ປະຊາຊົນລາວ ກວ່າ 3 ລ້ານຄົນ ມີຊີວີຕຢູ່ກິນ ໂດຽຂາດ ສຸຂອະນາມັຍ ແລະ ອີກລ້ານກວ່າຄົນ ຍັງຂາດນ້ຳ ທີ່ສະອາດ
2008.03.25
ເນື່ອງໃນພິທີປະກາດ ໃຫ້ປີ 2008 ນີ້ ເປັນປີແຫ່ງສຸຂອະນາມັຍ ແຫ່ງຊາຕ ຂອງລາວ ຫວ່າງມໍ່ໆ ມານີ້ນັ້ນ ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ຍອມຮັບ ວ່າ: ໃນປັຈຈຸບັນນີ້ ຍັງມີປະຊາຊົນລາວ ຈຳນວນຫລາຍກວ່າ 3 ລ້ານຄົນ ຫລື ຄິດເປັນ ອັຕຣາເສລັ່ຽ ກວ່າ 51% ຂອງປະຊາກອນລາວ ທັງໝົດ ຍັງດຳເນີນ ວິຖີຊີວີຕ ຢູ່ກິນທີ່ບໍ່ ຖືກຕ້ອງ ຕາມຫລັກ ສຸຂອະນາມັຍ ແລະ ໃນຈຳນວນດັ່ງກ່າວນີ້ ກໍມີບໍ່ຕໍ່າ ກວ່າ 1.58 ລ້ານຄົນ ທີ່ບໍ່ເຄີຽ ມີໂອກາດ ໄດ້ໃຊ້ນ້ຳ ທີ່ສະອາດ.
ສາເຫຕ ທີ່ຍັງມີປະຊາຊົນລາວ ຈຳນວນຫລວງຫລາຍ ທີ່ຍັງຕ້ອງ ໄດ້ປະເຊີນ ກັບສະ ພາບ ທີ່ລຳບາກ ແລະ ຂາດແຄນເຊັ່ນນີ້ ກໍຍ້ອນໂຄງກາຣພັທນາ ເພື່ອຂຍາຍເຄືອຂ່າຍ ໃຫ້ບໍຣິກາຣ ດ້ານສຸຂອະນາມັຍ ແລະ ໂຄງກາຣພັທນາ ແຫລ່ງນ້ຳສະອາດ ໃຫ້ກັບປະຊາຊົນ ຕາມເຂຕ ຊົນນະບົດນັ້ນ ຍັງມີກາຣຊັກຊ້າ ບໍ່ໄດ້ຕາມເປົ້າໝາຍ ຂອງແຜນກາຣພັທນາ ທີ່ທາງຣັຖບາລ ໄດ້ວາງໄວ້ ດັ່ງທີ່ ທ່ານບົວສອນ ໄດ້ແຖລງ ໃຫ້ກາຣຢືນຢັນເຖີງສະພາບ ຂອງກາຣດຳເນີນ ວຽກງານ ໃນຣະຍະ 7 ປີຜ່ານມານີ້ ວ່າ: ສາເຫຕສຳຄັນ ທີ່ທາງກາຣ ສປປລາວ ບໍ່ສາມາດ ຂຍາຍເຄືອຂ່າຍ ໃຫ້ໄດ້ຕາມເປົ້າໝາຍນັ້ນ ກໍຍ້ອນ ໄດ້ແຕ່ເພີ່ງພາອາສັຍ ຄວາມຊ່ວຍເຫລືອ ທາງດ້ານງົບປະມານ ຈາກຕ່າງປະເທດ ເປັນສ່ວນໃຫຍ່ ແລະ ສະເພາະໂຄງກາຣພັທນາ ແຫລ່ງນ້ຳສ ະອາດເພື່ອ ໃຫ້ປະຊາຊົນ ໄດ້ໃຊ້ຢ່າງທົ່ວເຖີງກັນ ໃນທົ່ວປະເທດນັ້ນ ກໍມີເປົ້າໝາຍ ທີ່ຈະໃຫ້ສາມາດປະຕິບັຕ ໄດ້ພາຍໃນ ປີ 2025 ເປັນຢ່າງຊ້າ!!
ສເນີ ໂດຍ ຫວາດ ສີມູນ