ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009


2008.01.24

ພາຍຫລັງ ພິທີການມອບຮັບ ເຄື່ອງອອກກໍາລັງກາຍ ຟິດແນັດ ທີ່ມີມູນຄ່າ 2 ລ້ານກ່ວາບາດ ໃຫ້ກັບ ຄະນະກັມມະການ ໂອແລັມປິກລາວ ເມື່ອວັນອັງຄານ ຜ່ານມາ ທີ່ນະຄອນຫລວງວຽງຈັນ.

ພົນເອກ ຍຸດທະສັກ, ປະທານຄະນະກັມມະການ ໂອແລັມປິກ ແຫ່ງປະເທດໄທ, ກ່າວວ່າ ທາງຄະນະກັມມະການ ໂອແລັມປິກ ຝ່າຍລາວ ໄດ້ຫາລື ຮ່ວມກັບຄະນະກັມມະການ ໂອແລັມປິກ ຂອງຝ່າຍໄທ ກ່ຽວກັບ ປະເດັນ ການໃຫ້ຄວາມຊ່ອຍເຫລືອລາວ ເພື່ອກຽມ ເປັນເຈົ້າພາບກິລາ ຊີເກມຊ໌ ຄັ້ງທີ 25 ໃນປີ 2009 ທີ່ນະຄອນຫລວງວຽງຈັນ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນພຸດນີ້.

ພົນເອກ ຍຸດທະສັກ ກ່າວຕື່ມວ່າ: ຝ່າຍລາວ ຂໍໃຫ້ໄທ ສນັບສນູນ ຢ່າງຕໍ່ເນື່ອງ ທັງໃນສ່ວນ ຂອງການເປັນທີ່ປຶກສາ ດ້ານເທັກນິກ ການກໍ່ສ້າງສນາມກິລາ ທີ່ໄດ້ມາຕະຖານສາກົນ ໃນກິລາຊະນິດຕ່າງໆ, ການຊອ່ຍເຫລືອ ໃນການຝຶກຊ້ອມ ນັກກິລາລາວ ແລະ ການອົບຮົມ ຄູຝຶກສອນກິລາ.

ນອກຈາກນັ້ນ, ລາວ ຍັງໄດ້ສເນີ ໃຫ້ມີການຈັດມະຫະກັມ ແລ່ນໂອແລັມປິກ ເດຣັນ 2008 ຂຶ້ນ ທາງຕອນໃຕ້ ຂອງລາວ, ທີ່ແຂວງຈໍາປາສັກ, ຣະຫວ່າງ ເມືອງປາກເຊ ແລະ ຊັອງເມັກ. ເມື່ອປີຜ່ານມາ, ລາວ ແລະ ໄທ ກໍໄດ້ຮ່ວມກັນຈັດແລ່ນ ໂອແລັມປິກ ເດຣັນ ມາແລ້ວ ທີ່ດ່ານຂົວມິຕພາບ ລາວ-ໄທ ແຫ່ງທີ 2, ຣະຫວ່າງ ສວັນນະເຂດ-ມຸກດາຫານ, ຊຶ່ງປະສົບຜົນສໍາເຣັດ ເປັນຢ່າງດີ.

ດັ່ງນັ້ນ ໃນປີນີ້ ຈຶ່ງຢາກໃຫ້ມີການຈັດແລ່ນຮ່ວມກັນ 4 ຊາດ ຄື ລາວ, ໄທ, ວຽດນາມ ແລະ ກັມພູຊາ. ຖ້າຫາກເຮັດໄດ້ ກໍຈະກາຍເປັນ ປວັດສາດ ຂອງການແລ່ນໂອແລັມປິກ ເດຣັນ ເທື່ອທໍາອິດ ທີ່ມີ 4 ປະເທດ ເຂົ້າຮ່ວມ. ເຖິງຢ່າງໃດ ກໍຕາມ, ຄະນະກັມມະການ ໂອແລັມປິກໄທ ຈະນໍາເຣື້ອງດັ່ງກ່າວ ຂຶ້ນຫາລື ກັບພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອພິຈາຣະນາ ໃນການຮ່ວມ ຈັດມະຫະກັມກິລານີ້ ຕໍ່ໄປ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.