ປະເທດໄທ ຈະໄຊ້ຂົວມິຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີສອງ ສວັນະເຂດ - ມຸກດາຫານ ເພື່ອຮັດແນ່ນ ຄວາມສາມັກຄີ ກັບປະເທດເພື່ອນບ້ານ
2008.01.16
ປະເທດໄທ ຈະໄຊ້ຂົວມິຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີສອງ ສວັນະເຂດ-ມຸກດາຫານ ເພື່ອຮັດແນ່ນ ຄວາມສາມັກຄີ ກັບປະເທດເພື່ອນບ້ານ. ຕາມລາຍງານ ຂອງໜັງສືພິມ ໃນທ້ອງຖິ່ນຂອງໄທ.
ລາຍງານວ່າ ປະເທດໄທ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ສາມຊາດຂື້ນ ລະຫ່ວາງ ໄທ ລາວ ແລະວຽດນາມ ແລະໄດ້ລົງນາມ ໃນເອກະສານ ຂໍ້ບັນທຶກ ຄວາມເຂົ້າໃຈກັນ ກ່ຽວກັບການຮ່ວມມື ລະຫ່ວາງສາມປະເທດດັ່ງກ່າວ.
ທ່ານ ນົພະດົນ ສາຣະວາສີ ຮອງເອກອະທິບໍດີ ກົມການເຈຣະຈາ ການຄ້າ ຂອງໄທກ່າວວ່າ ການພົປະກັນ ລະຫ່ວາງຜູ້ແທນ ຂອງສາມປະເທດນີ້ ໄດ້ຕົກລົງ ໄຊ້ຂົວມິຕະພາບ ແຫ່ງທີ່ສອງເພື່ອການຮ່ວມມື ທາງດ້ານນການຄ້າ ການລົງທຶນ ການທ່ອງທ່ຽວ ແລະການຂົນສົ່ງ. ໃນກອງປະຊຸມທີ່ໄທ ເປັນເຈົ້າພາບນີ້ ທ່ານ ກຣຽກກາຍ ຈີຣະແພດ ຣັຖະມົນຕຣີການຄ້າ ຂອງໄທເປັນຫົວໜ້າ ຄະນະຜູ້ແທນຝ່າຍໄທ.
ທ່ານ ກຣຽກກາຍ ກ່າວວ່າ ຕໍ່ໄປ ຂົວມິຕະພາບ ແຫ່ງທີສອງນີ້ ຈະເປັນຜົນ ປະໂຍດ ໃນການສ້າງຕັ້ງ ປະຊາຄົມເສຖະກິດ ອາຊຽນຊຶ່ງຄາດວ່າ ໃຫ້ສຳເຣັດ ໃນປີ 2015 ນີ້. ນອກນັ້ນທ່ານ ນົພະດົນຍັງໄດ້ກ່າວວ່າ ໄທມີຄວາມຫວັງວ່າຈະ ຂະຫຍາຍ ຄວາມຮ່ວມມື ທາງດ້ານເສຖະກິດ ກັບພະມ້າ ໂດຍເຮັດໃຫ້ເສັ້ນທາງ ເສຖະກິດຕະເວັນອອກ ຕະເວັນຕົກ ເຊື່ອມຕໍ່ກັນ ໃນອານາຄົດຕໍ່ໄປ. ກອງປະຊຸມ ສາມຊາດຍັງໄດ້ ໄກ້ເກັ່ຽບັນຫາ ຄ່າຜ່ານແດນ ແລະຈັດຕັ້ງສູນ ເພື່ອສະແດງຜລິຕະຜົນ ຂອງສາມປະເທດ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສປປລາວ ແລະວຽດນາມ ເຊັນຂໍ້ຕົກລົງ ກ່ຽວກັບ ການສຳຣວດບໍ່ເຫລັກ ຢູ່ເຂດເມືອງ ວຽງໄຊ ແຂວງຫົວພັນ ໃນ ພາກເໜືອຂອງລາວ
- ການທົດລອງ ນໍ້າມັນ ບາຍໂອ-ດີໂຊ ທີ່ຜລິດຈາກໝາກເຍົາ ກັບຣົດໄຖ ຍ່າງຕາມ ໃນເຂດເມືອງໄຊທານີ ໄດ້ຮັບຜົນສໍາເຣັດ
- ຣັດຖະບານລາວ ຍອມຮັບວ່າ ການລົງທຶນ ມີອຸປະສັກຫລາຍຢ່າງ ແລະພ້ອມທີ່ຈະແກ້ໃຂ ຕາມການສະເນີ ຂອງນັກທຸຣະກິດຍີ່ປຸ່ນ
- ທາງການສປປລາວ ແລະ ວຽດນາມ ປະສົງທີ່ ຈະມີການຮ່ວມມືກັນ ຣະຫວ່າງ 2 ຝ່າຍ ຢ່າງເລິກເຊີ່ງຂຶ້ນຕື່ມ ໃນ ປີ 2008 ນີ້
- ການຊ່ວຍເຫລືອ ຂອງປະເທດ Sweden ມູນຄ່າທັງໝົດ 5 ລ້ານໂດລາ ສະຫະຣັດ ນັ້ນກໍານົດໃຫ້້ແກ່ ບັນດາປະເທດ ເຂດແມ່ນໍ້າຂອງ ລາວ ໃທ ແລະວຽດນາມ
- ສະຫະປະຊາຊາດ ໄດ້ມອບເງິນ ຈຳນວນ 1 ລ້ານ ກັບ 880, 000 ໂດລາສະຫະຣັຖ ໃຫ້ກອງທຶນ ໂຄງການ ພັດທະນາ ປູກພືດແທນຝິ່ນ ແກ່ຣັຖະບານລາວ
- ແຂວງຫລວງພະບາງ ຍັງມີບັນຫາ ກ່ຽວກັບ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ຢູ່ຢ່າງກ້ວາງຂວາງ
- ຣາຄາສິນຄ້າ ປະເພດເຄື່ອງຍ່ອຍ ຢູ່ໃນລາວເພີ້ມຂື້ນ ຍ້ອນວ່າ ຣາຄາສິນຄ້າເຄື່ອງຍ່ອຍ ໃນ ປະເທດໄທ ເພີ້ມຂື້ນ
- ທາງການລາວ ກໍານົດຂົງເຂດ ທີ່ອະນຸຍາດ ໃຫ້ປະຊາຊົນ ສາມາດລ້ຽງສັດປີກ ໄດ້ ໃນແຂວງວຽງຈັນ ໂດຍຈັດເປັນ 3 ປະເພດດ້ວຍ
- ມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ ຖໍ້າປວັດສາດ ເມືອງວຽງໄຊ ຫລາຍຂຶ້ນ