ການຕັດສິນຄະດີ ໃນລາວ

ຊ່ອງຫວ່າງ ຂອງກົດໝາຍ ເປັນສາເຫດ ກໍ່ໃຫ້ເກີດ ມີຂໍ້ຂັດແຍ້ງ ແລະເຮັດໃຫ້ມີ ຄະດີ ເພີ້ມຂຶ້ນໃນລາວ.

ຊ່ອງຫວ່າງ ຂອງກົດໝາຍ ເປັນສາເຫດສໍາຄັນ ກໍ່ໃຫ້ເກີດບັນຫາ ແລະເຮັດໃຫ້ມີ ຄະດີຂຶ້ນຫລາຍ ຢູ່ລາວໃນລະຍະ ທີ່ຜ່ານມາ. ທັ້ງນີ້ກໍຍ້ອນ ພນັກງານ ບາງຈໍາພວກ ຕີຄວາມໝາຍ ຄໍາສັບຂອງກົດໝາຍ ບໍ່ສອດຄ່ອງແລະ ບໍ່ຖືກຕ້ອງ ຈຶ່ງເຮັດໃຫ້ການ ຕັດສິນຄະດີ ບໍ່ມີຄວາມເປັນ ເອກກະພາບ ແລະ ມີຫາງສຽງຈາກ ປະຊາຊົນ ທີ່ບໍ່ພໍໃຈ ຕໍ່ການຕັດສິນ ຄະດີ ນັ້ນໆຕາມມາ. ສະມາຊິກ ສະພາແຫ່ງຊາດ ຈາກເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ປະກອບຄໍາເຫັນ ໃນກອງປະຊຸມ ສະພາ ສມັຍສາມັນ ຄັ້ງທີ 9 ຂອງສະພາແຫ່ງຊາດ ຊຸດທີ 6 ວ່າ:

"ຕົວໃດ ທີ່ເປັນຊ່ອງຫວ່າງ ອີ່ຫລີອີ່ຫລໍ ຢູ່ໃນກົດໝາຍ ສະບັບໃດ ບັນຫາອັນໃດ ມັນເປັນຊ່ອງຫວ່າງ ກວ່າໝູ່ ຕົວໃດທີ່ມັນ ເຮັດໃຫ້ ມັນເຂົ້າໃຈ ບໍ່ຖືກກວ່າໝູ່ ເຂົ້າໃຈຜິດ ຫລືວ່າຕີຄວາມໝາຍ ບໍ່ຖືກກັນ ຄວາມເຂົ້າໃຈທີ່ບໍ່ ເປັນເອກກະພາບ ຂ້າພະເຈົ້າເຫັນວ່າ ກ່ຽວກັບຊ່ອງຫວ່າງ ແລະຄວາມບໍ່ເປັນ ເອກກະພາບ ທາງດ້ານການຕີ ຄວາມໝາຍນີ້ ບໍ່ຄວນທີ່ຈະປະ ໃຫ້ມັນມີຊ່ອງຫວ່າງ ຫລາຍກວ່ານີ້ຕື່ມອີກ".

ທ່ານກ່າວຕໍ່ໄປວ່າ ສປປລາວ ກໍາລັງຢູ່ໃນ ລະຍະ ການສ້າງກົດໝາຍ ໃຫ້ດີຂຶ້ນກວ່າເດີມ. ກົດໝາຍທີ່ມີຢູ່ນັ້ນ ຍ່ອມມີຂໍ້ເສັຽ ທີ່ຕ້ອງ ໄດ້ປັບປຸງແກ້ໄຂ ເພື່ອໃຫ້ສອດຄ່ອງ ກັບສະພາບ ຄວາມເປັນຈິງ. ການທີ່ຈະແກ້ໄຂ ບັນຫາດັ່ງກ່າວ ໃຫ້ມີ ປະສິດທິພາບນັ້ນ ຈໍາເປັນຕ້ອງໄດ້ ຄົ້ນຫາສາເຫດ ທີ່ແນ່ນອນຂອງ ບັນຫາ ຕົ້ນຕໍ ທີ່ເຮັດໃຫ້ມີ ຊ່ອງຫວ່າງ ໃນກົດໝາຍ ໃນທຸກວັນນີ້.

ທ່ານກ່າວສລຸບຕື່ມວ່າ ບັນຫາທີ່ເກີດ ຂຶ້ນນັ້ນ ທາງອົງການອັຍການ ປະຊາຊົນສູງສຸດ ແລະສານປະຊາຊົນ ສູງສຸດ ຄວນສເນີໃຫ້ ກະຊວງ ຫລືພາກສ່ວນທີ່ ກ່ຽວຂ້ອງ ເຂົ້າມາມີສ່ວນຮ່ວມ ໃນການແກ້ໄຂ ໃຫ້ທັນການ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org