸກ. ເດັກນ້ອຍເຫລົ່ານີ້ ບໍ່ຄວນຖືກກັກຂັງ ພວກເຂົາ ຄວນມີບ່ອນຢູ່ອາໃສ ທີ່ດີກວ່ານັ້ນ ແລະຄວນໄດ້ຮັບການສຶກສາ.
ເຖິງຢ່າງໃດກໍດີ ສະຫະປະຊາຊາດ ກໍຮັບຮູ້ວ່າ ທາງການໄທ ໄດ້ປັບປຸງສະພາບ ບ່ອນກັກຂັງ ໃຫ້ດີຂື້ນເລັກນ້ອຍ; ແຕ່ກໍຍັງບໍ່ດີພໍ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງຫລວງພະບາງ ຍັງມີບັນຫາ ກ່ຽວກັບ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ຢູ່ຢ່າງກ້ວາງຂວາງ
- ຣາຄາສິນຄ້າ ປະເພດເຄື່ອງຍ່ອຍ ຢູ່ໃນລາວເພີ້ມຂື້ນ ຍ້ອນວ່າ ຣາຄາສິນຄ້າເຄື່ອງຍ່ອຍ ໃນ ປະເທດໄທ ເພີ້ມຂື້ນ
- ທາງການລາວ ກໍານົດຂົງເຂດ ທີ່ອະນຸຍາດ ໃຫ້ປະຊາຊົນ ສາມາດລ້ຽງສັດປີກ ໄດ້ ໃນແຂວງວຽງຈັນ ໂດຍຈັດເປັນ 3 ປະເພດດ້ວຍ
- ມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ ຖໍ້າປວັດສາດ ເມືອງວຽງໄຊ ຫລາຍຂຶ້ນ
- ເງິນລົງທຶນໂດຍຕຣົງ ຈາກຕ່າງປະເທດ ຫລື FDI ໃນລາວ ໄດ້ເພີ່ມຂຶ້ນ ເປັນ 1,130 ລ້ານ ໂດລາສະຫະຣັດ ໃນ 191 ໂຄງການ
- ລູກຣະເບີດ ທີ່ຍັງບໍ່ທັນແຕກໃນລາວ ເປັນໄພອັນຕະລາຍຢ່າງຍີ່ງ ສໍາລັບ ປະຊາຊົນລາວ ທີ່ມີອາຊີບ ຂາຍເສດເຫລັກ
- ໝູ່ບ້ານລາວ ໃນແຂວງອັຕະປື ທີ່ຕິດກັບຊາຍແດນວຽດນາມ ແລະກັມພູຊາ ຍັງບໍ່ທັນມີລະບົບ ນ້ຳສະອາດໄຊ້ເທື່ອ
- ວັດຖຸໂບຮານ ຂະນາດນ້ອຍ ຈຳນວນ 150,00 ຊີ້ນ ທີ່ນັກໂບຣານ ນະຄະດີລາວ ໄດ້ຂຸດຂື້ນມາ ແລະໄດ້ມອບໃຫ້ຣັຖບານ ເກັບໄວ້ ທີ່ຫໍພິພິຕະພັນ ແຫ່ງຊາດ
- ການຮ່ວມມື ດ້ານການພັດທະນາ ຂອງຣັຖະບານ ສະວີເດັນ ກັບສປປລາວ ຈະຄ່ອຍໆຫລຸດລົງ ໃຫ້ໝົດສີ້ນ ພາຍໃນ 4 ປີ ຂ້າງໜ້າ
- ຣັຖບານສປປລາວ ມີແຜນຈະສ້າງທາງຣົດໄຟ ຈາກນະຄອນຫລວງວຽງຈັນ ລົງໄປຫາເມືອງທ່າແຂກ ແຂວງຄຳມ່ວນ