ສເນີ ປັບປຸງ ຄ່າທໍານຽມ ແລະ ບໍຣິການ

ສະພາ ແຫ່ງຊາດລາວ ສເນີໃຫ້ ຣັຖບານ ປັບປຸງ ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ທັນ ວັນທີ 1 ເດືອນ ຕຸລາ ນີ້.

ໃນກອງປະຊຸມ​ໄມສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດລາວ ຊຸດທີ 6 ທີ່ກຳລັງ ດຳເນີນ ຢູ່ນີ້ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ໄດ້ສເນີໃຫ້ ຣັຖບານ ປັບປຸງຄ່າທຳນຽມ, ຄ່າບໍລິການ ແລະ ຈັດຕັ້ງ ປະຕິບັດ ກົດໝາຍ 2 ສະບັບ ໃຫ້ທັນ ໃນ ປີ 2008 ​ແລະ ປີ 2009 ທີ່ຈະມາເຖິງນີ້.

ປັບປຸງ ຄ່າທະນຽມ ແລະ ຄ່າບໍລິການ ໃຫ້ທັນພາຍໃນ ວັນ​ທີ​ 1 ຕຸລາ 2008 ນີ້, ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ້ມ ແລະ ກົດໝາຍ ວ່າດ້ວຍ ການບັນຊີໃຫ້ທັນໃນວັນທີ 1 ​ເດືອນ 1 2009.

ທ່ານໄດ້ ກ່າວ​​ເຖິງບັນຫາໝີ້ສິນອີກວ່າ ໃຫ້ໝ່ວຍງານ ທີ່ກ່ຽວຂ້ອງແກ້ໄຂບັນຫາ ໝີ້ສິນຕ່າງໆ, ​​ພະຍາຍາມ ລຸດຜ່ອນ ແລະ ລົບລ້າງໜີ້ສິນເກົ່າ ທີ່ມີຢູ່ໃຫ້ໝົດໄປ, ຊຳລະ ໜີ້ສິນ ທີ່ມີຢູ່ ໃຫ້ທັນ ຕາມກຳນົດ.

ແລະ ກໍໄດ້ເວົ້າເຖິງ ການປະຕິບັດ ລະບຽບການ ແລະກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ວ່າ:

ປະຕິບັດ ລະບຽບ ການບັນຊີ ແຫ່ງລັດ ຢ່າງເຂັ້ມງວດ ປະຕິບັດມາດຕາການ ລົງໂທດ ຕາມກົດໝາຍ ຕໍ່ຜູ້ທີ່ມີພຶດຕິກຳ ບໍ່ຊື່ສັດ ລະເມີດ ລະບຽບການ ຈັດຊື້ ຫລື ລະບຽບ ການເງິນ ຕ່າງໆ.

ພ້ອມກັນນັ້ນ ທ່ານ ຍັງໄດ້ກ່າວ ຊົມເຊີຍ ພະນັກງານ ອົງການກວດສອບ ​​ແຫ່ງລັດ ໃນການເຄື່ອນ​ໄຫວ ວຽກງານ ຂອງຕົນ ຕາມລະບຽບກົດໝາຍ ໃນການກວດສອບ ງົປມານ ປີ 2006–2007 ຜ່ານມາ.

ສະພາແຫ່ງຊາດ ວ່າ ໃນການກວດສອບ ງົປມານ ແຫ່ງລັດ ເຖິງວ່າ ການກວດສອບ ຈະໄດ້ພົບຄວາມຍຸ້ງຍາກ ແລະ ຂໍ້ຈຳກັດຫລາຍປະການ ກໍດີ ແຕ່ອົງການ ກວດສອບ ກໍໄດ້ປະຕິບັດງານ ຕາມຈັນຍາບັນ ແລະ ວິຊາການ ຂອງຕົນ ເປັນຢ່າງດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org