ສເນີ ປັບປຸງ ຝີມື ແຮງງານ ຫັຖກັມ

ຜູ້ຕາງໜ້າ ສະພາແຫ່ງຊາດ ຢາກໃຫ້ຣັຖບານລາວ ເນັ້ນໜັກ ໃສ່ການພທັນາ ຝີມື ແຮງງານ ໃນວຽກງານ ຊ່າງຫັຖກັມ ຂອງປະຊາຊົນ ເພື່ອໃຫ້ໂດດເດັ່ນ ຫລາຍທີ່ສຸດ.

ຈາກ ການ​ປະຊຸມ ສມັຍ​ສາມັນ ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາຕ ຊຸດ​ທີ 6 ​ໃນ​ມື້​ທີ 9 ປະກົດ​ວ່າ ມີ​ຜູ້ຕາງໜ້າ ສະພາ​ແຫ່ງ​ຊາດ ​ໄດ້​ກ່າວ ກ່ຽວ​ກັບ ການ​ເຄື່ອນ​ໄຫວ ວຽກ​ງານ ດ້ານ​ຫັຖກັມ ວ່າ ກະຊວງ​ກ່ຽວຂ້ອງ ຄວນ​ສນັບ​ສນູນ ສົ່ງ​ເສີມ ການພັທນາ ຝີ​ມື​ແຮງ​ງານ ຢ່າງ​ຈິງ​ຈັງ.

ຜູ້​ແທນ ທ່ານ​ນຶ່ງ ສ​ເນີ ຄວາ​ມ​ເຫັນ ວ່າ:

“ຂ້າພະ​ເຈົ້າ ​ເຫັນ​ວ່າ ພວກ​ເຮົາ ບໍ່​ທັນ​ລົງ​ເລິກ ຫັຖກັມ ສົ່ງ​ເສີມງານສ້າງ ຄວາມ​ຈິງ​ໃຈ ຂອງ​ພວກ​ເຮົາ ຄວນ​ສ້າງ​ຫັຖກັມ  ຝີ​ມື ທີ່​ບໍ່​ມີ​ໃຜ​ເຮັດ​ໄດ້. ອັນ​ນີ້ ຈະ​ເປັນ​ການກຕຸກ​ ​ໂດຍ​ກົງ ​ແລະ ການ​ຜລິດ.”

ທ່ານ ກ່າວ​ວ່າ ວຽກງານ​ຫັຖກັມ ​ແລະ ອຸດສາຫະກັມ ​ໃນ​ລາວ ຄວນ​ຈະ​ກໍານົດ ບົດບາດ ​ແນວທາງ ​ໃນ​ການພັທນາ ​ໃຫ້​ຊັດ​ເຈນ, ​ໂດຍ​ສະ​ເພາະ, ​ເນັ້ນ​ເຣື້ອງການພັທນາ ຝີ​ມື​ແຮງ​ງານ ໃຫ້​ໂດດ​ເດັ່ນ ພິ​ເສດ ​ເພື່ອ​ສ້າງ​ມູນ​ຄ່າ ​ໃຫ້​ກັບ ​ຜລິດ​ຕະພັນ ຫັຖກັມ ​ແລະ ​ເພື່ອ​​ເພີ້​ມຣາຍ​ໄດ້ ​ໃຫ້​ກັບປະ​ເທດ​ຊາດ ​ແລະ ປະຊາຊົນ. ​ແລະ ວ່າ ກົດໝາຍ ຫັຖກັມ ດັ່ງກ່າວ ຄວນ​ຈະ​ເພີ້ມບົດບາດ ຂອງ​ການພັທນາ ຝີ​ມື​ແຮງ​ງານ ​ໃຫ້​ຫລາຍ​ຂຶ້ນ​ ກ່ວາ​ເກົ່າ.

“ຂ້​າພະ​ເຈົ້າ ສັງ​ເກດ ​ເຫັນ​ວ່າ ​ໃນ​ພາກ​ກົດໝາຍ ສ່ວນ​ຫລາຍ ຈະ​ເລັ່ງ​ໃສ່ ການ​ສ້າງສາ ຫັຖກັມ ​ເລັງ​ໃສ່ ​ເຣື້ອງຄຸນ​ນະພາ​ບ ​ແລະ ​ເລັງ​ໃສ່ ​ເຣື້ອງຈໍານວນ​ຄົນ ທີ່​ຈະ​ຜລິ​ດ​ແລ້ວ ກໍ​ເລັງ​ໃສ່ ​ເຣື້ອງຣາຍ​ໄດ້.”

ສ່ວນ ດຣ. ນາມ ວິ​ຍະ​ເກດ, ຣັຖມົນຕຣີ ກະຊວງ ອຸດສາຫະກັມ ​ແລະ ການ​ຄ້າ ຊີ້​ແຈງ ວ່າ ຮ່າງ​ກົດໝາຍ ວ່າ​ດ້ວຍ ຫັຖກັມ ປະກອບ​ ມີ 10 ພາກ 5 ໝວດ, 66 ມາ​ຕຣາ, ຊຶ່ງ​ໄດ້​ກໍານົດ ຣະບຽບ ຫລັກການ ​ແລະ ມາຕການ ກ່ຽວ​ກັບ ການ​ຄຸ້ມ​ຄອງ, ການ​ສົ່ງ​ເສີມ, ການພັທນາ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ ວຽກ​ງານ ຫັຖກັມ ​ເພື່ອ​ໃຫ້​ມີ​ການ​ຂຍາ​ຍ​ໂຕ ສ້າງຜົນ​ຜລິດ ຫັຖກັມ ​ໃຫ້​ກາຍ​ເປັນ​ສິນຄ້າ ​ແນ​ໃສ່ ວຽກ​ງານທໍາ ​ແລະ ​ແກ້​ໄຂ ຊີວິດ ການ​ເປັນ​ຢູ່ ຂອງ​ປະຊາຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org