ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
2008.02.27
ແຫລ່ງຂ່າວທ້ອງຖີ່ນ ແຈ້ງຕໍ່ທາງວິທຍຸເອເຊັຽ ເສຣີວ່າ: ນັບແຕ່ຕົ້ນເດືອນກຸມພາ ນີ້ມາ ຕາມທ້ອງຕລາດ ທົ່ວນະຄອນຫລວງວຽງຈັນ ມີບັນຫາດ້ານຂາດແຄນ ຊີ້ນໝູ ແລະຍີ່ງ ເຮັດໃຫ້ຊີ້ນໝ ູມີຣາຄາແພງສູງຂື້ນ ຈາກຣາຄາເດີມ ຣະຫວ່າງ 25,000-30,000 ກີບ ມາເປັນ 35,000 – 36,000 ກີບຕໍ່ 1 ກິໂລ ອັນເປັນເຫຕ ໃຫ້ບໍຣິໂພຄ ໂດຽສະເພາະປະຊາຊົນສາມັນ ທັມມະດາ ທີ່ຫາເຊົ້າກິນຄໍ່າຢູ່ແລ້ວນັ້ນ ຕ້ອງໄດ້ເພີ່ມຣາຍຈ່າຍ ຕື່ມອີກ.
ແຫລ່ງຂ່າວເດີມ ໄດ້ແຈ້ງເພີ່ມວ່າ: ຕາມໂຮງງານຂ້າສັຕຕ່າງໆ ໃນນະຄອນຫລວງ ວຽງຈັນ ກໍຂາດແຄນໝູ ເພື່ອນຳສົ່ງປ້ອນໂຮງງານ ເຊັ່ນໂຮງຂ້າສັຕ ໜອງດ້ວງທີ່ເປັນ ໂຮງງານຂນາດໃຫຍ່ ພໍສົມຄວນ ແຕ່ກໍມີກາຣຂ້າໝ ູແຕ່ລະມື້ພຽງ ປະມານ 40 – 50 ໂຕເທົ່ານັ້ນ ຊື່ງຖືເປັນຈຳນວນນ້ອຍ ທີ່ບໍ່ພຽງພໍກັບຄວາມຕ້ອງກາຣ.
ສາເຫຕທີ່ເຮັດໃຫ້ ມີກາຣຂາດແຄນໝ ູປ້ອນຕລາດໃນນະຄອນຫລວງວຽງຈັນ ເຊັ່ນ ນີ້ກໍຍ້ອນຈຳນວນໝູພັນ ທີ່ສົ່ງໄປຈາກຕ່າງແຂວງ ກໍມີຈຳນວນຫລຸດນ້ອຍລົງ ເພາະມີ ກາຣຈຳກັດກາຣເຄື່ອນຍ້າຍ ຈຳພວກສັຕຕ່າງໆເຊັ່ນກັນ.
ນອກຈາກນັ້ນຊາວກະສິກອນ ລ້ຽງໝ ູກໍມີຈຳນວນຫລຸດນ້ອຍລົງ ໄປຕາມໆກັນ ຍ້ອນຫົວອາຫາຣ ມີຣາຄາແພງຂື້ນ ເຖີງຂັ້ນຟາຣ໌ມລ້ຽງໝ ູຫລາຍແຫ່ງຕ້ອງໄດ້ຢຸດເຊົາ ກິຈກາຣ ແລະເຊື່ອວ່າ ຍີ່ງຈະສ້າງ ບັນຫາເຮັດໃຫ້ຄ່າຄອງຊີພ ທົ່ວນະຄອນຫລວງວຽງຈັນ ແພງຂື້ນກວ່າເກົ່າ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ
- ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳ ຈາກບໍຣິສັດ ATR