ຣັຖບານລາວຮ່າງກົດໝາຍ ສິທຄົນລາວນອກປະເທດ

ທາງການລາວ ກໍາລັງ ພິຈາຣະນາ ຮ່າງກົດໝາຍ ວ່າດ້ວຍສິດທິ ຂອງຄົນລາວ ຢູ່ຕ່າງປະເທດ ຕໍ່ພູມລໍາເນົາ ເດີມຂອງຕົນ.

ໃນຮ່າງກົດໝາຍ ນັ້ນກໍມີ ກັມມະສິດ ທີ່ດິນ ໂອກາດການ ລົງທືນ ເສຣີພາບ ໃນການພັກເຊົາ ຢູ່ໃນລາວ ເປັນຕົ້ນ. ຮ່າງກົດໝາຍ ນີ້ຍັງຢູ່ໃນ ຂັ້ນຕອນຜ່ານ ກະຊວງການ ຕ່າງປະເທດ ໄປຍັງ ຣັຖບານລາວ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ສປປລາວເວົ້າວ່າ:

"ເພາະວ່າທັງໝົດ ຕ້ອງໄດ້ຜ່ານ ກອງປະຊຸມ ສະພາ ບັນດາສິ່ງຕ່າງໆ ທີ່ຕ້ອງຜ່ານ ສະພາມັນ ຈະຕ້ອງໄດ້ເຂົ້າ ຕາມວາຣະຂອງ ກອງປະຊຸມ ສະພາ ແລະເວລາ ເຂົ້າໄປ ແລ້ວ ກອງປະຊຸມ ສະພາ ຈະຮັບຮອງ ຫລືຍັງ ຈະຕ້ອງໄດ້ ພິຈາຣະນາຕໍ່ ອັນນີ້ກໍຕ້ອງ ຢູ່ທີ່ທາງເທິງແລ້ວ ວ່າຊັ້ນຊ໊າ".

ທ່ານອະທິບາຍ ວ່າ ຮ່າງກົດໝາຍ ສະບັບນີ້ ໂດຍລວມແລ້ວ ແມ່ນເວົ້າເຖິງ ສິດທິຂອງ ຄົນລາວ ໃນຕ່າງປະເທດ ທີ່ຈະເຂົ້າມາ ຢູ່ໃນລາວ ວ່າສາມາດ ປະກອບກິຈກັມ ອັນໃດແດ່ ຢູ່ໃນແຜ່ນດິນ ລາວ ເວົ້າເຖິງການ ເຂົ້າ-ອອກ ປະເທດ. ການກັບໄປຢູ່ ລາວ ແບບຖາວອນ ການແຕ່ງດອງກັບ ຄົນລາວ ໃນປະເທດ ກັມມະສິດ ທີ່ດິນແລະ ອື່ນໆ.

ເຣື້ອງດັ່ງກ່າວນີ້ ທ່ານວ່າ ໄດ້ມີການ ປືກສາຫາລື ກັນມາຕັ້ງແຕ່ ກອງປະຊຸມ ສະໄໝສາມັນ ຄັ້ງທີ 7 ເມື່ອປີ 2009 ຊື່ງໃນຂນະນັ້ນ ໄດ້ມີການ ຣັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ແນວລາວສ້າງຊາດ.

ຮ່າງກົດໝາຍ ວ່າດ້ວຍສິດທິ ຂອງຄົນລາວ ຕ່າງຊາດນີ້ ທາງການລາວ ຄາດຫວັງວ່າ ຈະສ້າງຄວາມ ປອງດອງຊາດ ບໍ່ໃຫ້ມີການ ລະແວງສົງໄສ ກັນລະຫ່ວາງ ຄົນລາວ ຢູ່ໃນກັບ ຄົນລາວ ຢູ່ຕ່າງປະເທດ ແລະຢາກໃຫ້ ຄົນລາວມີ ໂອກາດ ປະກອບສ່ວນ ສ້າງສາປະເທດຊາດ ຕາມເງື່ອນໄຂ ແລະຄວາມສາມາດ ຂອງຕົນ. ຄາດວ່າ ຮ່າງກົດໝາຍ ນີ້ຈະນໍາສເນີ ກອງປະຊຸມ ສະພາ ແຫ່ງຊາດ ສະໄໝສາມັນ ຄັ້ງທີ 10 ຊື່ງຈະມີຂື້ນ ໃນທ້າຍປີ 2010 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org