ຣັຖບາຍຍີ່ປຸ່ນ ໃຫ້ທຶນ ໃນການຈັດຕັ້ງ ໂຄງການຜລິດກະແສໄຟຟ້າ ແບບປະສົມປະສານ ທີ່ເມືອງໃໝ່ ເພື່ອມາທົດແທນ ແຫລ່ງຜລິດ ໄຟຟ້າເກົ່າ ທີ່ມີກໍາລັງການຜລິດ ບໍ່ພຽງພໍ
2008.02.12
ຄວາມຕ້ອງການ ໃນການຊົມໃຊ້ ກະແສໄຟຟ້າ ຂອງປະຊາຊົນ ທີ່ມີເພີ້ມຫລາຍຂຶ້ນ ໄດ້ເລັ່ງໃຫ້ເກີດບັນຫາ ຂາດແຄນພະລັງງານຂຶ້ນ ໃນພື້ນທີ່ເມືອງໃໝ່, ແຂວງຜົ້ງສາລີ, ເຮັດໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງຫາທາງແກ້ໄຂ, ຊຶ່ງປັດຈຸບັນ ກໍໄດ້ມີໂຄງການຊ່ອຍເຫລືອ ຈາກປະເທດຍີ່ປຸ່ນ ເພື່ອເຂົ້າໄປບັນເທົາ ບັນຫາດັ່ງກ່າວ, ອີງຕາມການເປີດເຜີຍ ຂອງທ່ານ ສົມຈິດ ສິດທິວົງ, ຮອງຫົວໜ້າ ຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ:
(ສຽງ) “ອົງການ NEDO ຂອງປະເທດຍີ່ປຸ່ນ ໃຫ້ທຶນຊ່ອຍເຫລືອ ເພື່ອທົດລອງ ສ້າງພະລັງງານໄຟຟ້າ ແບບປະສົມປະສານ ຣະຫວ່າງ ພະລັງງານນໍ້າຕົກ ກັບ ພະລັງແສງອາທິດ ເພາະຄວາມຮຽກຮ້ອງ ຕ້ອງການດ້ານການໃຊ້ໄຟຟ້າ ຢູ່ເມືອງໃໝ່ຮັ່ນ ຜ່ານມາ ໃຊ້ໄຟຟ້າ ຈັກນໍ້າມັນກາຊ້ວານ ມັນຫລຸດທຶນ.”
ທ່ານ ສົມຈິດ ກ່າວຕໍ່ໄປອີກວ່າ ການຜລິດໄຟຟ້າ ໃນເມືອງໃໝ່ ຍັງອາສັຍເຄື່ອງຈັກປັ່ນໄຟ ເປັນແຫລ່ງຜລິດພຽງແຫ່ງດຽວ, ຊຶ່ງກໍສາມາດ ຈ່າຍໄຟຟ້າ ໄດ້ພຽງແຕ່ 3 ໝູ່ບ້ານ ໃນເຂດເທສບານເມືອງໃໝ່ ເທົ່ານັ້ນ, ປະກອບກັບ ນໍ້າມັນ ກາຊ້ວານ, ຊຶ່ງເປັນສິ່ງສໍາຄັນ ໃນການຜລິດ ກໍມີຣາຄາສູງຂຶ້ນ ຢ່າງຕໍ່ເນື່ອງ, ສນັ້ນ ຈຶ່ງໄດ້ເລັ່ງ ໃຫ້ມີການຫາແຫລ່ງ ພະລັງງານ ອັນໃໝ່ ເພື່ອໄປທົດແທນ.
ດັ່ງນັ້ນ, ທາງການ ຈຶ່ງໄດ້ມີການສຶກສາ ຫາແຫລ່ງຜລິດ ໄຟຟ້າທາງເລືອກອື່ນ ແລະ ພົບວ່າ ໃນບໍຣິເວນ ນໍ້າງາ ທີ່ຕັ້ງຢູ່ທາງທິດເໜືອ ຫ່າງຈາກເຂດເທສບານ ເມືອງໃໝ່ ປະມານ 3 ກິໂລແມັດ ເປັນພື້ນທີ່ ທີ່ມີເງື່ອນໄຂ ເໝາະສົມ ໃນການກໍ່ສ້າງ ເຂື່ອນພະລັງງານ ໄຟຟ້າ ນໍ້າຕົກຂນາດນ້ອຍ, ຈຶ່ງໄດ້ສເນີ ໃຫ້ກະຊວງພະລັງງານ ໄດ້ປະສານ ຂໍຄວາມຊ່ອຍເຫລືອ ຈາກອົງການດັ່ງກ່າວ ແລະ ກໍໄດ້ຮັບ ການຕອບຮັບດ້ວຍດີ:
(ສຽງ) “ຫາກໍເຊັນ ບົດບັນທຶກ ຄວາມເຂົ້າໃຈ ແລະ ຢູ່ໃນລະຍະການສໍາຣວດ ອອກແບບຢູ່ ແລະ ຕາມສັນຍາ ທ້າຍປີ 2008 ນີ້, ຈະລົງມື ກໍສ້າງ ແລະ ຈະໃຫ້ສໍາເຣັດ ພາຍໃນຕົ້ນປີ 2009 ແລະ ຈະນໍາໄປໃຊ້ ພາຍໃນຕົ້ນປີ ຫາ ກາງປີ 2009.”
ອີກຢ່າງນຶ່ງ, ແຂວງຜົ້ງສາລີ ໄດ້ມອບທີ່ດິນ ຈໍານວນ 5.5 ເຮັກຕາ ໃຫ້ກັບອົງການພັທນາ ເທັກໂນເລຈີ ອຸດສາຫະກັມ ແລະ ພະລັງງານໃໝ່ ປະເທດຍີ່ປຸ່ນ NEDO ເພື່ອພັທນາ ໂຄງການ ອັນຈະປະກອບດ້ວຍ ເຂື່ອນນໍ້າຕົກຂນາດນ້ອຍ ແລະ ແຜງຮັບ ພະລັງງານແສງແດດ, ທີ່ສາມາດຜລິດ ໄຟຟ້າ ຮວມກັນ ໄດ້ປະມານ 150 ກິໂລວັດ ແລະ ສນອງ ໄຟຟ້າ ໃຫ້ແກ່ໝູ່ບ້ານ ໃນເຂດເທສບານເມືອງໃໝ່ ແລະ ບ້ານໃກ້ຄຽງ ໄດ້ປະມານ 10 ໝູ່ບ້ານ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຈີນ ນໍາຢາເສບຕິດ ປະເພດປຸກອາຣົມທາງເພດ ໄປລັກຂາຍໃຫ້ກັບປະຊາຊົນ ໃນ ນະຄອນຫລວງວຽງຈັນ ແລະ ຕາມແຂວງຕ່າງໆ
- ການສໍ້ຣາດບັງຫລວງ ໃນ ປະເທດລາວ ຍັງມີຢ່າງແຜ່ຫລາຍ ຢູ່ເກືອບ ທຸກຂະແໜງ ການພັກ-ຣັດ
- ຜູ້ຕິດຢາເສບຕິດ ໃນແຂວງຟົງສາລີ ມີຈໍານວນຫລາຍເພີ່ມຂຶ້ນຢ່າງວ່ອງໄວ ໃນຂະນະທີ່ ການບໍາບັດ ຜູ້ຕິດ ໃນຂະນະທີ່ການບໍາບັດ ຜູ້ຕິດຢາເສບຕິດ ດໍາເນີນ ໄປຢ່າງຊັກຊ້າ
- ບັນດາ ສະມາຊິກ ຜູ້ແທນ ສະພາແຫ່ງຊາດ ເຂດ ນະຄອນຫລວງວຽງຈັນ ລົງຊີ້ແຈງ ແລະ ທໍາຄວາມ ເຂົ້າໃຈ ກັບປະຊາຊົນ ນະຄອນຫລວງ ກ່ຽວກັບ ກໍຣະນີ ບຶງທາດຫລວງ ເມື່ອສັບປະດາ ຜ່ານມາ
- ກອງທັບລາວ ໃນເຂດພາກເໜືອ ວາງມາຕະການ ກວດລ້າງ ກຸ່ມປະກອບອາວຸດ ບໍ່ຊາບຝ່າຍ ທີ່ເຄື່ອນໄຫວ ໃນພື້ນທີ່ ແຂວງພາກເໜືອ
- ນາຍົກ ຣັຖມົນຕຣີລາວ ເວົ້າວ່າ ສປປລາວ ຈໍາເປັນຕ້ອງປັບປຸງ ການບໍຣິຫານ ເພື່ອການພັທນາ
- ການລັກລອບຕັດໄມ້ ທຳລາຍປ່າ ໃນລາວ ຍັງເປັນບັນຫາໃຫ່ຽ ທີ່ບໍ່ສາມາດແກ້ໄຂ ແລະ ກວາດລ້າງໝົດວົງຈອນ ຂອງຜູ້ລັກລອບຕັດໄມ້
- ຊາວລາວຈຳນວນນຶ່ງ ຢ້ານວ່າ ໂຄງການສ້າງເຂື່ອນ ຜລິດກະແສໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍແຫ່ງ ຈະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ
- ສະຫະຣັຖ ສືບສວນ ການປາບປາມ ຊາວເຜົ່າມົ້ງໃນລາວ
- ອົງກາຣອະນຸຮັກສັຕປ່າ ປະຈຳລາວ ສືບຕໍ່ໂຄງກາຣ ປົກປັກຮັກສາ ເສືອໂຄ່ງ ໃນ ເຂຕປ່າສງວນ ແຫ່ງຊາຕນາແມດ-ພູເລີຽ ທາງພາຄເໜືອຂອງລາວ ເພື່ອບໍ່ໃຫ້ສູນພັນ