ນັກທ່ອງທ່ຽວ ຈາກຕ່າງປະເທດ ຍັງເດີນທາງ ເຂົ້າໄປທ່ອງທ່ຽວ ໃນ ແຂວງຫລວງນ້ຳທາ ຄືເກົ່າ ເຖິງແມ່ນວ່າ ມີຂ່າວການລະບາດ ຂອງເຊື້ອໂຣກ ໄຂ້ຫວັດນົກ


2008.02.29

ນັກທ່ອງທ່ຽວ ຈາກຕ່າງປະເທດ ຍັງເດີນທາງ ເຂົ້າໄປທ່ອງທ່ຽວ ໃນແຂວງຫລວງ ນ້ຳທາຄືເກົ່າ ເຖິງແມ່ນວ່າ ມີຂ່າວການລະບາດ ຂອງເຊື້ອໂຣກໄຂ້ຫວັດນົກ ໃນ ແຂວງນັ້ນກໍຕາມ, ຕາມທີ່ ທ່ານ ບຸນຕາ ຈະເຣີນສຸກ ເຈົ້າໜ້າທີ່ຜແນກ ການທ່ອງທ່ຽວ ປະຈຳແຂວງຫລວງນໍ້າທາ ໄດ້ກ່າວ.

ທ່ານວ່າ ທາງແຂວງ ກໍພະຍາຍາມຄວບຄຸມ ສະຖານະການ ການລະບາດ ຂອງເຊື້ອໂຣກໃຫ້ດີທີ່ສຸດ. ໃນລະຍະນີ້ນັກທ່ອງທ່ຽວ ຕ່າງຊາດ ກໍເຂົ້າມາທ່ອງທ່ຽວ ຢູ່ຄືເກົ່າບໍ່ເຫັນວ່າ ເຂົາເຈົ້າຢ້ານກົວອັນໃດ.

(ສຽງ) "ມັນກໍບໍ່ມີຫຍັງ ອາເມຣິກາກໍມີ ຢູໂຣບກໍມີ ມາເດີນປ່າຄືເກົ່າ. ການກິນເຮົາກໍບໍ່ໃຫ້ກິນໄກ່ ໃຫ້ກິນແຕ່ຜັກ ກິນແນວອື່ນ ກິນປາ ໂຮງແຮມເຮືອນພັກ ກໍໄດ້ນຳອັນນັນແຫລະ."

ທ່ານວ່າ ແຕ່ລະວັນມີນັກທ່ອງທ່ຽວຕ່າງຊາດ ເຂົ້າມາທ່ຽວ ໃນແຂງຫລວງນ້ຳທາ ສະເລັ່ຽແລ້ວປະມານ 30-40 ຄົນ. ເຂົາເຈົ້າເດີນທາງເຂົ້າມາ ແລ້ວກໍໄປ ທ່ຽວທັມະຊາດ ຄ້າງຄືນຢູ່ຕາມບ້ານເຮືອນ ຂອງປະຊາຊົນ.

ສຳລັບການປຸງແຕ່ງອາຫານ ຫ້ນັກທ່ອງທ່ຽວ ນັ້ນຈະບໍ່ມີອາຫານ ປະເພດສັດປີກ ເປັນເດັດຂາດ ອັນນີ້ ກໍເພື່ອເປັນການຫລຸດຜ່ອນ ຕໍ່ຄວາມສ່ຽງ ໃນການຕິດເຊື້ອໂຣກ ໄຂ້ຫວັດນົກ ທີ່ອາດເກີດຂື້ນແກ່ເຂົາເຈົ້າໄດ້.

ແຂວງຫລວງນ້ຳທ່າ ມີສັກະຍາພາບດູດດຶງ ເອົານັກທ່ອງທ່ຽວຕ່າງຊາດ ເຂົ້າມາ ທ່ຽວໄດ້ ຍ້ອນວ່າ ໃນເຂດຊາຍແດນລາວ-ຈີນ ກໍມີໂຮງແຮມກາຊີໂນຣີຊໍ້ ບໍ່ເຕັນ ຊຶ່ງມີຊາວຈີນ ເປັນສ່ວນໃຫ່ຽ ເຂົ້າມາທ່ອງທ່ຽວ. ສະນາມບິນຫລວງນຳທາ ທີ່ກຳລັປັບປຸງໃຫ້ດີ ແລະໄກ້ຈະເປີດໄຊ້ໃ ນທ້າຍເດືອນມິນານີ້ ກໍຈະເປັນອົງປະກອບ ອີກອັນນຶ່ງທີ່ເຮັດໃຫ້ນັກທ່ອງທ່ຽວ ຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວໃນ ແຂວງຫລາຍຂື້ນ. ນອກນັ້ນກໍມີຖນົນ R3 ແລ່ນຜ່ານ ຊຶ່ງເປັນຖນົນເສຖະກິດ ເໜືອໄຕ້ທີ່ເຊື່ອມຕໍ່ເມືອງໃຫ່ຽ ຂອງຈີນຕອນໄຕ້ກັບປະເທດໄທ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.