ການຊ່ວຍເຫລືອ ຂອງປະເທດ Sweden ມູນຄ່າທັງໝົດ 5 ລ້ານໂດລາ ສະຫະຣັດ ນັ້ນກໍານົດໃຫ້້ແກ່ ບັນດາປະເທດ ເຂດແມ່ນໍ້າຂອງ ລາວ ໃທ ແລະວຽດນາມ
2008.01.14
ການຊ່ວຍເຫລືອ ຂອງປະເທດ Sweden ມູນຄ່າທັງໝົດ 5 ລ້ານໂດລາ ສະຫະຣັດນັ້ນ ກໍານົດໃຫ້ແກ່ບັນດາ ປະເທດ ເຂດແມ່ນໍ້າຂອງ ລາວ ໃທ ແລະວຽດນາມ ໂດຍຜ່ານທະນາຄານ ພັດທະນາເອເຊັຽ ຫລື ADB ຕາມການຕົກລົງ ຣະຫວ່າງ ຣັດຖະບານ ປະເທດ Sweden ກັບ ADB.
ຂ່າວ Thai Press ຣາຍງານວ່າ ແມ່ນໍ້າຂອງ ທີ່ມີຄວາມຍາວ 4500 ຫລັກກິໂລແມັດ ທີ່ໄຫລຈາກຈີນ ຜ່າມພະມ່າ ລາວ ໃທ ກໍາພູຊາ ແລະວຽດນາມ ການຊ່ວຍເຫລືອ ບັນດາປະເທດ GMS ແມ່ນເພື່ອພັດທະນາ ໂຄງສ້າງພື້ນຖານ ທາງໄຟຟ້າ ELECTRIC ຊຶ່ງຈະບໍ່ສົ່ງຜົນກະທົບ ໃສ່ສະພາບແວດລ້ອມ.
ຜົນປະໂຫຍດ ທີ່ທຸກຝ່າຍຈະໄດ້ຮັບ ສາມາດມີຂຶ້ນໄດ້ຜ່ານການຄ້າ ທາງພະລັງງານ ຂ້າມຊາຍແດນ ໂດຍຈີນ ແລະວຽດນາມ, ໂດຍວຽດນາມ ແລະກໍາພູຊາ ແລະຣະຫວ່າງລາວກັບໃທ.
ຂໍ້ຕົກລົງວ່າດ້ວຍການຄ້າ ດ້ານພະລັງງານ ໃນພູມີພາກ ເປັນນຶ່ງໃນຈໍານວນ ເອກກະສານ 4 ສະບັບ ທີ່ 6 ປະເທດ ເຂດແມ່ນໍ້າຂອງ GMS ໄດ້ລົງນາມກັນ ຢູ່ນະຄອນຄຸນມີງ ປະເທດຈີນ ໃນຣະຫວ່າງ ກອງປະຊຸມສຸດຍອດ GMS ຄັ້ງທີ 2 ເມື່ອເດືອນ ກໍຣະກະດາ ປີ 2005 ຜ່ານມາ. ຂໍ້ຕົກລົງອີກ 3 ສະບັບ ແມ່ນຂໍ້ຕົກລົງ ວ່າດ້ວຍ ການຄົມມະນາຄົມ ຂ້າມຊາຍແດນ ບັນດາປະເທດ GMS, ບັນທຶກຄວາມເຂົ້າໃຈກັນ MOU ວ່າດ້ວຍການຄວບຄຸມ ແລະການປ້ອງກັນ ພະຍາດຕິດຕໍ່ໃນເຂດ GMS ແລະບັນທຶກ MOU ວ່າດ້ວຍການຮ່ວມມື ຣະບຽບ ຫລັກການ ແລະຂໍ້ແນະນໍາ guilines ຕ່າງໆ.
ພ້ອມກັນນັ້ນ ຂ່າວຍັງຣາຍງານຕື່ມວ່າ ຣັດຖະບານໃທ ອາດມີກໍານົດ ການໃຫ້ເງີນກູ້ຢືມ 14 ພັນລ້ານບາດ ແກ່ສປປລາວ ແລະ ພະມ່າ ເພື່ອພັດທະນາ ເສັ້ນທາງການຄ້າຕ່າງໆ ອັນມີທັງຂົວຮວມຢູ່ດ້ວຍນັ້ນ ເຊື່ອມຕໍ່ຣະຫວ່າງ ທັງສາມປະເທດ ໃທ ລາວ ພະມ່າ. ຄາດກັນວ່າ ຂໍ້ສະເນີໃຫ້ເງີນກູ້ ແກ່ພະມ່າ ແລະລາວດັ່ງກ່າວ ຈະມີການນໍາສະເນີ ຕໍ່ກອງປະຊຸມ ຄະນະຣັດຖະບານໃທ ຄັ້ງຕໍ່ໄປນີ້.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສະຫະປະຊາຊາດ ໄດ້ມອບເງິນ ຈຳນວນ 1 ລ້ານ ກັບ 880, 000 ໂດລາສະຫະຣັຖ ໃຫ້ກອງທຶນ ໂຄງການ ພັດທະນາ ປູກພືດແທນຝິ່ນ ແກ່ຣັຖະບານລາວ
- ແຂວງຫລວງພະບາງ ຍັງມີບັນຫາ ກ່ຽວກັບ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ຢູ່ຢ່າງກ້ວາງຂວາງ
- ຣາຄາສິນຄ້າ ປະເພດເຄື່ອງຍ່ອຍ ຢູ່ໃນລາວເພີ້ມຂື້ນ ຍ້ອນວ່າ ຣາຄາສິນຄ້າເຄື່ອງຍ່ອຍ ໃນ ປະເທດໄທ ເພີ້ມຂື້ນ
- ທາງການລາວ ກໍານົດຂົງເຂດ ທີ່ອະນຸຍາດ ໃຫ້ປະຊາຊົນ ສາມາດລ້ຽງສັດປີກ ໄດ້ ໃນແຂວງວຽງຈັນ ໂດຍຈັດເປັນ 3 ປະເພດດ້ວຍ
- ມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ ຖໍ້າປວັດສາດ ເມືອງວຽງໄຊ ຫລາຍຂຶ້ນ
- ເງິນລົງທຶນໂດຍຕຣົງ ຈາກຕ່າງປະເທດ ຫລື FDI ໃນລາວ ໄດ້ເພີ່ມຂຶ້ນ ເປັນ 1,130 ລ້ານ ໂດລາສະຫະຣັດ ໃນ 191 ໂຄງການ
- ລູກຣະເບີດ ທີ່ຍັງບໍ່ທັນແຕກໃນລາວ ເປັນໄພອັນຕະລາຍຢ່າງຍີ່ງ ສໍາລັບ ປະຊາຊົນລາວ ທີ່ມີອາຊີບ ຂາຍເສດເຫລັກ
- ໝູ່ບ້ານລາວ ໃນແຂວງອັຕະປື ທີ່ຕິດກັບຊາຍແດນວຽດນາມ ແລະກັມພູຊາ ຍັງບໍ່ທັນມີລະບົບ ນ້ຳສະອາດໄຊ້ເທື່ອ
- ວັດຖຸໂບຮານ ຂະນາດນ້ອຍ ຈຳນວນ 150,00 ຊີ້ນ ທີ່ນັກໂບຣານ ນະຄະດີລາວ ໄດ້ຂຸດຂື້ນມາ ແລະໄດ້ມອບໃຫ້ຣັຖບານ ເກັບໄວ້ ທີ່ຫໍພິພິຕະພັນ ແຫ່ງຊາດ
- ການຮ່ວມມື ດ້ານການພັດທະນາ ຂອງຣັຖະບານ ສະວີເດັນ ກັບສປປລາວ ຈະຄ່ອຍໆຫລຸດລົງ ໃຫ້ໝົດສີ້ນ ພາຍໃນ 4 ປີ ຂ້າງໜ້າ