ແຂວງຜົ້ງສາລີ ອຳນວຍຄວາມສດວກ ໃຫ້ແກ່ນັກລົງທຶນ ທາງດ້ານ ການກະເສດ
2008.02.05
ແຂວງຜົ້ງສາລີ ອຳນວຍຄວາມສດວກ ໃຫ້ແກ່ນັກລົງທື ທາງດ້ານການກະເສດ ໂດຍສເພາະ ກຸ່ມ ທີ່ສນັບສນູນ ໃນການປູກຢາງພາລາ ແລະຫມາກໄມ້ປະເພດຕ່າງໆ.
ແຂວງຜົ້ງສາລີ ເປັນແຂວງທີ່ມີພື້ນທີ່ ເຫມາະສົມກັບການກະເສດ ເປັນສ່ວນໃຫຍ່ ດັ່ງນັ້ນ ຫ້ອງການການຄ້າ ການກະສີກຳ ແລະອຸສາຫາກຳ ປະຈຳແຂວງຈື່ງມີນະໂຍບາຍ ທີ່ຈະອຳນວຍຄວາມສດວກ ໃຫ້ແກ່ນັກລົງທືນ ດ້ານນີ້ ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ປະຈຳແຂວງ ກ່າວກ່ຽວກັບເຮື້ອງນີ້ວ່າ:
(ສຽງ) "ທາງພກາຣັຖ ອຳວຍຄວາມສດວກສຸດຂີດ ໃຫ້ແກ່ພວກນັກລົງທືນ ທີ່ມາລົງທືນ ກ່ຽວກັບຂໍ້ມູນ ຫລືທີ່ດີນໃຫ້ເຂົເຈົ້າ ສັມປະທານ ກ່ຽວກັບໄມ້ກ່ຽວ ກັບຢາງພາລາ."
ການໃຫ້ຄວາມສດວກ ກໍ່ແມ່ນວ່າ ການອະນຸມັດພື້ນທີ່ ໃນການສັມປະທານ ດ້ວຍການເກັບພາສີຕ່ຳ ພຽງແຕ່ 1% ເທົ່ນັ້ນ ແລະການເຊົ່າພື້ນທີ່ ກໍ່ຈະຢູ່ໃນອັຕຣາຕ່ຳ ຈະມີການຍົກເວັ້ນພາສີ ໃນຊ່ວງທີ່ຍັງບໍ່ທັນມີການເກັບກ່ຽວເທືອ່ ແລະ ສີ່ງທີ່ຈະຜລີດນັ້ນ ກໍ່ຈະເປັນການສົ່ງເສີມ ການຜລີດການສົ່ງອອກ ພາຍໃນປະເທດ ທ່ານກ່າວເພີ້ມອີກວ່າ:
(ສຽງ) "ພືດກະສີກຳຕ່າງໆ ພວກເຮົາກໍ່ໄດ້ມີການຕອບສນອງ ທາງດ້ານຕົວນີ້ໃຫ້ ອັຕຣາພາສີ ພວກເຮົາກໍ່ບໍ່ໄດ້ ເກັບຫລາຍ ຖ້າຫາກວ່າ ເປັນການນຳເຂົ້າ ທາງດ້ານສົ່ງເສີມ ການຜລິດ ພາຍໃນປະເທດ."
ທາງການແຂວງສົນໃຈ ໃຫ້ນັກລົງທືນ ຜລີດສ່ວນໃຫຍ່ ກໍ່ຈະແມ່ນຢາງພາລາ ແລະຫມາກໄມ້ຊນີດຕ່າງໆ ເພາະດິນຟ້າອາກາດ ອຳນວຍ ແລະກໍ່ເປັນການສົ່ງເສີມ ຊາວກະສີກອນ ໃນແຂວງ ເພາະ 80 ສ່ວນຮ້ອຍ ຂອງປະຊາຊົນ ໃນແຂວງ ດຳຣົງການຄອງຊີບ ດ້ວຍການປູກຝັງ ເປັນສ່ວນໃຫຍ່.
ການລົງທືນ ທາງດ້ານການກະເສດ ທີ່ຢືນຢົງເປັນຫົນທາງ ທີ່ຈະສ້າງລາຍໄດ້ ໃຫ້ແກ່ປະຊາຊົນ ໃນແຂວງ ເປັນຢ່າງດີ ແລະກໍ່ເປັນແຜນການລຸດຜ່ອນ ສພາບຄວາມຍາກຈົນ ໃນແຂວງນຳອີກ, ປັດຈຸບັນຍ້ອນນະໂຍບາຍ ທີ່ໃຫ້ຄວາມສດວກ ແກ່ນັກລົງທືນ ໃນແຂວງຫລາຍຢ່າງ ຈື່ງເຮັ້ດໃຫ້ນັກລົງທຶນ ຈາກຈີນ ມາກວດພື້ນທີ່ ລົງທືນປູກຢາງພາລາ ໃນແຂວງ ແລ້ວປະມານກວ່າ 40% ຂອງພື້ນປູກຝັງ ທີ່ທັງຫມົດ ຂອງແຂວງດັ່ງກ່າວ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- 68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງຈຳປາສັກ ມີໄຟຟ້າໄຊ້ແລ້ວ
- ແຂວງອັຕະປ ປັບປຸງຄຸນະພາບ ຂອງສຸກສາລາ ພ້ອມທັງຂະຫຍາຍ ຕານ່າງ ໄປຍັງເຂດຕ່າງໆ
- ການສົ່ງຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກັບສປປລາວ ໃນອະນາຄົດ ຈະບໍ່ສາມາດ ດໍາເນີນໄປໄດ້
- ຣັຖບານລາວ ຈະເກັບຄ່າພາສີ ທີ່ດິນ ປະເພດຕ່າງໆ ເຖິງ 3 ເທົ່າ ໃນງົປະມານ ສົກປີ 2007-2008
- ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ
- ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ
- ສິນຄ້າລາວ ທີ່ສົ່ງອອກ ແລະມີຈຳນວນເພີ່ມຂື້ນ ແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ
- ທາງການ ແຂວງຈຳປາສັກ ແລະ ແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນ ປະເທດໄທ
- ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມ ທັງສາຍ
- ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS