ການທີ່ເງິນບາດ ຂອງໄທມີຄ່າສູງຂື້ນເລື້ອຍໆ ໄດ້ສົ່ງຜົນກະທົບ ຕໍ່ຄົນລາວ ແລະ ເສຖກິດຂອງລາວ


2008.01.24

ເສຖກິດຂອງທຸກປະເທດໃນໂລກ ມີສ່ວນພົວພັນຊຶ່ງກັນ ແລະກັນຢ່າງໃກ້ຊິດ; ຕົວ ຢ່າງປັດຈຸບັນ ເສຖກິດ ຂອງສະຫະຣັຖ ກຳລັງຖອຍຫລັງ ເງິນດອນລ່າ ສະຫະຣັຖ ກຳລັງຕົກຕ່ຳ ເປັນເຫດໃຫ້ຄ່າເງິນ ຂອງປະເທດອື່ນໆ ຖີບສູງຂື້ນ ໂດຍສະເພາະ ເງິນບາດຂອງໄທ.

ສປປລາວ ເປັນປະເທດເພື່ອນບ້ານຂອງໄທ ແລະ ມີການຄ້າກັບໄທຢ່າງໃກ້ຊິດ; ສະນັ້ນໃນເມື່ອເງິນບາດ ມີຄ່າສູງຂື້ນ ຊາວລາວສ່ວນຫລາຍ ທີ່ໃຊ້ເງິນກີບ ກໍມີພະລັງໃນການຊື້ໜ້ອຍລົງ ໝາຍຄວາມວ່າ ສິນຄ້າຈາກໄທ ມີຣາຄາແພງຂື້ນ ໄດ້ສົ່ງຜົນກະທົບ ຕໍ່ເສຖກິດຂອງລາວ ຢ່າງບໍ່ຕ້ອງສົງໃສ ດັ່ງ ເຈົ້າໜ້າທີ່ ກະຊວງການເງິນຂອງລາວ ທ່ານນຶ່ງໄດ້ກ່າວວ່າ:

(ສຽງ) "ຖ້າເງິນບາດ ຍັງແຂງຢູ່ ອາດຈະມີບັນຫາ ກ່ອນປີ 97 ມີບັນຫາ ເງິນບາດແຂງຂື້ນຕື່ມ ກໍມີບັນຫາ ສິນຄ້າຈາກຝັ່ງໄທ ກໍຣາຄາແພງຂື້ນ."

ຜົນກະທົບອີກຢ່າງນຶ່ງ ໃນເມື່ອກ່ອນ ຣັຖບານ ແລະຊາວລາວ ຜູ້ຮັ່ງມີ ມັກສະສົມ ເງິນດອນລ່າສະຫະຣັຖ ໄວ້ເປັນສ່ວນຫລາຍ. ໃນເມື່ອເງິນດອນລ່າ ຕົກຕ່ຳ ຣັຖບານ ແລະຜູ້ມີເງິນດອນລ່າ ຈຶ່ງຫລຸບທຶນໄປຕາມໆກັນ. ຍ້ອນດັ່ງນັ້ນ ປັດຈຸບັນ ຊາວລາວ ຈຶ່ງມັກທ້ອນເງິນບາດ ໄວ້ຫລາຍກວ່າເງິນກີບ ເຖິງວ່າທະນາຄານ ແຫ່ງຊາດລາວ ຈະມີກົດຣະບຽບ ສົ່ງເສີມໃຫ້ຄົນທ້ອນ ຫລືຈ່າຍແຕ່ເງິນກີບເທົ່ານັ້ນກໍຕາມ.

ທະນາຄານການຄ້າຕ່າງປະເທດ ສປປລາວຣາຍງານ ເມື່ອວັນທີ່ 23 ມົກກະຣານີ້ວ່າ ນຶ່ງບາດ ມີຄ່າເທົ່າກັບ 277 ກີບ ແລະນຶ່ງດອນລ່າ ສະຫະຣັຖ ມີຄ່າຕົກລົງເປັນ 9,228 ກີບ.

ອາວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.