ສໍານັກງານຂົນສົ່ງທາງນໍ້າ ແລະ ພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ທາງເຮືອ ຕາມລຳນ້ຳຂອງ
2008.01.25
ສໍານັກງານຂົນສົ່ງ ທາງນໍ້າ ແລະພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ຂອງເຮືອສີນຄ້າ ໃນລໍາແມ່ນໍ້າຂອງ.
ເຈົ້າໜ້າທີ່ສໍານັກງານ ຂົນສົ່ງທາງນໍ້າ ແລະພານິດນາວີ ແຂວງຊຽງຮາຍ ຂອງໄທເຜີຍວ່າ ການສໍາຣວດ ປະລິມານນໍ້າ ໃນແມ່ນໍ້າຂອງ ຈາກຈຸດວັດແທກນໍ້າ ທີ່ບໍຣິເວນ-ໜ້າ ທີ່ວ່າການເມືອງ ຊຽງແສນ ພົບວ່າ ຣະດັບນໍ້າ ໃນແມ່ນໍ້າຂອງ ເລີ່ມບົກລົງ ຢ່າງຕໍ່ເນື່ອງ ປັດໃຈສໍາຄັນ ມາຈາກເລີ່ມເຂົ້າສູ່ຣະດູແລ້ງ ຊຶ່ງອາດສົ່ງຜົນກະທົບ ໃສ່ການຂົນສົ່ງ ຂອງເຮືອບັນທຸກສິນຄ້າ ໃນແມ່ນໍ້າຂອງ ໂດຍສະເພາະ ໃນຊ່ວງເດືອນມິນາ ຫາເດືອນພຶສພາ.
ທາງສໍານັກງານຂົນສົ່ງທາງນໍ້າ ແລະພານິດນາວີ ແຂວງຊຽງຮາຍ ຕຽມມາຕການແກ້ບັນຫາ ແລະຫາທາງອອກ ຫາກເກີດວິກິດການແທ້ໆ ເຊັ່ນຖ້າທ່າເຮືອຂອງທາງການ ບໍ່ສາມາດຂົນສີນຄ້າຂຶ້ນໄດ້ ກໍຈະປະສານ ໄປຍັງທ່າເຮືອ ເອກກະຊົນ ບໍຣິເວນ ສາມຫລ່ຽມຄໍາ ປະມານ 2-3 ແຫ່ງ ເປັນທ່າເຮືອຂຶ້ນລົງ ສີນຄ້າຊົ່ວຄາວ. ປັດຈຸບັນ ເຮືອສີນຄ້າ ໃນແມ່ນໍ້າຂອງ ເກືອບ 100 ເປີເຊັນ ເປັນຂອງຈີນ.
ໃນປີ 2007 ຜ່ານມາ ເຮືອສີນຄ້າ ເຂົ້າໄຊ້ບໍຣິການ ທ່າເຮືອ ເມືອງຊຽງແສນ ມີທັງໝົດ 3149 ຖ້ຽວ ເຮືອ ປະຣິມານ ສີນຄ້າ 143 ພັນ 52 ຕັນ ມູນຄ່າການຄ້າ ຮ່ວມ 4647 ລ້ານ ກວ່າບາດ.
ໃນປີ 2007 ຜ່ານມາ ເຮືອສີນຄ້າເຂົ້າໄຊ້ ບໍຣິການທ່າເຮືອ ເມືອງຊຽງແສນ ມີທັງໝົດ 3149 ຖ້ຽວ ເຮືອ ປະຣິມານສີນຄ້າ 143 ພັນ 52 ຕັນ ມູນຄ່າການຄ້າຮວມ 4647 ລ້ານກວ່າບາດ.
ນັບຕັ້ງແຕ່ ຈີນ ໄທ ພະມ່າ ແລະລາວ ໄດ້ລົງນາມ ການແລ່ນເຮືອສີນຄ້າເສຣີ ໃນລໍາແມ່ນໍ້າຂອງ ຕອນເທີງ ເມື່ອປີຜ່ານມາ ປາກົດວ່າ ປະເທດທີ່ໄດ້ຮັບຜົນປະໂຫຍດນັ້ນ ກໍຄື ຈີນ ແລະໄທ, ສ່ວນພະມ່າ ແລະລາວ ເກືອບຈະບໍ່ໄດ້ຮັບຜົນປະໂຫຍດ ຈັກໜ້ອຍເລີຍກໍວ່າໄດ້. ນອກຈາກນີ້ ການຣະເບີດແກ້ງຫີນ ຕາມລໍາແມ່ນໍ້າຂອງ ຂອງຈີນ ແລະການສ້າງເຂື່ອນ ໃນຕອນເທີງຂອງແມ່ນໍ້າຂອງ ເປັນສາເຫດສໍາຄັນ ທີ່ເຮັດໃຫ້ ປະລິມານ ນໍ້າໃນແມ່ນໍ້າຂອງ ລຸດລົງ ແລະຕື້ນເຂີນ ໃນຊ່ວງຣະດູແລ້ງ ຊຶ່ງໃນອະດີດ ບໍ່ເຄີຍມີປະກົດ ການເຊັ່ນນີ້ ເລີຍ ນັກອະນຸຮັກທ້ອງຖີ່ນ ທ່ານນຶ່ງກ່າວ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຍັງມີ ຊາກກະດູກ ໂຕ ໄດນາຊໍຣ ທີ່ຖືກປ່ອຍຖິ້ມຮ້າງ ຢູ່ຕາມທັມມະຊາດ ເປັນຈໍານວນຫລວງຫລາຍ ໃນພື້ນທີ່ ແຂວງສວັນນະເຂດ
- ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ
- ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ
- ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ
- ຊາວເຜົ່າມົ້ງ ທີ່ຍັງຕໍ່ຕ້ານຣັຖບານລາວ ຢາກຍອມຈຳນົນ ແຕ່ບໍ່ກ້າ ເພາະຢ້ານຖືກຂ້າ ແລະທໍຣະມານ
- ບໍຣິສັດໂອຊີອານາ ຂຸດຄົ້ນແລະຜລິດທອງແດງຈາກບໍ່ຄຳເຊໂປນ ໄດ້ເພີ້ມຜົລຜລິດ ຂື້ນຢ່າງມະຫາສານ