ສເນີ ສົ່ງເສີມ ຊ່າງຫັຖກັມ ທີ່ມີຝີມື

ສະມາຊິກ ສະພາ ສເນີ ໃຫ້ມີມາຕການ ສົ່ງເສີມ ໃຫ້ກຽດຕິຄຸນ ກັບຊ່າງຫັຖກັມ ທີ່ມີຝີມື ເພື່ອເປັນແຮງກະຕຸ້ນ ໃນການຜລິດ.

ໃນ​ວາຣະ ການ​ດໍາ​ເນີນ ກອງ​ປະຊຸມ​ ມື້​ທີ 9 ​ໃນ​ການ​ປະຊຸມ ສມັຍ​ສາມັນ ​ເທື່ອ​ທີ 5 ຂອງ​ສະພາ​​ແຫ່ງ​ຊາດ ຊຸດ​ທີ 6, ສະມາຊິກ​ສະພາ ​ໄດ້ສ​ເນີ ຮ່າງ​ກົດໝາຍ ວ່າ​ດ້ວຍ ຫັຖກັມ, ຊຶ່ງ​ເປັນກົດໝາຍ ຮ່າງ​ຂຶ້ນ​ມາ ທີ່​ຮ່າງ​ຂຶ້ນ​ມາ​ໃໝ່, ​ແຕ່​ວ່າ ກໍ​ຍັງມີ ມາຕຣາ ທີ່​ຍັງ ບໍ່​ມີ​ຄວາມ​ເໝາະ​ສົມ ກ່ຽວ​ກັບ ການຈັດ​ອົງ​ປະກອບ ​ແລະ ນະ​ໂຍບາຍ ສົ່ງ​ເສີມ ທີ່​ໄດ້​ກໍານົດ​ໄວ້, ​ໂດຍ​ຜູ້​ແທນ ຕ່າງ​ໜ້າ ທ່ານ​ນຶ່ງ ​ເວົ້າ​ວ່າ:

“ຄວາມ​ຈິງ ຊ່າງ​ໄມ້ ຫັຖກັມ ທີ່​ມີ​ຝຣທື ກໍ​ມີ​ຫລາຍ, ດ້ານ​ກົດໝາຍ ສະບັບ​ນີ້ ​ເຮົາ​ຄວນ ຈະ​ມີ ມາຕການ​ນຶ່ງ ​ໃນ​ການ​ສົ່ງ​ເສີມ ​ໃຫ້​ກຽດ​ຕິ​ຄຸນ ​ແກ່​ນາຍ​ຊ່າງ ຜູ້​ມີ​ຝີ​ມື ພິ​ເສດ. ອັນ​ນີ້ ກໍ​ເປັນ ການ​ກະ​ຕຸ້ນ ​ໂດຍ​ກົງ ​ໃນ​ການ​ຜລິດ.”

ທ່ານ ກ່າວ​ຕໍ່​ໄປ ວ່າ: ສໍາລັບ ກົດໝາຍ ສະບັບ​ໃໝ່​ນີ້ ​ໂດຍ​ສ່ວນ​ໃຫຍ່ ຈະ​ເນັ້ນ ​ແຕ່​ນະ​ໂຍບາຍ ​ໃນ​ເຣື້ອງ ຂອງ​ການ​ເນັ້ນ ຄຸນ​ນະພາ​ບ, ​ເຣື້ອງຈໍານວນ​ຄົນ ​ໃນ​ການ​ຜລິດ ​ແລະ ​ເຣື້ອງຣາຍຮັບ. ​ແຕ່​ໃນ​ເຣື້ອງ ຂອງ​ນະ​ໂຍບາຍ ​ໃນ​ການ​ສົ່ງ​ເສີມ ຜູ້​ຜລິດ​ນັ້ນ ຍັງບໍ່​ຊັດ​ເຈນ ​ໃນ​ກົດໝາຍ ສະບັບ​ດັ່ງກ່າວ.

ນອກຈາກ​ນັ້ນ​ແລ້ວ, ມີ​ບັນຫາ ​ໃນ​ເຣື້ອງ ຂອງ​ການຈັດ​ແບ່ງ ປະ​ເພດ ຫັຖກັມ ຕາມ​ຂ​ແນ​ງ ວິ​ຊາ​ຊີບ​ ອະນຸ​ຮັກ ​ແລະ ສງວນ, ຄວນ​ຈະ​ຈັດ ຢູ່​ໃນ​ຫັຖກັມ ປະ​ເພດ​ໃດ ​ເຖິງ​ຈະ​ເໝາະ​ສົມ, ​ໂດຍ​ສະມາຊິກ​ສະພາ ​ໄດ້​ກ່າວ ​ເຖິງ​ເຣື້ອງນີ້ ວ່າ:

“ຂໍ​ໃຫ້ ຄະນະ​ ການ​ປ່ຽນ​ກົດໝາຍ​ນີ້ ອະທິບາຍ ​ໃຫ້​ມັນ​ຈະ​ແຈ້ງ ​ເພື່ອ​ວ່າ ບໍ່​ຢາກ​ໃຫ້ ມັນ​ມີ​ຄວາມ​ເຂົ້າ​ໃຈ ສົນລະວົນ ຣະຫວ່າງ ຫັຖກັມ ​ແລະ ອຸດສາຫະກັມ ວ່າ​ງານ ຫັຖກັມ ກໍ​​ເປັນ​ງານ ວຽກ​ນຶ່ງ ທີ່​ສໍາຄັນ​ແທ້.”

ຢ່າງ​ໃດ ກໍ​ຕາມ, ສໍາລັບ ຈຸດປະສົງ ຂອງ​ການ​ອອກ​ກົດໝາຍ ສະບັບ​ໃໝ່​ນີ້ ​ເພື່ອ​ວ່າ ສົ່ງ​ເສີມ ພັທນາ ອໍານວຍ ຄວາ​ມສະດວກ ​ໃຫ້​ແກ່ ການຈັດ​ຕັ້ງ ​ແລະ ​ໃຫ້​ງານ ຫັຖກັມ ມີ​ການ​ຂຍາຍ​ໂຕ ກ່ວາ​ເດີມ, ສ້າງ​ຜົນ​ຜລິດ​ຫັຖກັມ ​ໃຫ້​ກາຍ​ເປັນ​ສິນຄ້າ ສົ່ງ​ອອກ ​ແລະ ​ແກ້​ໄຂ ຄວາມ​ເປັນ​ຢູ່ ຂອງ​ປະຊາຊົນ ບັນຫາ​ເຜົ່າ​ ມີ​ການພັທນາ ທີ່​ດີ​ຂຶ້ນ​ກ່ວາ ​ແຕ່​ກ່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org